ປິດອົບຮົມວຽກງານສຶກສາ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ພະນັກງານນໍຳພາ – ຄຸ້ມຄອງ ຊຸດທີ 1 ປະຈຳປີ 2025

ປິດອົບຮົມວຽກງານສຶກສາ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ພະນັກງານນໍຳພາ – ຄຸ້ມຄອງ ຊຸດທີ 1 ປະຈຳປີ 2025

ປິດອົບຮົມວຽກງານສຶກສາປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ພະນັກງານນຳພາ – ຄຸ້ມຄອງ ( ເປົ້າໝາຍສີ່ ) ຊຸດທີ 1 ລະບົບ 160 ຊົ່ວໂມງ ປະຈຳປີ 2025 ໄດ້ຈັດຂື້ນໃນ ວັນທີ 23 ຕຸລາ 2025 ທີ່ສະ ໂມສອນກອງບັນຊາການທະຫານ ເມືອງເລົ່າງາມ ແຂວງສາລະວັນ ພາຍໃຕ້ການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານອົງການປົກຄອງແຂວງສາລະວັນ, ທ່ານ ໂພສີ ຫຼວງສຸລິວັນ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ – ປ້ອງ ກັນຄວາມສະຫງົບ ເມືອງເລົ່າງາມ, ມີບັນດາທ່ານຈາກກອງບັນຊາການທະຫານແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະຮັບຜິດຊອບຊຸດຝຶກອົບຮົມຂັ້ນແຂວງ – ຂັ້ນເມືອງ, ແຂກຖືກເຊີນ, ຄູຝຶກ ແລະ ນັກຝຶກອົບຮົມ ເຂົ້າ ຮ່ວມ.

ຊຸດອົບຮົມ ໄດ້ດຳເນີນແຕ່ວັນທີ 2 – 23 ຕຸລາ 2025 ລວມທັງໝົດ 22 ວັນ ມີຈຳນວນພົນ ເຂົ້າຮ່ວມທັງໝົດ 162 ທ່ານ, ໃນນັ້ນຄະນະຮັບຜິດຊອບຊີ້ນຳລວມ 9 ທ່ານ, ຄູຝຶກຮັບເຊີນ 12 ທ່ານ, ກອງເລຂາ 10 ທ່ານ, ພະນັກງານຮັບໃຊ້ 33 ທ່ານ, ນັກສຳມະນາກອນ 58 ທ່ານ, ຍິງ 2 ທ່ານ; ລວມວັນຝຶກຕົວຈິງ 19 ວັນ, ເທົ່າ ກັບ 119 ຊົ່ວໂມງ, ເທົ່າກັບ 83.12%, ເນື້ອໃນທີ່ນຳມາຝຶກອົບຮົມໃນຊຸດນີ້ລວມມີ 2 ພາກຄື: ພາກຄວາມຮູ້ພື້ນຖານທິດສະດີ ແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃນໄລຍະໃໝ່ຂອງພັກ ລວມມີ 13 ບົດ, ເທົ່າກັບ 84 ຊົ່ວໂມງ, ຄົ້ນຄວ້າສົນ ທະນາແລກປ່ຽນ 21 ຊົ່ວໂມງ, ພາກການທະຫານ 3 ບົດ ຄື: ບົດສິລະປະຍຸດ, ຍຸດທະ ວິທີ ເທົ່າກັບ 21 ຊົ່ວໂມງ, ພາກປະຕິບັດ ຫັດແອບຢູ່ສະໜາມ 17 ຊົ່ວໂມງ; ການປະເມີນຜົນຄວາມຮັບຮູ້ເຂົ້າໃຈທາງດ້ານທິດສະດີ, ການຂຽນບົດເກັບກ່ຽວ ແລະ ການຫັດແອບຕົວຈິງ ຢູ່ພາກສະໜາມຂອງນັກຝຶກອົບຮົມ ສາມາດຕີລາຄາຄວາມຮັບຮູ້ ແລະ ຈັດປະເພດຄື: ພາກທິດສະດີແນວທາງການທະຫານຂອງພັກ: ປະເພດຮຽນລະດັບດີ 48 ສະຫາຍ, ປະເພດຮຽນລະດັບກາງ 10 ສະຫາຍ, ພາກວິຊາການທະຫານ: ປະເພດເກັ່ງ 44 ສະຫາຍ, ປະເພດກາງ 14 ສະຫາຍ, ພາກປະສານສຽງແຕກ ຍິງລູກປືນແທ້: ມີນັກຍິງເກັ່ງ 10 ສະຫາຍ, ກາງ 24 ສະຫາຍ ແລະ ຄາດໝາຍ 24 ສະຫາຍ, ພາກຂຽນບົດເກັບກ່ຽວ: ປະເພດດີຫຼາຍ 48 ສະຫາຍ, ປະເພດດີ 10 ສະຫາຍ, ຈັດປະເພດນັກວິທະຍາກອນ ແລະ ຄູອາຈານຜ່ານການປະເມີນ ຜົນຂອງນັກສຳມະນາກອນຄື: ປະເພດ ສອນດີສອນເກັ່ງຈຳນວນ 10 ທ່ານ ແລະ ສອນດີ 2 ທ່ານ.
ໃນຕອນທ້າຍ ທ່ານ ພັທ ຂັນທອງ ຈັນທະລາ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງເລົ່າງາມ ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ທີ່ເຂົ້າຮ່ວມການຝຶກ ອີກໃນຄັ້ງນີ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa