ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງແຂວງສາລະວັນ ສືບຕໍ່ໂຄສະນາຫາສຽງ ຢູ່ເມືອງສະໝ້ວຍ

ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ສືບຕໍ່ເຄື່ອນໄຫວລົງໂຄສະນາຫາສຽງ ຢູ່ບ້ານລະຮາງ ເມືອງສະໝ້ວຍ ແຂວງສາລະວັນ, ໃນຕອນເຊົ້າວັນທີ 11 ກຸມພາ 2026, ຊຶ່ງນໍາພາໂດຍ ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຫົວໜ້າອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ, ມີ ທ່ານ ຂັນໄຊ ຣັດຖະເຮົ້າ ຮອງປະທານສະພາປະຊາຊົນແຂວງສາລະວັນ, ພ້ອມດ້ວຍບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 14 ທ່ານ ແລະ ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ບັນດາອະນຸກຳມະການຕ່າງໆ ແລະ ຄະນະຮັບຜິດຊອບ ຕະຫຼອດຮອດອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ການລົງຫາສຽງຄັ້ງນີ້, ບັນດາທ່ານຜູ້ສະໝັກທັງໝົດ ນັບແຕ່ນ້ຳເບີ 1 ຈົນເຖີງ ນ້ຳເບີ 14 ໄດ້ສະແດງຄວາມດີອົກດີໃຈ ທີ່ລົງໄດ້ພົບປະຜູ້ມີສິດເລືອກຕັ້ງ, ທັງໄດ້ມີການແນະນຳຕົນເອງ, ຊື່-ປະຫວັດການເຄື່ອນໄຫວໃນແຕ່ລະໄລຍະ, ໜ້າທີ່ຄວາມຮັບຜິດຊອບໃນປະຈຸບັນ ແລະ ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນໃນບັ້ນເລືອກຕັ້ງ, ທັງໄດ້ສະເໜີຈຸດປະສົງ, ເຈດຈຳນົງ ແລະ ແນວຄວາມຄິດ ຕໍ່ກັບວຽກງານທີ່ຕົນຮັບຜິດຊອບ ທີ່ຈະສ້າງເງື່ອນໄຂ, ນຳສະເໜີຕໍ່ສະພາແຫ່ງຊາດ ເພື່ອຂົນຂວາຍດຶງດູດການຮ່ວມມື ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ເວົ້າສະເພາະກໍຄືຊີວິດການເປັນຢູ່ຂອງປະຊາຊົນ. ທັງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ-ໜ້າທີ່ ແລະ ຄວາມໝາຍສໍາຄັນຂອງການເລືອກຕັ້ງ ສສຊ ກໍເພື່ອປັບປຸງກົນໄກການບໍລິຫານລັດ ໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນ ຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ, ສ້າງຕັ້ງລະບົບອຳນາດລັດ ທີ່ເຂັ້ມແຂງ ແລະ ໂປ່ງໃສ ທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ. ສໍາລັບຈຸດບ້ານລະຮາງ ແມ່ນບ້ານໜຶ່ງທີ່ນອນໃນຈຸດສຸມອາຕຸກ, ມີ 17 ບ້ານຂຶ້ນກັບ, ກຳນົດ 6 ໜ່ວຍປ່ອນບັດເລືອກຕັ້ງ, ຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ ນັບແຕ່ອາຍຸ 18 ປີຂຶ້ນໄປ ມີທັງໝົດ 3,194 ຄົນ, ຍິງ 1,603 ຄົນ.
ການລົງເຄື່ອນໄຫວໂຄສະນາຫາສຽງ ຢູ່ເມືອງສະໝ້ວຍ ແມ່ນກໍານົດເອົາ 2 ຈຸດຄື: ຈຸດບ້ານລະຮາງ ແລະ ໃນຕອນບ່າຍຂອງວັນດຽວກັນ ກໍໄດ້ລົງຫາສຽງ ຢູ່ຈຸດເທສະບານເມືອງ. ໃນທົ່ວເມືອງສະໝ້ວຍ ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 24 ໜ່ວຍ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງ ນັບແຕ່ອາຍຸ 18 ປີຂຶ້ນໄປ ມີທັງໝົດ 11,033 ຄົນ, ຍິງ 5,409 ຄົນ.

————————-ຂ່າວ-ພາບ: ວິໄລວອນ ສິດທິໄຊ