ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງສາລະວັນ ເຊື່ອມຊືມ ເອກະສານທີ່ສໍາຄັນຂອງພັກ-ຂອງຊາດ

ໃນວັນທີ 28 ຕຸລາ 2025 ນີ້ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງສາລະວັນ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານທີ່ສໍາຄັນຂອງພັກ ແລະ ຂອງຊາດ ຂື້້ນຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ສູນໄຖ ໄຊຍະແສງ ກໍາມະການພັກແຂວງ ຫົວໜ້າພະແນກວັດທະທໍາ ແລະ ການທ່ອງທ່ຽວແຂວງ; ມີຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫ້ອງການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ເຂົ້້າຮ່ວມ.

ເອກະສານທີ່ນໍາມາເຊື່ອມຊືມຄັ້ງນີ້ ປະກອບມີ: ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງສາລະວັນ ຄັ້ງທີ 2 ສະໄໝທີ IX ເຊີ່ງກອງປະຊຸມນັ້ນ, ໄດ້ຮັບຟັງການເຜີຍແຜເຜີຍແຜ່ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 797/ຄລ ສພ, ລົງວັນທີ 19/8/2025 ວ່າດ້ວຍ: ການຮັບຮອງເອົາຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X ຈຳນວນ 35 ສະຫາຍ, ຍິງ 4 ສະຫາຍ; ແຈ້ງການຂອງຄະນະຈັດຕັ້ງສູນກາງພັກເລກທີ 1625/ຄຈສພ, ລົງວັນທີ 15/9/2025 ກ່ຽວກັບການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ຈາກນັ້ນ; ກໍຍັງໄດ້ສຸມໃສ່ຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບ ໂຄງການດໍເນີນງານ, ຂໍ້ກຳນົດພາລະບົດ, ສິດ – ໜ້າທີ່, ການແບ່ງຄວາມຮັບຜິດ ຊອບ; ການພົວພັນປະສານງານ ຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະກຳມະການປົກຄອງແຂວງ ສະໄໝທີ X ພ້ອມນີ້ກໍ່ໄດ້ຕີລາຄາວຽກງານໄລຍະ 9 ເດືອນ ເພື່ອວາງທິດທາງແຜນການ 3 ເດືອນທ້າຍປີ 2025 ຕິດພັນກັບການນໍາເອົາວຽກທີ່ສໍາຄັນຮີບດ່ວນເຂົ້າມາປຶກສາຫາລືເຊັ່ນ: ວຽກງານຄວາມຄືບໜ້າການກະກຽມ 2 ວັນປະ ຫວັດສາດ; ການປັບປຸງກົງຈັກພະແນກການຍຸບ – ໂຮມ; ການສ້າງຕັ້ງຕາແສງ; ການເປີດສົກຮຽນ – ກະກຽມເຂົ້າ ຮ່ວມງານມະຫາກໍາກິລາແຫ່ງຊາດຄັ້ງທີ 12; ການກະກຽມເປີດລະດູການທ່ອງທ່ຽວ; ການເກັບລາຍຮັບອາກອນ ແລະ ການສະຫຼຸບຄືນວຽກງານຂອງອະນຸກໍາມະການຕ່າງໆ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ X; ກອງປະຊຸມໄດ້ຮັບຮອງເອົາ ທິດທາງແຜນການ ແລະ ຈຸດສຸມ 3 ເດືອນທ້າຍ ( 10,11,12 ) ປີ 2025 ເປັນຕົ້ນ: ວຽກງານປ້ອງກັນຊາດ-ປອງກັນຄວາມສະຫງົບ, ວຽກງານ ເສດຖະກິດ ແລະ ອື່ນໆ ເຊີ່ງໃນນັ້ນວຽກງານວັດທະນະທໍາ – ສັງຄົມແມ່ນຈະສືບຕໍ່ ສ້າງບ້ານທ່ອງທ່ຽວໃຫ້ເພີ່ມຂຶ້ນ (ຢ່າງໜ້ອຍໃຫ້ໄດ້ 1ບ້ານ); ສືບຕໍ່ການຂຶ້ນທະບຽນວັດໝອງສອງຫ້ອງ ( ພະແກ້ວນໍ້າຫຍາດພິກໝອກ) ບ້ານນາໂພ ເມືອງວາປີ, ຫັດຖະກໍາຕໍ່າແຜ່ນແພເຜົ່າຕະໂອຍ ແລະ ປາໂກະ ເປັນມໍລະດົກແຫ່ງຊາດລະດັບທ້ອງ ຖິ່ນ; ສ້າງຄອບຄົວ-ບ້ານວັດທະນະທໍາ, ປັບປຸງສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມສວຍ ງາມ ເພື່ອດຶງດູດນັກທ່ອງທ່ຽວໃຫ້ໄດ້ ເພີ່ມຂຶ້ນ; ນອກຈາກນີ້ຍັງໄດ້ຜ່ານແຈ້ງ ການກົນໄກການນໍາໄຊ້ເອກະສານທາງລັດຖະການ; ການນໍາໃຊ້ການປະທັບ ແລະ ແຈ້ງ ການປະເມີນໜ່ວຍພັກປອດໃສ.

ທັງນີ້ກໍ່ເພື່ອນາໍໄປຄົ້ນຄ້ວາເຊື່ອມຊຶມ ແລະ ຜັນຂະຫຍາຍ ໃຫ້ເປັນແຜນເຄື່ອນໄຫວ ແລະ ແຜນປະຕິບັດງານ, ໂຄງການ ແລະ ກິດຈະກໍາລະອຽດ ເພື່ອສູ້ຊົນເຮັດສໍາເລັດຕາມຄາດໝາຍ.