ສາລະວັນ ປາຖະກະຖາ ວັນສໍາຄັນຕ່າງໆ ຂອງພັກຂອງຊາດ

ສາລະວັນ ປາຖະກະຖາ ວັນສໍາຄັນຕ່າງໆ ຂອງພັກຂອງຊາດ

   

 

ໃນວັນທີ 13 ສິງຫາ 2024 ທີ່ສະໂມສອນ ຂອງວິທະຍາໄລຄູ, ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບສະພາປະຊາຊົນແຂວງ, ແນວລາວສ້າງຊາດແຂວງ ແລະ ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຈັດພິທີປາຖະກະຖາ ວັນສໍາຄັນຕ່າງໆ ຂອງພັກຂອງຊາດ ຄື: ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ (  15 ສິງຫາ 1991 -15 ສິງຫາ 2024) ແລະ ວັນສ້າງຕັ້ງສະພາປະຊາຊົນແຂວງ ຄົບຮອບ 46 ປີ ( 4 ສິງຫາ 1978- 4 ສິງຫາ 2024),  ວັນຢຶດອໍານາດທົ່ວປະເທດແຫ່ງ ສປປ ລາວ ຄົບຮອບ 49 ປີ, 79 ປີ (  23 ສິງຫາ 1945,1975-23 ສິງຫາ 2024), ວັນສ້າງຕັ້ງແນວລາວສ້າງຊາດ ແລະ  ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ, ( 13 ສິງຫາ 1950-13 ສິງຫາ 2024 ) ໃນພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມມີບັນດາທ່ານ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານ-ນາຍ ແລະ ພົນຕໍາຫຼວດ, ພະນັກງານ-ຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ສີເຮັງ ຫອມສົມບັດ  ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການກຳເນີດ ແລະ ການຂະຫຍາຍຕົວຂອງລັດຖະທຳມະນູນ ແຫ່ງສປປ ລາວ ຕະຫຼອດໄລຍະ 33 ປີ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງໄດ້ຖືກຮັບຮອງໃນກອງປະຊຸມຄັ້ງທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2  ປີ 1991 ໃນນັ້ນໄດ້ກຳນົດລະບອບການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງການຄວາມສະຫງົບ, ການຕ່າງປະເທດ ກຳນົດສິດ ແລະ ພັນທະພື້ນຖານຂອງພົນລະເມືອງ ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່ ເພື່ອພ້ອມກັນເສີມຂະຫຍາຍສິດເປັນເຈົ້າ ປະຕິບັດລັດຖະທຳມະນູນ ແລະ ລະບຽບກົດໝາຍຢ່າງເຂັ້ນງວດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ຈາກນັ້ນ, ທ່ານ ຍັງໄດ້ໃຫ້ກຽດເລົ່າຄືນວັນສ້າງຕັ້ງສະພາປະຊາຊົນແຂວງ ຕື່ມອີກ.

ໂອກາດດຽວກັນນີ້, ທ່ານ ສົມເລັດ ຈຸລະມະນີ, ອາດີດປະທານແນວລາວສ້າງຊາດແຂວງ, ອາດີດສະມາຊິກສະພາແຫ່ງຊາດ ໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ, ອົງການແນວລາວສ້າງຊາດ ແຕ່ລະຂັ້ນໄດ້ຕັ້ງຫນ້າສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຕີ ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະຫນາ ແລະ ເພດໄວ ໃນວົງຄະນະຍາດແຫ່ງຊາດ ບົນພື້ນຖານພັດທະນາກຳມະກອນ-ຊາວນາ ພາຍໃຕ້ການຊີ້ນຳຂອງພັກ, ເຕົ້າໂຮມທຸກກຳລັງ ການຈັດຕັ້ງສັງຄົມ ຢ່າງກວ້າງຂວາງ, ເຂົ້າຮ່ວມປະຕິບັດສອງຫນ້າທີ່ຍຸດທະສາດຂອງພັກ, ເສີມຂະຫຍາຍສິດເສລີພາບ ປະຊາທິປະໄຕ ຂອງພົນລະເມືອງ, ແກ້ໄຂແນວຄິດ ລະຫວ່າງເຜົ່າ, ດ້ວຍການປະສານສົມທົບ ກັບອົງການຈັດຕັ້ງພັກ-ລັດ, ການຈັດຕັ້ງພາຄີ ໃນການສຶກສາອົບຮົມມູນເຊື້ອຂອງຊາດ-ຂອງພັກ.

ໃນຕອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຍົກໃຫ້ເຫັນປະຫວັດ, ມູນເຊື້ອຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ 74 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ. ຕະຫຼອດໄລຍະແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະລະພາບມາສູ່ປະຊາຊົນ ກໍ່ຄືໄລຍະຫຼາຍປີ ແຫ່ງພາລະກິດປົກປັກຮັກສາ ແລະສ້າງສາລະບອບປະຊາທິປະໄຕປະຊາຊົນ, ພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຖືວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີປະຕິວັດອັນໜຶ່ງ. ໃນນັ້ນ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ເຊິ່ງເປັນອາວຸດໜຶ່ງທີ່ແຫຼມຄົມ ຂອງພັກ ໃນການຕໍ່ສູ້ໃນສະໜາມຮົບການເມືອງ-ແນວຄິດ ພາຍໃຕ້ການນຳພາ ຂອງພັກ ແລະ ການຄຸ້ມຄອງຂອງລັດ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ແລະສົມກຽດ ເຂົ້າໃນໄຊຊະນະລວມ ຂອງການປະຕິວັດລາວ.

ຈາກນັ້ນ ທ່ານ ກໍ່ໄດ້ເລົ່າຄືນເຖິງຄວາມໝາຍຄວາມສໍາຄັນ ຂອງວັນຢຶດອຳນາດ 23 ສິງຫາ. 23 ສິງຫາ  ແມ່ນໝາກຜົນ ຂອງການຕໍ່ສູ້ແຫ່ງການປະຕິວັດ ອັນຍືດເຍື້ອຍາວນານ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ທີ່ເຕັມໄປດ້ວຍຄວາມອົງອາດກ້ານຫານ ຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ປົກປັກຮັກສາປະເທດຊາດ ຊຶ່ງມັນສະແດງອອກໃຫ້ເຫັນເຖິງຜົນງານຕໍ່ສູ້ຢ່າງກ້າຫານ ບໍ່ຍອມຈຳນົນ ແລະ ມີນໍ້າໃຈຮັກຊາດ ປະກອບສ່ວນສຸມທຸກກຳລັງເຫື່ອແຮງ ເຂົ້າໃນການຕໍ່ສູ້ປົກປັກຮັກສາປະເທດຊາດ ໄດ້ນຳໃຊ້ 3 ບາດຄ້ອນຍຸດທະສາດ ບຸກໂຈມຕີ ແລະ ການໝູນໃຊ້ທິດສະດີມາກ-ເລນິນ ຢ່າງປະດິດສ້າງ ແທດເໝາະກັບຈຸດພິເສດ ແລະ ສະພາບເງື່ອນໄຂຂອງປະເທດລາວ ເປັນການໄຂສັງກາດໃໝ່ ອັນສະຫວ່າງສະໄຫວ ໃຫ້ປະຊາຊົນລາວ ໄດ້ມີຄວາມເປັນເອກະລາດ ມີອຳນາດອະທິປະໄຕ ເປັນເຈົ້າຕົນເອງ ນໍາພາປະຊາຊົນລາວບັນດາເຜົ່າທົ່ວປະເທດກ້າວເຂົ້າສູ່ລະບອບປະຊາທິປະໄຕ ຈົນເຖິງປັດຈຸບັນ.

ໃນພິທີຍັງໄດ້ຮ່ວມກັບອົງການກາແດງແຂວງ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍກອບກູ້ເອົາຊີວິດເພື່ອນມະນຸດດ້ວຍກັນ ທີ່ຂາດເລືອດຕາມໂຮງຫມໍແຫ່ງຕ່າງໆ ທີ່ລໍຖ້າຄວາມຊ່ວຍເຫລືອ.

ໃນພິທີຄັ້ງນີ້, ໄດ້ໃຊ້ເວລາ 1 ຄາບຈິ່ງອັດລົງດ້ວຍຜົນສໍາເລັດ ຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa