ພະນັກງານຫຼັກແຫຼ່ງ ຄະນະໂຄສະນາອົບຮົມແຂວງ ເຊື່ອມຊຶມມະຕິຄົບຄະນະບໍລິຫານງານພັກແຂວງ ແລະ ສູນທອນພົດສະຫາຍ ເລຂາທິການໃຫຍ່

ພະນັກງານຫຼັກແຫຼ່ງ ຄະນະໂຄສະນາອົບຮົມແຂວງ ເຊື່ອມຊຶມມະຕິຄົບຄະນະບໍລິຫານງານພັກແຂວງ ແລະ ສູນທອນພົດສະຫາຍ ເລຂາທິການໃຫຍ່

ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 2 ສະໄໝທີ X, ຍົກໃຫ້ເຫັນເນື້ອໃນທີ່ສຳຄັນ 3 ບັນຫາໃຫຍ່ຄື: 1) ເຜີຍແຜ່ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 797/ຄລສພ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X ຈຳນວນ 35 ສະຫາຍ, ຍິງ 4 ສະຫາຍ, ແຈ້ງການຄະນະຈັດຕັ້ງສູນກາງພັກ ກ່ຽວກັບການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກແຂວງ. 2)ເອກະພາບຮັບຮອງເອົາເນື້ອໃນເອກະສານສຳຄັນ ຄື: ຮັບຮອງເອົາການແບ່ງງານພາຍໃນຄະນະບໍລິຫານງານພັກແຂວງ, ໂຄງການດໍາເນີນງານ ແລະ ຮັບຮອງເອົາຂໍ້ກຳນົດ ວ່າດ້ວຍ: ທີ່ຕັ້ງພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X ແລະ ການແບ່ງວຽກຊີ້ນຳບັນດາເມືອງຂອງຄະນະປະຈຳພັກແຂວງ. 3)ທິດທາງແຜນການນຳພາຮອບດ້ານ ໄລຍະທ້າຍປີ 2025 ເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກວັດທະນະທຳ-ສັງຄົມ, ວຽກບູລະນະກົງຈັກລັດ ແລະ ອົງການປົກຄອງ, ວຽກງານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ວຽກການຕ່າງປະເທດ, ວຽກງານກໍ່ສ້າງຮາກຖານການເມອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແລະ ວຽກກໍ່ສ້າງພັກ-ພະນັກງານ. ຈາກນັ້ນ, ສະຫາຍ ຍັງໄດ້ຍົກໃຫ້ເຫັນເຖີງວຽກຈຸດສຸມໃນໄລຍະທ້າຍປີ 2025 ທີ່ແລະ ໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງສາລະວັນ ເພີ່ມທະວີຍົກສູງຄວາມຮັບຜິດຊອບ ເຊື່ອມຊຶມ ແລະ ຄົ້ນຄວ້າໃຫ້ເລີກເຊີ່ງ ເພື່ອເປັນທິດທາງໃນການວາງແຜນ, ສ້າງແຜນງານ ໂດຍສະເພາະວຽກງານຂອງຄະນະໂຄສະນາອົບຮົມແຂວງ ໃນທຸກດ້ານ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້.

ຈາກນັ້ນ, ສະຫາຍ ນາງ ບຸຜາ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ຜ່ານເນື້ອໃນເອກະສານ ສູນທອນພົດຂອງສະຫາຍເລຂາທິການໃຫຍ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ເປັນຕົ້ນ: ການກຳເນີດພັກປະຊາຊົນປະຕິວັດລາວ, ບົດຮຽນໃນການນໍາພາການປະຕິວັດໄດ້ຮັບໄຊຊະນະ, ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າ ຂອງພັກ ຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການນໍາພາດ້ວຍຄວາມເປັນແບບຢ່າງ ຂອງສະມາຊິກພັກ. ນອກນັ້ນ, ກໍໄດ້ເຜີຍແຜ່ສູນທອນພົດຂອງສະຫາຍ ເລຂາທິການໃຫຍ່ ຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງ ຄົບຮອບ 70 ປີ, ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ.
ພິທີຈັດຂຶ້ນໃນວັນທີ 12 ພະຈິກນີ້, ເຊີ່ງມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມ.
————————-
ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa