ທ່ານ ປອ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຊີ້ນຳກ່ຽວກັບການກະ ກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຢູ່ແຂວງສາລະວັນ.

ທ່ານ ປອ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຊີ້ນຳກ່ຽວກັບການກະ ກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຢູ່ແຂວງສາລະວັນ.

ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງສາລະວັນ ກ່ຽວກັບການກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງສາລະວັນ ພິທີດັ່ງກ່າວຊຶ່ງໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2024 ນີ້ ທີ່ສະໂມສອນໃຫຍ່ແຂວງ. ມີທ່ານ ປອ ດາວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງສາລະວັນ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ 8 ເມືອງ, ຫົວໜ້າ ແລະ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການລົງມາເຮັດວຽກຄັ້ງນີ້ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິ ການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໃຫ້ຮູ້ວ່າ: ໃນການລົງມາເຮັດວຽກໃນຄັ້ງນີ້: ແມ່ນເພື່ອເຜີຍແຜ່ບັນດານິຕິກໍາຕ່າງໆ ກ່ຽວກັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ ( 22/3/1955-22/3/2025 ), ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ( 2/12/1975-2/12/2025 ) ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13/12/1920-13/12/2025 ) ໃຫ້ບັນດາທ່ານການນໍາຂອງແຂວງ ກໍາໄດ້ ເພື່ອນໍາໄປຈັດຕັ້ງປະຕິບັດ . ນອກຈາກນັ້ນ, ການລົງມາຄັ້ງນີ້ ເພື່ອເຜີຍແຜ່ແນະນໍາກ່ຽວກັບການກະກຽມຊຸກຍູ້, ແນະນໍາບົດປະກອບຄໍາເຫັນຂອງບັນດາຕົວແທນຈາກແຂວງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ເວົ້າສະເພາະ ແມ່ນການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງສາລະວັນ.

ພ້ອມນັ້ນ, ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງສາລະວັນ ໄດ້ລາຍງານວຽກທີ່ພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ. ໄລຍະຜ່ານມາ ໂດຍລວມແລ້ວສະພາບແນວຄິດຂອງພະນັກງານ-ສະມາຊິກພັກ ກໍາລັງ ປກຊ -ປກສ ຍັງມີຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ການນໍາພາຂອງພັກ ຊຶ່ງສະແດງອອກໃນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ກໍຄືການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ, ພ້ອມທັງມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາໃນທົ່ວແຂວງ ແລະ ໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ, ເຮັດໃຫ້ທົ່ວແຂວງສາລະວັນ ມີຄວາມສະຫງົບໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມກໍນັບມື້ນັບເຕີບໂຕ ແລະ ຂະຫຍາຍຕົວ. ນອກຈາກນັ້ນ, ທ່ານ ຍັງໄດ້ລາຍງານກ່ຽວກັບການກະກຽມກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ແລະ ການສ້າງຜົນງານຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນຂອງພັກ ແລະ ຂອງຊາດ ໃນປີ 2025.

ໃນຕອນທ້າຍ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ມີຄໍາເຫັນຊີ້ນຳເນັ້ນໜັກດັ່ງນີ້:

1.ສືບຕໍ່ເຜີຍແຜ່ເຊື່ອມຊຶມມະຕິຕ່າງໆ ຂອງພັກຂອງຊາດ ໃຫ້ເລິກເຊິ່ງ ເປັນຕົ້ນແມ່ນມະຕິເລກທີ 04/ກມສພ, ລົງວັນທີ 11 ເມສາ 2023 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົ້ນເອງ ແລະ ມະຕິສໍາຄັນອື່ນໆອີກ.

  1. ສຳລັບການເລືອກເປົ້າໝາຍ ເພື່ອປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ຄວນເລືອກເອົາບັນດາຕົວແບບດີເດັ່ນໃນຂົງເຂດການເມືອງ, ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດ ປກສ-ປກຊ ແລະ ຂົງເຂດເສດຖະກິດ, ການເຮັດການຜະລິດທຸລະກິດທີ່ດີເດັ່ນ, ດ້ວຍການນຳໃຊ້ພູມປັນຍາ, ນໍາໃຊ້ທ່າແຮງບົ່ມຊ້ອນກັບທີ່ ເຂົ້າໃນການພັດທະນາ ແລະ ສາມາດນໍາໄປເປັນບົດຮຽນໃຫ້ຊຸມຊົນ ເຂົາເຈົ້າເບິ່ງແລ້ວສາມາດນຳໄປເປັນບົດຮຽນໃນການພັດທະນາຕໍ່ໄປໄດ້.
  2. ສໍາລັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດນີ້ ຄວນສຸມໃສ່ປຶກສາຫາລື, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ບັນດາໜ້າວຽກໃດຕິດພັນກັບພາກສ່ວນໃດ ແມ່ນມອບໃຫ້ພາກສ່ວນນັ້ນຮັບຜິດຊອບຢ່າງລະອຽດ, ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງຂຶ້ນ ເພື່ອຮັບຜິດຊອບວຽກນີ້ໂດຍກົງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ທັນກັບກໍານົດເວລາ, ການຈັດຕັ້ງປະຕິບັດການກະກຽມສະເຫຼີມສະຫຼອງຕ້ອງຕິດພັນກັບການກະກຽມກອງປະຊຸມ 3 ຂັ້ນຂອງບັນດາສະຫາຍ ແລະ ເຮັດໃຫ້ມີຂະບວນການຟົດຟື້ນ, ມີບັນຍາກາດ ໂດຍຕິດພັນກັບກິດຈະກໍາທີ່ມີໃນຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ,ການສະເຫຼີມສະຫຼອງຕ້ອງບົນຈິດໃຈປະຢັດມັດທະຍັດ, ນໍາໃຊ້ງົບປະມານຂອງແຂວງ.
  3. ໃຫ້ແຂວງ ສະຫຼຸບການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກໄລຍະ 40 ປີ ພາຍໃນແຂວງຂອງຕົນ ໃຫ້ທັນຕາມກໍານົດເວລາທີ່ກໍານົດໄວ້.
  4. ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ຫຼັກແຫຼ່ງ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບໍານານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ເປັນປົກກະຕິ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa