ທ່ານ ສະຫວັນຄອນ ຣາຊມຸນຕຣີ ເນັ້ນໃຫ້ສື່ມວນຊົນ ເອົາໃຈໃສ່ເສີມຂະຫຍາຍບົດຮຽນການລາຍງານຂ່າວສີຂຽວ

ທ່ານ ສະຫວັນຄອນ ຣາຊມຸນຕຣີ ເນັ້ນໃຫ້ສື່ມວນຊົນ ເອົາໃຈໃສ່ເສີມຂະຫຍາຍບົດຮຽນການລາຍງານຂ່າວສີຂຽວ
ເນື່ອງໃນໂອກາດທີ່, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຕິດຕາມການຈັດກິດຈະກໍາຂອງໂຄງການ GAMCIL ຂອງອົງການແຄຣ໌ ນານາຊາດ ປະຈຳລາວ ທີ່ນຳພາບັນດາສື່ມວນຊົນ 6 ແຂວງ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈໍາປາສັກ ໄປທັດສະນະສຶກສາຢູ່ທີ່ເມືອງປາກຊ່ອງ ແຂວງຈຳປາສັກ. ທ່ານກໍໄດ້ພົບປະ ກັບບັນດານັກຂ່າວ, ຍົກໃຫ້ເຫັນເຖີງສະພາບການເຄື່ອນໄຫວຂອງສື່ມວນຊົນ ໃນເມື່ອກ່ອນ ແມ່ນມີຄວາມແຕກຕ່າງຢ່າງຫຼວງຫຼາຍ ກັບປັດຈຸບັນ ໂດຍສະເພາະສື່ມວນຊົນ ມີບົດບາດທີ່ສຳຄັນໃນການປະກອບສ່ວນການພັດທະນາເສດຖະກິດ-ສັງຄົມ ກໍຄືເປັນກະບອກສຽງອັນແຫຼມຄົມຂອງພັກ, ຂອງລັດ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ມີຄໍາເຫັນ ແລະ ໂອ້ລົມວ່າ: ຍ້ອນມີແນວທາງນະໂຍບາຍຂອງພັກ ທີ່ມີຄວາມສອດຄ່ອງກັບວິໄສທັດ, ການພັດທະນາແບບສີຂຽວ ແລະ ຍືນຍົງ ໄດ້ເປີດໂອກາດໃຫ້ມີການຮ່ວມມືກັບອົງການສາກົນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ, ເສີມສ້າງທັກສະ ແລະ ບົດຮຽນທີ່ດີຈາກຕ່າງປະເທດມາ ພັດທະນາວຽກງານຂອງສື່ມວນຊົນລາວ ໃນທົ່ວປະເທດ ໂດຍສະເພາະພາຍໃຕ້ໂຄງການ GAMCIL ເປັນໜຶ່ງໂຄງການທີ່ມີຄວາມສຳຄັນຫຼາຍ ແລະ ໄດ້ຮ່ວມກັນນຳພາຈັດຕັ້ງປະຕິບັດຢ່າງມີໝາກຜົນ, ມີຜົນສຳເລັດເປັນກ້າວໆ ກ່ຽວກັບການລາຍງານຂ່າວບັນຫາສີຂຽວ ເປັນຕົ້ນ: ການພັດທະນາແບບຍືນຍົງ, ຄວາມສະເໝີພາບບົດບາດຍິງ-ຊາຍ, ພັດທະນາສີຂຽວ ເປັນມິດກັບສິ່ງແວດລ້ອມ. ເຊີ່ງວຽກງານດັ່ງກ່າວ ຈະມີຜົນສຳເລັດ ໄດ້ຮຽກຮ້ອງໃຫ້ບັນດາສື່ມວນຊົນ ທີ່ເຂົ້າຮ່ວມ ໄດ້ປະຕິບັດພາລະບົດບາດຂອງຕົນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ຕໍ່ສັງຄົມ ກໍຄືປະເທດຊາດ, ສ່ອງແສງໃຫ້ເຫັນເຖີງຄວາມມຸ່ງມາດປາດຖະໜາ ແນວທາງນະໂຍບາຍຂອງພັກ ໃນການຂັບເຄື່ອນພັດທະນາແບບຍືນຍົງ ໂດຍນຳໃຊ້ບົດຮຽນຂອງໂຄງການ GAMCIL ທີ່ມີຊ່ຽວຊານຈາກຕ່າງປະເທດ ມາຖ່າຍທອດຄວາມຮູ້, ບົດຮຽນ ແລະ ປະສົບການ. ນອກນັ້ນ, ກໍຕ້ອງສືບຕໍ່ຜັນຂະຫຍາຍໃຫ້ກັບຄູ່ຮ່ວມງານ, ເພື່ອນຮ່ວມງານໃນການປະຕິບັດໜ້າທີ່ວຽກງານດັ່ງກ່າວ ໃຫ້ນັບມື້ນັບມີປະສິດທີພາບ ເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນ ສປປ ລາວ.
ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້, ທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ກໍໄດ້ເຂົ້າຮ່ວມກິດຈະກຳ ນໍາບັນດາສື່ມວນຊົນ ຢ່າງສຸດກົກສຸດປາຍ, ໂດຍມີ: ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL ອົງການແຄຣ໌ ນານາຊາດ ປະຈຳລາວ, ພ້ອມດ້ວຍຄະນະຜູ້ປະສານງານຂັ້ນສູນກາງ, ແຂວງຈໍາປາສັກ ແລະ ຜູ້ອຳນວຍຄວາມສະດວກຂອງໂຄງການ GAMCIL ຈາກນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ພະນັກງານໂຄງການ ເຂົ້າຮ່ວມ.
—————————–
ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa