ປະກາດຜົນແຂ່ງຂັນການຜະລິດສື່ສີຂຽວ ພາກລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ ໃນທົ່ວປະເທດ 200 ບົດ

ປະກາດຜົນແຂ່ງຂັນການຜະລິດສື່ສີຂຽວ ພາກລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ ໃນທົ່ວປະເທດ 200 ບົດ
ພິທີປະກາດຜົນການແຂ່ງຂັນການຜະລິດສື່ຂຽວ ຂອງສື່ມວນຊົນ ທັງພາກລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ພາຍໃຕ້ໂຄງການ GAMCIL, ອົງການແຄຣ ນານາຊາດ ປະຈໍາ ສປປ ລາວ, ໃນຈໍານວນ 200 ບົດ ທີ່ສົ່ງເຂົ້າແຂ່ງຂັນ ພາຍໃຕ້ຫົວຂໍ້ ທີ່ມີເນື້ອໃນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການປັບຕົວການປ່ຽນແປງຂອງດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງບົດບາດຍິງ-ຊາຍ, ໃນ 2 ຮູບແບບການແຂ່ງຂັນຄື: ຜະລິດຂ່າວຮູບແບບໂປສະເຕີ້ ແລະ ວິດີໂອ ເຂົ້າຊິງລາງວັນ 20 ລາງວັນ, ໂດຍຜ່ານມາດຖານ, ເງື່ອນໄຂໃນການໃຫ້ຄະແນນ, ໃນນັ້ນມີ 10 ລາງວັນຊົມເຊີຍ ແລະ ອີກ 10 ລາງວັນ ໃນແຕ່ລະປະເພດ ແມ່ນໄດ້ສືບຕໍ່ເຂົ້າຮ່ວມໄປທັດສະນະສຶກສາຢູ່ ສສ ຫວຽດນາມ.
ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL ຕາງໜ້າຄະນະກໍາມະການ ໄດ້ລາຍງານການສົ່ງບົດຂ່າວ ທີ່ເປັນໂປສະເຕີ້ ແລະ ພາບວິດີໂອ ເຂົ້າປະກວດແຂ່ງຂັນໃນທົ່ວປະເທດ ມີທັງໝົດ 200 ບົດ, ໃນນັ້ນ, ນັກຂ່າວພາກລັດ 61 ບົດ, ມີຮູບແບບໂປສະເຕີ້ 42 ແລະ ວິດີໂອ 17, ພາກສ່ວນນັກຂ່າວທົ່ວໄປ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ມີຈຳນວນ 139 ບົດ, ຮູບແບບໂປສະເຕີ້ 52 ແລະ ວິດີໂອ 77. ເຊີ່ງມີມາດຖານ, ເງື່ອນໄຂ ແລະ ລະບຽບການແຂ່ງຂັນເປັນຕົ້ນ: ເນື້ອໃນທັນສະໄໝ (ກ່ຽວຂ້ອງກັບຍຸກປະຈຸບັນ), ມີຄວາມສໍາຄັນ ເນື້ອໃນກ່ຽວຂ້ອງກັບຜູ້ອ່ານ, ຂໍ້ມູນຖືກຕ້ອງ, ຢັ້ງຢືນແຫຼ່ງທີ່ມາຂອງຂ່າວທີ່ໜ້າເຊື່ອຖື ແລະ ໂຄງສ້າງທີ່ຈັດລຽງຕາມປັດໄຈ, ເຫດຜົນ, ໃຊ້ພາສາທີ່ຊັດເຈນ, ຖືກຕ້ອງຕາມຫຼັກໄວຍາກອນ, ມີຫຼາຍສີສັນໃນຮູບແບບ ແລະ ມີເນື້ອໃນທີ່ສອດຄ່ອງ, ສ້າງຄວາມສົນໃຈໃຫ້ຜູ້ຊົມຢາກກົດໄລ້, ຄອມເມັນ, ແຊຣ໌ ຕໍ່ຄວາມຄິດ ຫຼື ບົດເລື່ອງ, ສ້າງສິ່ງໃໝ່ໆ ແລະ ຊອກຫາວິທີການແກ້ໄຂບັນຫາແບບເປັນເອກະລັກ, ສ້າງຄວາມປະທັບໃຈ, ສາມາດຖ່າຍທອດອາລົມໄດ້ຢ່າງຊາບຊຶ້ງ ແລະ ສາມາດດຶງດູດໃຫ້ຜູ້ຊົມເບິ່ງຈົນຈົບວີດີໂອ, ທັງການເພີ່ມແນວຄວາມຄິດທີ່ສ້າງສັນອື່ນໆ. ໂດຍໄດ້ຮັບທືນສະໜັບສະໜູນຈາກສະຫະພາບເອີຣົບ ຫຼື EU, ຜ່ານອົງການແຄຣ໌ ນານາຊາດ ແລະ ຈັດຕັ້ງປະຕິບັດໂດຍໂຄງການ GAMCIL, ແນໃສ່ສົ່ງເສີມນັກຂ່າວ ແລະ ນັກປະດິດສ້າງຜະລິດຕະພັນສື່ດີເດັ່ນຈາກທັງພາກລັດ ແລະ ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ໄດ້ສ້າງຜົນງານໃນການລາຍງານຂ່າວ, ການເລົ່າເລືິ່ອງ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບການພັດທະນາສີຂຽວ ແລະ ຍືນຍົງ.
ພິທີໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2025, ຢູ່ທີ່ໂຮງແຮມຮໍລິເດອິນ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ແກ້ວອໍາພອນ ສຸວັນນະພູມ, ຜູ້ອຳນວຍການອົງການແຄຣ໌ ນານາຊາດ ປະຈໍາລາວ, ມີຫົວໂຄງການແກມຊິວ, ຄະນະກໍາມະການຕັດສິນລາງວັນ, ຜູ້ໄດ້ຮັບລາງວັນ ແລະ ແຂກຖືກເຊີນຈາກພາກເໜືອ, ກາງ ແລະ ພາກໃຕ້ ແລະ ບັນດານັກຂ່າວເຂົ້າຮ່ວມ.
———————-
ຂ່າວ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa