ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພົບປະ ແລະ ເຮັດວຽກຮ່ວມກັບສະຫາຍເລຂາພັກແຂວງສາລະວັນ

ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພົບປະ ແລະ ເຮັດວຽກຮ່ວມກັບສະຫາຍເລຂາພັກແຂວງສາລະວັນ

 

ເນຶ່ອງໃນໂອກາດທີ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງມາເຄຶ່ອນໄຫວຊຸກຍູ້ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ເອເລັກໂຕນິກ(ເວັບໄຊ) ທີ່ແຂວງສາລະວັນ, ໃນຕອນບ່າຍ ຂອງວັນທີ 11 ມິຖຸນາ 2025 ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ວັນຕຸລາ ຮັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຫົວໜ້າ ແລະ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເຂົ້າພົບປະ ແລະ ຂໍ່ານັບ ທ່ານ ປອ ດາວວົງ ພອນແກ້ວ ເລຂາພັກແຂວງສາລະວັນ

#ໂອກາດນີ້ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ກໍ່ໄດ້ລາຍງານກ່ຽວກັບຈຸດປະສົງໃນການລົງມາເຄຶ່ອນໄຫວເຮັດວຽກໃນຄັ້ງນີ້ ກໍ່ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມເວົ້າລວມ, ເວົ້າສະເພາະກໍ່ຄືການນໍາໃຊ້ສື່ທີ່ທັນສະໃໝ (ເວັບໄຊ) ເຂົ້າໃນວຽກງານໂຄສະນານັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປຽ່ນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະ ພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາອົບຮົມໃຫ້ເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍົກ 4.0 ແລະ ເພື່ອຍົກລະດັບຄວາມຮູ້ໃຫ້ກັບພະນັກງານວິຊາການຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ໃຫ້ນັບມື້ສູງຂື້ນ ແລະ ມີຄວາມເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂ່າວສານໃນປະຈຸບັນ.

#ຈາກນັ້ນ, ທ່ານ ປອ ດາວວົງ ພອນແກ້ວ ເລຂາພັກ-ເຈົ້າແຂວງສາລະວັນ ກໍ່ໄດ້ສະແດງຄວາມຍິນດີໃນການລົງມາເຄຶ່ອນໄຫວເຮັດວຽກໃນຄັ້ງນີ້ ເຊິ່ງທ່ານກໍ່ໄດ້ລາຍງານໂດຍຫໍ້ຍກ່ຽວກັບການນໍາພາ-ຊີ້ນໍາວຽກງານໃນແຕ່ລະດ້ານໃນການຈັດຕັ້ງຜັນຂະຫຍາຍມະຕິຂອງສູນກາງພັກ, ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດສັງຄົມໃນໄລຍະຜ່ານມາທີ່ມີຜົນສຳເລັດ, ພົ້ນເດັ່ນ ແລະ ໄດ້ຖືເອົາວຽກ ງານການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ມີຄວາມສາມັກຄີເປັນປຶກແຜ່ນພ້ອມກັນຍົກສູງຄວາມຮັບຜິດຊອບວຽກງານການເມືອງ-ແນວຄິດໃຫ້ດີຂື້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa