ມອບ-ຮັບ ໜ້າທີ່ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສາລະວັນ

ມອບ-ຮັບ ໜ້າທີ່ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສາລະວັນ

   

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 1204/ຈຂ. ວ່າດ້ວຍການອະນຸມັດໃຫ້ ທ່ານ ນາງ ໄກສອນ ຝ້າຍພົມມະວົງໃຊ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສາລະວັນ ເຂົ້າຮັບອຸດໝູນບໍານານ ປະຈໍາງວດທີ III ປີ 2025 ແລະ ມະຕິຕົກລົງຂອງຄະນະປະຈໍາພັກແຂວງສາລະວັນ ເລກທີ 1434/ຄຈພຂ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຈັນທະວອນ ສີຫາຈັກ ເປັນຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສາລະວັນ. ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ນາງ ໄກສອນ ຝ້າຍພົມມະວົງໃຊ (ຜູ້ເກົ່າ) ກັບ ສະຫາຍ ຈັນທະວອນ ສີຫາຈັກ (ຜູ້ໃໝ່), ໂດຍຊ້ອງໜ້າ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ບັນດາແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນ ເຂົ້າຮ່ວມເປັນສັກຂິພິບານ.

ໃນພິທີ, ສະຫາຍ ນາງ ໄກສອນ ຝ້າຍພົມມະວົງໃຊ ໄດ້ຜ່ານບົດລາຍງານໂດຍຫຍໍ້ ຕະຫຼອດໄລຍະໃນການຊີ້ນໍາ-ນໍາພາ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເຊີ່ງໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ, ທັງດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບັນດາແຜນວຽກ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນໄລຍະຕໍ່ໜ້າ, ເຊີ່ງໄດ້ເອົາໃຈໃສ່ນຳພາ ທາງດ້ານການເມືອງ-ແນວຄິດຂອງຖັນແຖວສະມາຊິກພັກ, ພະນັກງານ ມີຄວາມໝັກແໜ້ນ, ຮັກສາໄດ້ຄວາມສາມັກຄີ, ຄວາມເປັນເອກະພາບ, ດ້ານວິຊາສະເພາະ ໄດ້ຍົກສູງການປະຕິບັດຕາມພາລະບົດບາດ ຂອງຕົນຢ່າງເຂັ້ມງວດ ເປັນຕົ້ນ: ວຽກງານການຮຽນ-ການສອນ ລະບົບຊັ້ນກາງ ແຕ່ຮຸ່ນທີ 12-16 ລະບົບ ຂັ້ນຕົ້ນ 3 ເດືອນ ໄດ້ສໍາເລັດໃນ 6 ຮຸ່ນ ແລະ ລະບົບຂັ້ນກາງ 6 ເດືອນ ໄດ້ 3 ຮຸ່ນ, ປະຈຸບັນໄດ້ດໍາເນີນການຮຽນ-ການສອນຂັ້ນກາງຮຸ່ນທີ IV ແລະ ຂັ້ນຕົ້ນ ຮຸ່ນທີ VII, ສໍາເລັດຊຸດຝຶກອົບຮົມໃຫ້ເລຂາພັກ-ນາຍບ້ານ 8 ຕົວເມືອງ ແລະ ບັນດາໜ້າວຽກອື່ນໆອີກ ກໍໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດເປັນກ້າວໆ.

ໃນຕອນທ້າຍ, ສະຫາຍ ນາງ ບຸນທະວີ ດວງລາສີ ກໍໄດ້ໂອ້ລົມ ແລະ ເນັ້ນຫຼາຍບັນຫາ, ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ໄດ້ເຮັດສຳເລັດໜ້າທີ່ການເມືອງ, ປະກອບສ່ວນສະຕິປັນຍາລວມຍອດ, ທັງດ້ານເຫື່ອແຮງ, ຄວາມຮູ້ຄວາມສາມາດຂອງພະນັກງານບໍານານ, ທັງເນັ້ນໃຫ້ຕິດຕາມ, ໃຫ້ຄໍາຄິດເຫັນ, ແນະນຳຕໍ່ກັບຜູ້ທີ່ມາຮັບໜ້າທີ່ ໃໝ່ ເພື່ອເປັນການສືບທອດ, ປ່ຽນແທນ ແລະ ສານຕໍ່ໜ້າທີ່ວຽກງານໃຫ້ມີຜົນສຳເລັດ, ຕໍ່ເນື່ອງ ແລະ ມີປະສິດທິພາບ. ນອກນັ້ນ, ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ກໍຕ້ອງຍົກສູງຄວາມຮັບຜິດຮັບຊອບ, ດ້ານແບບແຜນວິທີນໍາພາ-ວິທີເຮັດວຽກທີ່ດີ, ຮັດແໜ້ນຄວາມສາມັກຄີໃຫ້ເປັນປຶກແຜ່ນ ພາຍໃນຄະນະພັກ, ຄະນະນຳ ກໍຄືພະນັກງານຫຼັກແຫຼ່ງ, ທັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ຜັນຂະຫຍາຍມະຕິ X ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ລວງເລີກ, ຄັດຈ້ອນເນື້ອໃນໃຫ້ກາຍເປັນບົດຮຽນ, ວິເຄາະວິໄຈບັນດາຄາດໝາຍສູ້ຊົນຕ່າງໆຂອງແຂວງ, ແຜນພັດທະນາເສດຖະກິດ ເພື່ອປະຕິບັດຕາມມະຕິ 04/ກມສພ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ເພື່ອຜັນຂະຫຍາຍລົງສູ່ຮາກຖານທ້ອງຖິ່ນ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ກັນຍານີ້, ທີ່ສະໂມສອນຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກ ການ, ອົງການທຽບເທົ່າອ້ອມຂ້າງ ແລະ ຄະນະພັກ, ຄະນະນໍາຂອງໂຮງຮຽນ ຕະຫຼອດຄູອາຈານ, ພະນັກງານພາຍໃນໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເຂົ້າຮ່ວມ.

———————————

ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa