ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສາລະວັນມອບເຂົ້າສານຈ້າວຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ພິທີມອບ-ຮັບ ເຂົ້າສານຈ້າວ ໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມປີ 2025 ຢູ່ເມືອງວາປີ ໄດ້ຈັດຂື້ນໃນວັນທີ 22 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວາປີ,ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈີດ ຮອງເຈົ້າແຂວງສາລະວັນ ,ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກແຮງງານສະຫວັດດີການ-ສັງຄົມແຂວງ,ທ່ານ. ທິນນະກອນ ແສງອຸໄທ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງວາປີ,ເມືອງສາລະວັນ,ຫົວໜ້າຫ້ອງການແຮງງານສະຫວັດດີການສັງຄົມເມືອງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ,ຂັ້ນເມືອງແລະ ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບເຂົ້າຮ່ວມ.

ເຂົ້າຈ້າວທີ່ໄດ້ຮັບໃນຄັ້ງນີ້ແມ່ນໂຄງການຄັງແຮເຂົ້າສຸກເສີນອາຊຽນ +3 ປະຈໍາປີ 2024 ງວດ 2 ຈາກກະຊວງແຮງງານສະຫັວດດີການສັງຄົມຈໍານວນ 100 ໂຕນ,ເພື່ອມອບໃຫ້ປະຊາຊົນ ບັນດາເມືອງທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ປີ 2025, ໃນນັ້ນ ເມືອງວາປີ 10ໂຕນ,ເມືອງສາລະວັນ 10 ໂຕນ,ຄົງເຊໂດນ 15 ໂຕນ,ຕຸ້ມລານ 5 ໂຕນ,ສະໜ້ວຍ 5 ໂຕນ ແລະ ເມືອງຕະໂອ້ຍ 5 ໂຕນລວມເປັນ 50 ໂຕນ,ປັດຈຸບັນໄດ້ຈັດສົ່ງໃຫ້ບັນດາເມືອງເປົ້າໜາຍສຳແລ້ວ,ຈາກນັ້ນ ທ່ານຄຳຜ່ານ ສີລາວີ ຫົວໜ້າພະແນກແຮງງານສະຫວັດດີການ ແລະສັງຄົມແຂວງ ກໍ່ໄດ້ມອບເຂົ້າຈຳນວນດັ່ງກ່າວໃຫ້ ການນຳຂອງເມືອງ ໂດຍຊ່ອງໜ້າ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະອຳນາດການປົກຄອງບ້ານຕະຫລອດຮອດຄອບຄົວຜູ້ທີ່ຖືກຜົນກະທົບເຂົ້າຮ່ວມເປັນສັກຂີ່ພິຍານ.

ຂ່າວ ແກ້ວວິໄລ.