ປະທານສະພາ ປະຊາຊົນແຂວງສາລະວັນ ເຄື່ອນໄຫວອວຍພອນ ການນໍາແຂວງຢາລາຍ ສສ.ຫວຽດນາມ

#ປະທານສະພາ ປະຊາຊົນແຂວງສາລະວັນ ເຄື່ອນໄຫວອວຍພອນ ການນໍາແຂວງຢາລາຍ ສສ.ຫວຽດນາມ
#ໃນຕອນເຊົ້າຂອງວັນທີ 6 ມັງກອນ 2026 ນີ້, ທີ່ນະຄອນກຸຍງາຍ (Quy Nhon) ແຂວງຢາລາຍ (Gia Lai) ສສ.ຫວຽດນາມ, ສະຫາຍ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງສາລະວັນ ແລະ ສະຫາຍ ຂັນໄຊ ລັດຖະເຮົ້າ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ຮອງປະທານ ສະພາປະຊາຊົນແຂວງສາລະວັນ, ມີຮອງຫົວໜ້າພາສີ ດ່ານສາກົນລະໄລ, ນັກທຸລະກິດ, ປະທານບໍລິສັດ ສຸກໃຈ ແລະ ຄະນະເລຂາທິການ ໄດ້ນໍາກະຕ່າຂອງຂວັນ ແລະ ຂອງທີ່ລະນຶກ ເຂົ້າອວຍພອນ ບັນດາສະຫາຍ ຄະນະປະຈໍາ ສະພາປະຊາຊົນແຂວງຢາລາຍ ສສ.ຫວຽດນາມ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຂອງ ສສ.ຫວຽດນາມ ປີ 2026; ໃຫ້ກຽດຕ້ອນຮັບອັນອົບອຸ່ນຂອງສະຫາຍ ນາງ ຮີ່ວງ ຖຸ້ຍ ເວິນ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມດ້ວຍບັນດາທ່ານຄະນະປະຈໍາ;
#ການພົບປະຢ້ຽມຢາມຄັ້ງນີ້ ສະຫາຍ ສີເຮັງ ຫອມສົມບັດ ໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງແຂວງ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ຊຸດທີ IV ໃຫ້ ໄດ້ຮັບຊາບ; ຫຼັງຈາກນັ້ນ, ທ່ານໄດ້ກ່າວສະແດງຄໍາອວຍພອນອັນປະເສີດມາຍັງ ບັນດາສະຫາຍ ຄະນະປະຈໍາ ສະພາປະຊາຊົນແຂວງຢາລາຍ ດ້ວຍຄວາມຈິງໃຈມິດຕະພາບຢ່າງສູງສົ່ງ, ຂໍຈົ່ງມີສຸຂະພາບພາລານະໄມສົມບູນ, ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ, ອວຍພອນໃຫ້ແຂວງຢາລາຍມີການພັດທະນາຍີິ່ງໆຂື້ນ ແລະ ຂໍໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ;
ໂອກາດດຽວກັນ, ສະຫາຍ ນາງ ຮີ່ວງ ຖຸ້ຍ ເວິນ ກໍ່ໄດ້ກ່າວ ສະແດງຄວາມຂອບອົກຂອບໃຈຢ່າງສຸດຊື້ງມາຍັງ ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ຢ່າງລົ້ນເຫຼືອ ທີ່ໄດ້ເດີນທາງມາພົບປະຢ້ຽມຢາມ ອວຍພອນອັນອົບອຸ່ນ, ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ເພື່ອຫັດແໜ້ນຄວາມສາມັກຄີມິດຕະພາບພິເສດ ລະຫວ່າງລາວ-ຫວຽດນາມ ເວົ້າລວມ-ເວົ້າສະເພາະກໍ່ຄື ສະພາປະຊາຊົນ 2 ແຂວງຢາລາຍ-ແຂວງສາລະວັນ ໃຫ້ນັບມື້ຍິ່ງແໜ້ນແຟ້ນຂຶ້ນເລື້ອຍໆ
ພາບ-ຂ່າວ: ສະພາປະຊາຊົນແຂວງສາລະວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa