ປະກາດເລື່ອນຊັ້ນຜູ້ພິພາກສາຂອງສານປະຊາຊົນແຂວງສາລະວັນ ແລະ ສານປະຊາຊົນເຂດ

ປະກາດເລື່ອນຊັ້ນຜູ້ພິພາກສາຂອງສານປະຊາຊົນແຂວງສາລະວັນ ແລະ ສານປະຊາຊົນເຂດ
#ປະກາດເລື່ອນຊັ້ນຜູ້ພິພາກສາ ສານປະຊາຊົນເຂດ ແລະ ສານປະຊາຊົນແຂວງສາລະວັນ
ປະກາດເລື່ອນຊັ້ນຜູ້ພິພາກສາ ຂອງສານປະຊາຊົນແຂວງສາລະວັນ ແລະ ສານປະຊາຊົນເຂດ ຈໍານວນ 5 ທ່ານ, ຍິງ 1 ທ່ານ, ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ທັນວາ 2025, ຢູ່ທີ່ຫ້ອງປະຊຸມຄະນະຈັດຕັ້ງແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ແຂກຖືກເຊີນທີ່ກ່ຽວຂ້ອງ ແລະ ພະນັກງານທີ່ຖືກເລື່ອນຊັ້ນ, ພະນັກງານຫຼັກແຫຼ່ງພາຍໃນສານປະຊາຊົນແຂວງ ເຂົ້າຮ່ວມ.
ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານປະທານສານປະຊາຊົນສູງສຸດ ສະບັບເລກທີ 1361-1365 ວ່າດ້ວຍການເລື່ອນຊັ້ນ ຜູ້ພິພາກສາ ສານປະຊາຊົນແຂວງສາລະວັນ ແລະ ການເລື່ອນຊັ້ນຜູ້ພິພາກສາ ສານປະຊາຊົນເຂດ ຄື: ເຫັນດີເລື່ອນຊັ້ນ ຜູ້ພິພາກສາ ຂອງສານປະຊາຊົນເຂດ II ຈຳນວນ 3 ທ່ານ, ໃນນັ້ນເລື່ອນຜູ້ພິພາກສາ ຊັ້ນ 1 ຂຶ້ນເປັນ ຜູ້ພິພາກ ສາຊັ້ນ 2 ຈໍານວນ 2 ທ່ານ ແລະ ຜູ້ພິພາກສາ ຊັ້ນ 2 ຂຶ້ນເປັນ ຜູ້ພິພາກສາ ຊັ້ນ 3 ຈໍານວນ 1 ທ່ານ, ເລື່ອນຜູ້ພິພາກສາ ຊັ້ນ 1 ຂຶ້ນເປັນຊັ້ນ 2 ຂອງສານປະຊາຊົນ ເຂດ I ແລະ ເຂດ III, ເຂດລະ 1 ທ່ານ. ເປັນກຽດປະດັບຊັ້ນ ແລະ ມອບຂໍ້ຕົກລົງໃຫ້ຜູ້ທີ່ໄດ້ເລື່ອນຊັ້ນໃນຄັ້ງນີ້ ໂດຍແມ່ນ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ.
ໂອກາດດຽວກັນນີ້, ທ່ານກໍໄດ້ໂອ້ລົມ ໂດຍເນັ້ນໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເອົາໃຈ ໃສ່ສຶກສາອົບຮົມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ມີຄວາມໝັກແໜ້ນ ຕິດພັນກັບຈັນຍາບັນ-ຈັນຍາທຳ, ຕ້ອງມີຄວາມເຂັ້ມງວດຕໍ່ລະບຽບ ມີການສຳຫຼວດກວດກາຕໍ່ຕົນເອງ ແລະ ໝູ່ຄະນະ, ຖືເອົາການເຕົ້າໂຮມຄວາມສາມັກຄີເປັນຫຼັກ, ດ້ານການແກ້ໄຂພິພາກສາຄະດີຕ້ອງເປັນໝູ່ຄະນະ ແລະ ປະຕິບັດໜ້າທີ່ໃຫ້ມີຜົນສຳເລັດ, ມີບາດກ້າວໃໝ່ທີ່ດີຂຶ້ນ.
——————————
ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa