ສາລະວັນປະກາດໂຮມພະແນກຊັບພະຍາກອນ ແລະສິ່ງແວດລ້ອມເຂົ້າກັບພະແນກກະສິກຳ ແລະປ່າໄມ້ ຕິດພັນກັບການປັບປຸງການຈັດຕັ້ງ ແລະ ປະກາດພະນັກງານເຂົ້າຮັບອຸດໜູນບໍານານ

ສາລະວັນປະກາດໂຮມພະແນກຊັບພະຍາກອນ ແລະສິ່ງແວດລ້ອມເຂົ້າກັບພະແນກກະສິກຳ ແລະປ່າໄມ້ ຕິດພັນກັບການປັບປຸງການຈັດຕັ້ງ ແລະ ປະກາດພະນັກງານເຂົ້າຮັບອຸດໜູນບໍານານ

 

ໃນວັນທີ 10 ກັນຍາ 2025 ແຂວງສາລະວັນ ໄດ້ຈັດພິທີປະກາດການຈັດຕັ້ງພາຍຫຼັງໂຮມພະແນກຊັບພະຍາກອນ ແລະສິ່ງແວດລ້ອມແຂວງ ເຂົ້າກັບພະແນກກະສິກຳ ແລະປ່າໄມ້ ແຂວງ ຢູ່ທີ່ພະແນກກະສິກໍາ ແລະປ່າໄມ້ແຂວງ, ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ-ພະນັກງານ; ມີສະຫາຍ ສັກດາ ແກ້ວດວງສີ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນ ແລະສິ່ງແວດລ້ອມແຂວງ; ສະຫາຍ ສີວັນພະກອນ ວົງບຸນທັນ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ; ມີບັນດາສະຫາຍຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານ-ລັດຖະກອນຂັ້ນແຂວງ-ຂັ້ນເມືອງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິກໍ່ໄດ້ຜ່ານບົດລາຍງານຫຍໍ້ສະພາບການປັບປຸບກົງຈັກການຈັດຕັ້ງ, ຜ່ານຄໍາສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 13/ຄຈພຂ, ລົງວັນທີ 9 ກັນຍາ 2025 ວ່າດ້ວຍການຍຸບເລີກ ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ໜ່ວຍພັກຮາກຖານພະແນກຊັບພະຍາກອນ ແລະສິ່ງແວດລ້ອມ ແລະ ໜ່ວຍພັກຂຶ້ນກັບ; ຜ່ານແຈ້ງການເຖິງພະແນກກະສິກຳ ແລະປ່າໄມ້ ແລະພະແນກຊັບພະຍາກອນແລະສິ່ງແວດລ້ອມ ໃຫ້ແຈ້ງພະນັກງານ- ລັດຖະກອນຜູ້ທີ່ຄົບເງື່ອນໄຂ ອອກພັກການ ລໍຮັບອຸດໜູນບຳນານ ໃນງວດທີ I ປີ 2026 ຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ, ປະກາດຮັບຮອງກົງຈັກການຈັດຕັ້ງ ແລະບຸກຄະລາກອນຂອງພະແນກກະສິກຳ ແລະສິ່ງແວດລ້ອມ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 1394-1395/ຄຈພຂ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານ ໃໝ່ແລະບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ພະແນກກະສິກຳ ແລະສິ່ງແວດລ້ອມ

ໃນນັ້ນໄດ້ເຫັນດີ ບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ມີ 09 ສະຫາຍ ຍິງ 02 ສະຫາຍ ປະກອບມີ:

  1. ສະຫາຍ ສີວັນພະກອນ ວົງບຸນທັນເລຂາຄະນະພັກຮາກຖານ.
  2. ສະຫາຍ ສີນໄຊ ເພັດແພງລາສີຮອງເລຂາ ຄະນະພັກຮາກຖານ.
  3. ສະຫາຍ ປອ ສຸພະໄຊ ບຸນຍົງກຳມະການ ຄະນະພັກຮາກຖານ ທັງເປັນປະທານກວດກາພັກ.
  4. ສະຫາຍ ມະໂນຫວັງ ພົງອຸດົມກຳມະການ ຄະນະພັກຮາກຖານ ເປັນຮອງປະທານກວດກາພັກ.
  5. ສະຫາຍ ນ ດາວັນ ຄໍານວນວິຈິດກຳມະການ ຄະນະພັກຮາກຖານ
  6. ສະຫາຍ ວິໄລສັກ ພົມພັກດີກຳມະການ ຄະນະພັກຮາກຖານ ເປັນຮອງປະທານກວດກາພັກ.
  7. ສະຫາຍ ຂັນທະໄລ ທອງພັນເຮືອງສີກຳມະການ ຄະນະພັກຮາກຖານ.
  8. ສະຫາຍ ໄກສອນ ສີຫາເທບກຳມະການ ຄະນະພັກຮາກຖານ.
  9. ສະຫາຍ ນາງ ດາວມະນີ ປະສານສອນກຳມະການ ຄະນະພັກຮາກຖານ.

