#ແຂວງສາລະວັນ ເປີດຂະບວນການຢອດຢາ ວັນໃຫ້ວັກຊິນກັນພະຍາດແຫ່ງຊາດ (ວສຊ) ໂຕ້ຕອບພະຍາດເປ້ຍລ່ອຍ ໃຫ້ເດັກນັບແຕ່ 0 ມື້ ຫາ 5 ປີລົງມາ
.————————————-

#ພະແນກສາທາລະນະສຸກແຂວງສາລະວັນ ເປີດຂະບວນການຈັດຕັ້ງປະຕິບັດວັນໃຫ້ວັກຊິກັນພະຍາດແຫ່ງຊາດ ຫຼື ວສຊ ໃຫ້ເດັກກຸ່ມເປົ້າໝາຍອາຍຸ 0 ມື້ ຫາ 5 ປີ ລົງມາ, ຈັດຂຶ້ນໃນວັນທີ 2 ມີນາ 2026, ທີ່ໂຮງຮຽນປະຖົມນາເຫຼັກ ເມືອງສາລະວັນ ໂດຍການເຂົ້າຮ່ວມຂອງ ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການປົກຄອງແຂວງສາລະວັນ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍຂັ້ນແຂວງ, ທ່ານ ດຣ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ບັນດາການນໍາຂັ້ນແຂວງ-ເມືອງ, ພະນັກງານແພດ-ໝໍ, ຄູ-ອາຈານ, ຜູ້ປົກຄອງເດັກ ພ້ອມດ້ວຍຫຼານນ້ອຍ ເຂົ້າຮ່ວມ.

#ທ່ານແຫວນເພັດ ລັດດາວົງ ໄດ້ກ່າວເປີດຂະບວນການ ໃຫ້ຮູ້ວ່າ: ການໃຫ້ວັກຊິນ, ຢອດຢາກັນພະຍາດເປ້ຍລ່ອຍ ຫຼື ໂປລິໂອ ແມ່ນມີຄວາມສໍາຄັນທີ່ສຸດ ເພາະມັນເປັນການກັນພະຍາດໄວ້ລ່ວງໜ້າ ທີ່ມີລັກສະນະວິທະຍາສາດ, ເມື່ອເດັກ ໄດ້ຮັບການຢອດຢາ ຈະມີຊີວິດທີ່ປອດໄພຈາກການເປັນພະຍາດເປ້ຍລ່ອຍ (ໂປລີໂອ) ແລະ ສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ໃຫ້ເດັກກຸ່ມເປົ້າໝາຍ ນັບແຕ່ອາຍຸ 0-59 ເດືອນ, ເພື່ອຮັບປະກັນ ໃຫ້ເດັກນ້ອຍທຸກໆຄົນ ທີ່ເກີດມາ ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ໄດ້ຮັບວັກຊີນຢ່າງທົ່ວເຖີງ ບໍ່ໃຫ້ເດັກຄົນໃດພາດໂອກາດ, ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິການພື້ນຖານທີ່ສໍາຄັນ ຂອງການຮັກສາສຸຂະພາບທີ່ຈຳເປັນ ແລະ ຖືກຕ້ອງ, ຫຼຸດຜ່ອນອັດຕາການເຈັບເປັນ ແລະ ເສຍຊີວິດຂອງເດັກ. ໃນໂອກາດດຽວກັນນັ້ນ, ທ່ານໄດ້ຮຽກຮ້ອງ ມາຍັງອໍານາດການປົກຄອງທຸກຂັ້ນ ເປັນເຈົ້າການຕິດຕາມ ແລະ ຊຸກຍູ້ຂະບວນການດັ່ງກ່າວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖີງ ແນໃສ່ຫັນເອົາວຽກງານສາທາລະນະສຸກ ລົງສູ່ຮາກຖານ ໃຫ້ກາຍເປັນຂະບວນການຂອງທົ່ວປວງຊົນ ເພື່ອເຮັດໃຫ້ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ມີຄວາມປອດໄພຈາກການຕິດພະຍາດ ທີ່ສາມາດກັນໄດ້ດ້ວຍວັກຊິນ, ພ້ອມທັງເອົາໃຈໃສ່ປຸກລະດົມທົ່ວສັງຄົມ ໄດ້ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ກວ້າງຂວາງ ແລະ ໃຫ້ຜູ້ປົກຄອງເດັກ ເຫັນໄດ້ຄວາມສໍາຄັນຂອງການໃຫ້ວັກຊີນ ແລະ ນຳພານ້ອງນ້ອຍ ໄປຮັບວັກຊີນຕາມຈຸດບໍລິການຕ່າງໆໃນຂອບເຂດທົ່ວແຂວງສາລະວັນ, ກໍຄືບັນດາເມືອງ ເພື່ອສ້າງພູມຄຸ້ມກັນ, ປ້ອງກັນເດັກນ້ອຍ ໃຫ້ມີຄວາມປອດໄພ.

#ຂະບວນການ ໃຫ້ວັກຊີນກັນພະຍາດແຫ່ງຊາດ, ໄດ້ເລີ່ມຈັດຕັ້ງປະຕິບັດພ້ອມກັນໃນຂອບເຂດທົ່ວປະເທດ ກໍຄືແຂວງສາລະວັນ, ເຊີ່ງໄລຍະທີ 1 ຈັດຂຶ້ນໃນລະຫວ່າງ ວັນທີ 2 – 11 ມີນາ ແລະ ໄລຍະທີ 2, ຈະຈັດຂຶ້ນວັນທີ 23 ມີນາ – 2 ເມສາ 2026 ຈຶ່ງສໍາເລັດ. ຈາກນັ້ນ, ທ່ານຮອງປະທານຄະນະກໍາມະການປົກຄອງແຂວງສາລະວັນ ແລະ ບັນດາການນໍາຂອງແຂວງ, ເມືອງ ແລະ ພາກສ່ວນຕ່າງໆ ກໍໄດ້ຮ່ວມຢອດຢາໃຫ້ເດັກ ທີ່ເຂົ້າຮ່ວມໃນຄັ້ງນີ້ຕື່ມອີກ.

————————————–
ຂ່າວ-ພາບ: ວິໄລວອນ ສິດທິໄຊ