ຜູ້ສະໝັກຮັບເລືອກຕັ້ງ ສສຂ ປະຈຳເມືອງຄົງເຊໂດນ ລົງເຄື່ອນໄຫວໂຄສະນາຫາສຽງ

ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຂດເລືອກຕັ້ງທີ 6 ເມືອງຄົງເຊໂດນ ເຄື່ອນໄຫວໂຄສະນາຫາສຽງ ພົບປະຜູ້ມີສິດເລືອກຕັ້ງ 2 ຈຸດ, ໃນຕອນເຊົ້າວັນທີ 11 ກຸມພາ 2026, ເປັນຈຸດທຳອິດ ຄື: ຈຸດສຸມແກ້ງໂຄນ, ມີ 7 ບ້ານ ແລະ ໃນຕອນບ່າຍຢູ່ຈຸດສຸມແກ້ງຫວດ, ນໍາໂດຍ: ທ່ານ ວິໄລ ສີລາດວງໃຈ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກຄົງເຊໂດນ, ພ້ອມດ້ວຍຜູ້ຮັບສະໝັກເລືອກຕັ້ງ ທັງໝົດ 7 ທ່ານ, ຍິງ 2 ທ່ານ, ມີຄະນະຮັບຜິດຊອບການເລືອກຕັ້ງຂັ້ນເມືອງ ແລະ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມ.

ການລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດເລືອກຕັ້ງ, ຜູ້ຮັບສະໝັກເລືອກຕັ້ງແຕ່ລະທ່ານ ໄດ້ຜັດປ່ຽນກັນສະເໜີໂຕ – ແນະນໍາປະຫວັດການເຄື່ອນໄຫວວຽກງານແຕ່ລະໄລຍະຂອງຕົນເອງ ແລະ ແຜນການເຄື່ອນໄຫວ ສະແດງເຖິງຄວາມມຸ່ງມາດປາດຖະໜາ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ. ໂອກາດນີ້ ທ່ານ ວິໄລ ສີລາດວງໃຈ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກຄົງເຊໂດນ ໄດ້ເນັ້ນໃຫ້ຄະນະພັກ,ອຳນາດການປົກຄອງບ້ານ ແລະ ປະຊາຊົນ ເພີ່ມທະວີຍົກສູງສະຕິຄວາມຮັບຜິດຊອບທາງດ້ານ ການເມືອງ,ເປັນເຈົ້າການຮັກສາຄວາມສະຫງົບໃຫ້ ເປັນລະບຽບຮຽບຮ້ອຍ ແລະ ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃນວັນອາທິດ ວັນທີ 22 ກຸມພາ 2026 ນີ້ ຮັບປະກັນໃຫ້ບັນລຸຕາມຄາດໝາຍ 400%.

