ປະກາດສ້າງຕັ້ງຕາແສງ ບຶງໄຊ ເປັນຕາແສງທຳອິດ ຂອງເມືອງ ແລະ ແຂວງສາລະວັນ

#ປະກາດສ້າງຕັ້ງຕາແສງ ບຶງໄຊ ເປັນຕາແສງທຳອິດ ຂອງເມືອງ ແລະ ແຂວງສາລະວັນ
————————————–
ເມືອງສາລະວັນ ຈັດພິທີປະກາດສ້າງຕັ້ງ “ຕາແສງບຶງໄຊ” ຢ່າງເປັນທາງການ, ເປັນຕາແສງທຳອິດຂອງເມືອງ ກໍຄືຂອງແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2026, ຢູ່ທີ່ບ້ານບຶງໄຊ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ປອ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງສາລະວັນ, ພ້ອມດ້ວຍການນຳຂອງແຂວງ, ເມືອງ, ບັນດາເມືອງອ້ອມຂ້າງແຂວງ, ພະແນກການ, ອົງການທຽບເທົ່າ, ເລຂາພັກ-ນາຍບ້ານ 24 ບ້ານ, ຕະຫຼອດຮອດພາກສ່ວນລັດວິສາຫະກິດ, ທະນາຄານ, ແຂກຖືກເຊີນ ແລະ ປະຊາຊົນເຂົ້າຮ່ວມ.
ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ ໄດ້ລາຍງານການກຽມຄວາມພ້ອມຮອບດ້ານ ໃຫ້ຮູ້ວ່າ: ຕາແສງ ບຶງໄຊ ມີເນື້ອທີ່ກວມເອົາທັງໝົດ 43,827.6 ເຮັກຕາ, ກວມເອົາ 24 ບ້ານ ຄື: ບ້ານບຶງໄຊ, ນາໄຊຊ່ວຍ, ຫ້ວຍຫຼາດ, ບຶງຂາມ, ໜອງບົວນ້ອຍ, ພະນວນ, ຈານໃຕ້, ທົ່ງນາຄໍາ, ນາດອນບົງ, ໜອງໃສ, ນາຫີນໂລງ, ນາໂພເລີນ, ໂຄກສະຫວາດ, ໝອງໝໍ້, ວັງງົວ, ຜັກແພວທົ່ງ, ຈານວົງ, ຕົ້ງໃຫຍ່, ຜັກແພວເສັດ, ແກ້ງຂຸມ, ແກ້ງເປາະ, ຕົ້ງສິລິໄລ, ໜອງບູ່ຫີນ ແລະ ບ້ານຈານເໜືອ, ມີພົນລະເມືອງທັງໝົດ 23,565 ຄົນ, 26,061 ຄອບຄົວ, 3,730 ຫຼັງຄາເຮືອນ, ປະຊາຊົນສ່ວນໃຫຍ່ ເຮັດການຜະລິດກະສິກຳ ເປັນອາຊີບຫຼັກ ກວມເອົາ 80%, ອາຊີບຄ້າຂາຍ 19% ແລະ ອາຊີບອື່ນໆຈຳນວນໜຶ່ງ. ການສ້າງຕັ້ງຕາແສງ ບຶງໄຊ ໄດ້ມີການກໍານົດກົງຈັກການຈັດຕັ້ງຢ່າງລະອຽດ ເພື່ອຮັບປະກັນການເຄື່ອນໄຫວວຽກງານ, ແນໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບປະສິດທິພາບການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມເຂັ້ມແຂງ. ເຊີ່ງແມ່ນອົງຄະນະພັກຮາກຖານໜຶ່ງ, ປະກອບມີ 27 ໜ່ວຍພັກຮາກຖານຂຶ້ນກັບ, ຄະນະພັກຮາກຖານທັງໝົດ 5 ສະຫາຍ, ສະມາຊິກພັກ 429 ສະຫາຍ, ຍິງ 86 ສະຫາຍ, ປະກອບມີ 5 ໜ່ວຍງານວິຊາສະເພາະ (ບໍລິຫານ-ປົກຄອງ, ເສດຖະກິດ-ການເງິນ, ວັດທະນະທໍາ-ສັງຄົມ, ປກຊ-ປກສ ແລະ ພັກ-ອົງການຈັດຕັ້ງມະຫາຊົນ), ມີພະນັກງານທັງໝົດ 13 ທ່ານ, ຍິງ 1 ທ່ານ.
ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງ ສະບັບເລກທີ 229/ຄປຂ, ວ່າດ້ວຍການສ້າງຕັ້ງຕາແສງ ບຶງໄຊ ຢ່າງເປັນທາງການ ແລະ ຂໍ້ຕົກລົງ ສະບັບເລກທີ 32,33 ແລະ 37 ວ່າດ້ວຍການແຕ່ງຕັ້ງ ທ່ານ ດາວອນ ເຄນຍານີ ກຳມະການພັກເມືອງ ເປັນປະທານ, ທ່ານ ພວງແກ້ວ ປະທຸມລິດ ແລະ ທ່ານ ຮທ ບົງຂຽນ ເສົາກົມກິ່ງແກ້ວ ເປັນຮອງປະທານ ຄະນະກໍາມະການປົກຄອງຕາແສງ ບຶງໄຊ.
ໃນຕອນທ້າຍ, ທ່ານ ປະເດີມພອນ ສົນທະນີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງ ໂດຍເນັ້ນໃຫ້ຄະນະກໍາມະການປົກຄອງຕາແສງ ຈົ່ງຍົກສູງຄວາມຮັບຜິດຊອບໃນການຮັບໃຊ້ປະຊາຊົນ, ສ້າງຄວາມສາມັກຄີພາຍໃນ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວເຖິງ. ຈາກນັ້ນ, ໄດ້ມີພິທີຕັດແຖບຜ້າ, ເປີດປ້າຍສຳນັກງານ ຄະນະກໍາມະການປົກຄອງຕາແສງ ບຶງໄຊ ຢ່າງເປັນທາງການ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ.
——————————
ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa