ສະຫະພັນບານເຕະແຂວງສາລະວັນ ມອບ-ຮັບລາງວັນ ໃຫ້ແກ່ນັກກິລາບານເຕະ ເພດຍິງ ທີ່ຕິດທິມຊາດ ຄົນທໍາອິດຂອງແຂວງສາລະວັນ
ຕອນບ່າຍຂອງວັນທີ 30 ມິຖຸນາ 2025 ສະຫະພັນບານເຕະແຂວງສາລະວັນ ໄດ້ຈັດພິທີມອບ-ຮັບລາງວັນ ໃຫ້ແກ່ນັກບານເຕະ ເພດຍິງ ( ນາງ ເພັດທິດາ ຫຼວງຄໍາຊາວ ) ທີ່ຕິດທິມຊາດ ຄົນທໍາອິດຂອງແຂວງສາລະວັນ ເຊິ່ງໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກພະລັງງານແລະບໍ່ແຮ່, ປະທານສະຫະພັນບານເຕະແຂວງ, ມີຄະນະນໍາຂັ້ນແຂວງ, ຂັ້ນເມືອງ, ແຂກທຸກພາກສ່ວນ, ນ້ອງໆນັກກິລາ ເຂົ້າຮ່ວມ.
ໃນພິທີ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມຕ່າງໜ້າຄະນະນໍາຂອງແຂວງ ໄດ້ໃຫ້ກຽດມອບເງິນສົດ ຈໍານວນ 5.000.000 ກີບ ໃຫ້ແກ່ນາງ ເພັດທິດາ ຫຼວງຄໍາຊາວ ນັກແຕະບານທິຊາດລາວ ເພດຍິງ ຄົນທໍາອິດຂອງແຂວງສາລະວັນ ເພື່ອເປັນທຶນການສຶກສາ.
ຈາກນັ້ນ, ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກພະລັງງານແລະບໍ່ແຮ່, ປະທານສະຫະພັນບານເຕະແຂວງ ໄດ້ໃຫ້ກຽດມອບລົດຈັກໜື່ງ ຈໍານວນ 1 ຄັນຕື່ມອີກ.
ໃນຕອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ໃນນາມຕ່າງໜ້າຄະນະນໍາຂອງແຂວງ ໄດ້ໃຫ້ກຽດໂອ້ລົມ