ສາລະວັນເຜີຍແຜ່ນິຕິກຳກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດປະຈຳປີ2025

ໃນວັນທີ 11 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງສາລະວັນ ໄດ້ເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ປະຈຳປີ 2025 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໂພສີ ແກ້ວສີພັນດອນ ຮອງປະທານຄະນະກຳມະການປົກຄອງແຂວງສາລະວັນ, ເຂົ້າຮ່ວມມີ ທ່ານ ຄອນສະຫວັນ ສິງສະຫວັນ ຮອງຫົວໜ້າສາຂາທະນາຄານແຫ່ງ ສ ປປລາວ ສາຂາພາກໃຕ້ແຂວງຈຳປາສັກ, ມີບັນດາທ່ານທີ່ມາຈາກພະແນກການອ້ອມຂ້າງແຂວງ, ບັນດາທະນາຄານຮ່ວມທຸລະກິດໃນ7ທະນາຄານແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ,

ໃນພິທີ ທ່ານ ອິນສຸກຂະ ແກ້ວຄຳໂພ ໄດ້ລາຍງານສະພາບລວມ ອັດຕາເງິນເຟີ້ທົ່ວປະເທດ ຢູ່ໃນລະດັບ 4.50%, ສະເພາະແຂວງ ສາລະວັນ ມີອັດຕາເງິນເຟີ້ຢູ່ໃນລະດັບສະເລ່ຍ 09 ເດືອນ ຢູ່ໃນລະດັບ 4.76% ມີທ່າອ່ຽງຫຼຸດລົງ ແລະ ອັດຕາແລກປ່ຽນທະນາຄານທຸລະກິດ ເງິນກີບທຽບເງິນໂດລາສະຫະລັດ ສືບຕໍ່ອ່ອນຄ່າ 0.56%, ສະເລ່ຍຢູ່ໃນລະດັບ 21,354.60 ກີບ/ໂດລາສະຫະລັດ, ເງິນກີບທຽບເງິນບາດ ສືບຕໍ່ອ່ອນຄ່າ 1.53% ໂດຍອັດຕາແລກປ່ຽນເໜັງຕີງສະເລ່ຍຢູ່ໃນລະດັບ 652.61 ກີບ/ບາດ;ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ນິຕິກຳເປັນຕົ້ນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດຈາກການລົງທືນໂດຍກົງຂອງຕ່າງປະທດສະບັບເລກທີ 1225 /ທຫລ,ລົງວັນທີ21 ທັນວາ 2023.ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລາຍຮັບຈາກການນຳເຂົ້າ-ສົ່ງອອກສິນຄ້າແລະຄ່າບໍ່ລິການສະບັບເລກທີ 333 /ທຫລ,ລົງວັນທີ 7 ມີນາ2024; ບົດແນະນຳການຈັດຕັ້ງປະຕິບັດວ່າດ້ວຍການຄຸ້ມຄອງລາຍຮັບຈາກການນຳເຂົ້າ-ສົາງອອກສິນຄ້າແລະຄ່າບໍ່ລິການສະບັບເລກທີ2227/ກຄງຕ,ລົງວັນທີ30ເມສາ2024; ຂໍ້ຕົກລົງວ່າດ້ວຍການນຳໃຊ້ເງິນຕາຕ່າງປະເທດຢູ່ສປປລາວສະບັບເລກທີ11/ທຫລ,ລົງວັນທີ 3 ມັງກອນ 2025.

ຈາກນັ້ນບັນດາທ່ານທີ່ເຂົ້າຮ່ວມກໍໄດ້ຮ່ວມກັນປະກອບຄຳຄິດ, ຄຳເຫັນໃສ່ໃສ່ບັນດານິຕິກຳຕ່າງໆ ແລະໃນຕອນທ້າຍໄດ້ຮັບຟັງການມີຄຳເຫັນໂອລົມ ຈາກ ທ່ານ ໂພສີ ແກ້ວສີພັນດອນຕື່ມອີກ. ທັງນີ້ເພື່ອເປັນການກຳນົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງລາຍຮັບເງີນຕາຕ່າງປະເທດຈາກການສົ່ງອອກສີນຄ້າ ແລະການບໍລິການເພື່ອນຳລາຍຮັບເງິນຕາຕ່າງປະເທດດັ່ງກ່າວໃຫ້ເຂົ້າມາ ສປປລາວ ພ້ອມທັງຂາຍເງີນຕາຕ່າງປະເທດໃຫ້ລະບົບທະນາຄານຢູ່ລາວ, ແນໃສ່ເຮັດໃຫ້ຖານະການຊຳລະກັບຕ່າງປະເທດ ແລະຄັງສຳຮອງເງິນຕາຕ່າງປະເທດໃຫ້ມີຄວາມເຂັ້ມແຂງ.
#ພາບ-ຂ່າວ: ຄຳສອນ ແກ້ວບຸນທະວົງ