ພ້ອມນີ້ຍັງໄດ້ຮັບຮອງໂຄງປະກອບການຈັດຕັ້ງ ພະແນກກະສິກຳ ແລະສິ່ງແວດລ້ອມ ໃໝ່ ປະກອບມີ 11 ຂະແໜງ ແລະ 02 ກອງຄື:ຂະແໜງບໍລິຫານ, ແຜນການ-ຈັດຕັ້ງ, ຂະແໜງກວດກາ, ຂະແໜງສົ່ງເສີມກະສິກຳ ແລະ ສະຫະກອນ, ຂະແໜງປູກຝັງ,ຂະແໜງລ້ຽງສັດ ແລະ ການປະມົງ, ຂະແໜງຊົນລະປະທານ,ຂະແໜງປ່າໄມ້, ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນ, ຂະແໜງພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ຂະແໜງສິ່ງແວດລ້ອມ, ຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ,ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ກອງຄຸ້ມ 3 ປະເພດປ່າ(ທຽບເທົ່າຂະແໜງ),

#ພອມທັງໄດ້ຮັບຮອງໂຄງປະກອບດ້ານບຸກຄະລາກອນ ເປັນຕົ້ນ: ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຄື:

  1. ທ່ານ ສີວັນພະກອນ ວົງບຸນທັນເປັນຫົວໜ້າພະແນກ.
  2. ທ່ານ ສິນໄຊ ເພັດແພງລາສີເປັນຮອງຫົວໜ້າພະແນກ.
  3. ທ່ານ ປອ ສຸພະໄຊ ບຸນຍົງເປັນຮອງຫົວໜ້າພະແນກ.
  4. ທ່ານ ມະໂນຫວັງ ພົງອຸດົມເປັນຮອງຫົວໜ້າພະແນກ.
  5. ທ່ານ ນ ດາວັນ ຄໍານວນວິຈິດເປັນຮອງຫົວໜ້າພະແນກ.
  6. ທ່ານ ວິໄລສັກ ພົມພັກດີເປັນຮອງຫົວໜ້າພະແນກ

ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ ປະກອບມີ:

  1. ຫ້ອງການ ບໍລິຫານ,ແຜນການ ແລະ ຈັດຕັ້ງ.

– ທ່ານ ນາງ ດາວມະນີ ປະສານສອນເປັນຫົວໜ້າ

– ທ່ານ ຈິດປະໄຊ ສີສຸທັມເປັນຮອງ

– ທ່ານ ຈັນທະຄອນ ພິມວິໄລພອນເປັນຮອງ

– ທ່ານ ນາງ ເລີດດາວວອນ ພອນວິໄລເປັນຮອງ

  1. ຂະແໜງ ກວດກາລັດ.

– ທ່ານ ບຸນມີ ສີບຸນມາບເປັນຫົວໜ້າ

– ທ່ານ ອຸດົມໄຊ ດວງຍະເດດເປັນຮອງ

– ທ່ານ ພັດສະຫວັນ ໄຊຍະວົງເປັນຮອງ

  1. ຂະແໜງ ສົ່ງເສີມກະສິກຳ ແລະ ສະຫະກອນ.

– ທ່ານ ສົມໝາຍ ແກ້ວລະຄອນເປັນຫົວໜ້າ

– ທ່ານ ອາດ ເກດທອງຄໍາເປັນຮອງ

– ທ່ານ ປຸວິຊຽນ ຟອງມະນີວັນເປັນຮອງ

  1. ຂະແໜງ ປູກຝັງ

– ທ່ານ ຊົມສາຍຕາ ພູທິໃຈເປັນຫົວໜ້າ

– ທ່ານ ບໍລິກັນ ເພັງຄໍາອ່ອນເປັນຮອງ

– ທ່ານ ແສງຈັນ ຄໍາໂສພາເປັນຮອງ

  1. ຂະແໜງ ລ້ຽງສັດ ແລະການປະມົງ.

– ທ່ານ ເພັດນິກອນ ສິນທະຈັກເປັນຫົວໜ້າ

– ທ່ານ ສົມພອນ ພອນທິບສະຫວັດເປັນຮອງ

– ທ່ານ ຄໍາໃສ ແກ້ວສີດາວັນເປັນຮອງ.

  1. ຂະແໜງ ຊົນລະປະທານ

– ທ່ານ ຄໍາແສງ ແສງຈັນທະວົງເປັນຫົວໜ້າ

– ທ່ານ ບຸນມີ ອຸດທະຄຳມີເປັນຮອງ

– ທ່ານ ໄຊຊະນະ ບໍລິສຸດເປັນຮອງ

  1. ຂະແໜງ ປ່າໄມ້

– ທ່ານ ຂັນທະໄລ ທອງພັນເຮືອງສີເປັນຫົວໜ້າ

– ທ່ານ ກົງໃຈ ສີຫາຈັກເປັນຮອງ

– ທ່ານ ດາວວອນ ປະເສີດເປັນຮອງ

  1. ຂະແໜງ ຄຸ້ມຄອງ ແລະພັດທະນາທີ່ດິນ

– ທ່ານ ມີກອນ ອິນທະປະເສີດເປັນຫົວໜ້າ

– ທ່ານ ສຸພິດ ຈັນທະບົວສອນເປັນຮອງ

– ທ່ານ ທົດສາຄອນ ສີລິສົງຄາມເປັນຮອງ

  1. ຂະແໜງ ພັດທະນາຊົນນະບົດ ແລະຫລຸດຜ່ອນຄວາມທຸກຍາກ

-ທ່ານ ທິລາດ ແກ້ວພິລົມເປັນຫົວໜ້າ

– ທ່ານ ອານົງ ໄຊສົມບັດເປັນຮອງ

– ທ່ານ ເຄນ ໂພໄຊເປັນຮອງ

10.ຂະແໜງສິ່ງແວດລ້ອມ

– ທ່ານ ອິນນປອນ ໄກຍະຮັກເປັນຫົວໜ້າ

– ທ່ານ ໄພໂລດ ເຄນບຸບຜາເປັນຮອງ

– ທ່ານ ສຸດາພອນ ແກ້ວຄໍາຄຸນເປັນຮອງ

  1. ແໜງຊັບພະຍາກອນນໍ້າ,ອຸຕຸ, ອຸທົກກະສາດ

– ທ່ານ ວິລັດ ປາລະມີເປັນຫົວໜ້າ

– ທ່ານ ສຸບິນ ແກ້ວປົວລາວັນເປັນຮອງ

– ທ່ານ ນາງ ກັນລະຍາ ສິນລິດສະໝີເປັນຮອງ

  1. ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

– ທ່ານ ໄກສອນ ສີຫາເທບເປັນຫົວໜ້າ

– ທ່ານ ເກດສຸລິນ ນະວົງສາເປັນຮອງ

– ທ່ານ ສຸກສາຄອນ ບຸບຜາວົງເປັນຮອງ

  1. ກອງຄຸ້ມຄອງ 3 ປະເພດປ່າ ( ປ່າຜະລິດ, ປ່າສະຫງວນ,ປ່າປ້ອງກັນ )

– ທ່ານ ສຸລິເດດ ຕື້ຊົງເດດເປັນຫົວໜ້າ

– ທ່ານ ບຸນທະວີ ເຂັມຄໍາເປັນຮອງ

– ທ່ານ ສັງວຽນ ທິດາລັກເປັນຮອງ.

ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ແມ່ນການປະຕິບັດຕາມແນວທາງປ່ຽນແປງໃໝ່ ຮອບດ້ານ ທີ່ມີຫຼັກການນໍາໜ້າຂອງພັກ ເຂົ້າສູ່ລວງເລິກ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງລັດ ມີຄວາມກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ; ມີການບໍລິຫານ ທີ່ນໍາໃຊ້ຊັບພະຍາກອນມະນຸດຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ; ສາມາດແກ້ໄຂສະພາບຊໍ້າຊ້ອນດ້ານພາລະບົດບາດ, ເຮັດໃຫ້ກົງຈັກບໍ່ໃຫຍ່ໂຕ, ຫຼຸດຂອດຂັ້ນການເຮັດວຽກ, ຫັນສູ່ຄວາມທັນສະໄໝ; ຫຼຸດຜ່ອນຊ່ອງຫວ່າງ ຄວາມຫຍໍ້ທໍ້, ໂຍນຄວາມຮັບຜິດຊອບ, ເອື່ອອີງໃສ່ກັນ; ສ້າງຄວາມໂປ່ງໃສໃນການປະຕິບັດວຽກງານ ທີ່ສາມາດກວດສອບໄດ້ ຢ່າງເປັນລະບົບ ແນໃສ່ຮັບ ປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຄ່ອງຕົວ, ສອດຄ່ອງກັບ ແນວທາງນະໂຍບາຍ, ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa