ພິທີໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄປຂື້ນກັບຄະນະໂຄສະນາອົບຮົມເມືອງຕະໂອ້ຍ

ພິທີໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄປຂື້ນກັບຄະນະໂຄສະນາອົບຮົມເມືອງຕະໂອ້ຍ

ໃນທ້າຍເດືອນຕຸລາ ທີ່ຜ່ານມານີ້.ໄດ້ຈັດພິທີມອບໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນ ມາຂື້ນກັບຄະນະໂຄສະນາອົບຮົມເມືອງຕະໂອ້ຍ ແລະ ມອບ-ຮັບໜ້າທີ່ລະຫວ່າງຮອງຫົວໜ້າໂຄສະນາອົບຮົມເມືອງຜູ້ເກົ່າ ແລະ ຜູ້ໃໝ່. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອ່ອນແກ້ວ ໝື່ນວິໄລ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະວຽກພັກ-ພະນັກງານ ແລະວຽກງານກຸ່ມອົງການຈັດຕັ້ງມະຫາຊົນທົ່ວເມືອງ ມີບັນດາທ່ານຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ 2 ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດົດສະຫວັນ ອໍລະສານ ກໍາມະການພັກເມືອງ ຫົວໜ້າຫ້ອງການວັດທະນະທໍາ ແລະການທ່ອງທ່ຽວເມືອງໄດ້ຜ່ານບົດບັນທຶກການມອບວຽກງານຖະແຫຼງຂ່າວ-ສື່ມວນຊົນ ພ້ອມທັງຍົກຍ້າຍບຸກຄະລາກອນອອກຈາກຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄປຂື້ນກັບຄະນະໂຄສະນາອົບຮົມເມືອງ, ເຊີ່ງວຽກທີ່ຈະໂອນມາຂື້ນກັບຄະນະໂຄສະນາອົບຮົມເມືອງປະກອບມີ 1 ໜ່ວຍງານຄື: ໜ່ວຍງານວຽກຖະແຫຼງຂ່າວ-ສື່ມວນຊົນ,ມີບຸກຄະລາກອນ 2 ທ່ານ, ຍິງ 2 ທ່ານ;ຍົກຍ້າຍນາງ ສີສະຫວາດ ຄໍາຫຼ້າວິຍະເກດ ແລະ ຍົກຍ້າຍນາງ ອ່ອນໃຈ ໄຊຍະແຮດ ໄປຂື້ນກັບຄະນະໂຄສະນາອົບຮົມເມືອງ ແລະ ໄດ້ມອບໂອນອຸປະກອນ ເຄື່ອງໃຊ້ຈໍາວນໜຶ່ງເປັນຕົ້ນ: ຄອມພິວເຕີໂນດບຸກ, ກ້ອງຖ່າຍຮູບ, ເຄື່ອງອັດສຽງ ແລະ ອຸປະກອນຮັບໃຊ້ອື່ນໆ.#ພ້ອມນັ້ນຍັງໄດ້ຮັບຟັງການຜ່ານບົດບັນທຶກມອບວຽກລະຫວ່າງ ຮອງຫົວໜ້າໂຄສະນາອົບຮົມເມືອງຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.
#ໃນພິທີຍັງໄດ້ເຊັນບົດບັນທຶກມອບໂອນວຽກລະຫ່ວາງທ່ານ ທອງພູນ ໄຊຍະແສງ ກໍາມະການພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງ ກັບ ທ່ານ ດົດສະຫວັນ ອໍລະສານ ກໍາມະການພັກເມືອງຫົວໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ອ່ອນແກ້ວ ໝື່ນວິໄລ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະວຽກພັກພະນັກງານ ແລະວຽກງານກຸ່ມອົງການຈັດຕັ້ງມະຫາຊົນທົ່ວເມືອງ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມເປັນສັກຂີ່ພະຍານ.
ໂອກາດນີ້ທ່ານ ອ່ອນແກ້ວ ໝື່ນວິໄລ ຮອງເລຂາພັກເມືອງ ກໍ່ໄດ້ມີຄໍາເຫັນໂອ້ລົມໃນຫຼາຍບັນຫາເຊິ່ງທ່ານໄດ້ຮຽກຮ້ອງໃຫ້ບັນດາທ່ານຈົ່ງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການເຮັດໜ້າທີ່ວຽກງານຂອງຕົນເອງທີ່ໄດ້ຮັບການມອບໝາຍພ້ອມກັນນັ້ນ ຈົ່ງເພີ່ມທະວີຄວາມເອົາໃຈໃສສຶກສາອົບຮົມວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານໃຫ້ບັນດາສະຫາຍສະມາຊິກພັກພາຍໃນກົມກອງຕົນເອງ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບໜ້າທີ່ວຽກງານຂອງຕົນເອງຢ່າງເລິກເຊິ່ງ.
ໂດຍ: ນັກຂ່າວສື່ມວນຊົນ ເມືອງຕະໂອ້ຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa