ສາລະວັນ ປິດການສ້າງຂະບວນການແຂ່ງຂັນກິລາ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ
ໃນວັນທີ 13 ສິງຫາ 2025 ຄະນະໂຄສະນາອົບຮົມແຂວງສາລະວັນ ໃນນາມອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີປິດຂະບວນການກິລາແຂ່ງຂັນກິລາເປຕັງ ແລະ ບານເຕະຊາຍ 7 ຄົນ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ພິທີດັ່ງກ່າວໄດ້ຈັດຂື້ນທີ່ເດີນກິລາຂອງແຂວງ ( ບ້ານນາໂຄກ ) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີທ່ານ ການນໍາຂອງແຂວງ, ຄະນະຮັບຜິດຊອບຈັດງານ, ນັກກິລາ ຈາກພະແນກການອ້ອມຂ້າງແຂວງ ແລະ ມວນຊົນເຂົ້າຮ່ວມ.
ໃນພິທີ ທ່ານ ເປັງ ລາດຄໍາພູມີ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ໃນນາມຄະນະຮັບຜິດຊອບຈັດກິດຈະກຳຂະບວນການແຂ່ງຂັນກິລາ ຊົມເຊີຍຜົນສໍາເລັດກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ໄດ້ຂື້ນລາຍງານຜົນສໍາເລັດ ທ່ານກ່າວວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຊົມເຊີຍ ຜົນສໍາເລັດກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ໃຫ້ມີບັນຍາກາດທີ່ຟົດຟື້ນ; ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຂອງພັກ, ຂອງແຂວງ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງເລີກເຊິ່ງ ດ້ວຍຫຼາຍຮູບແບບ, ຫຼາຍສີ, ຫຼາຍວິທີ ທັງມີຂະບວນການຟົດຟື້ນກວ້າງຂວາງຕໍ່ເນື່ອງ ເຫັນໄດ້ບຸກຄົນຕື່ນຕົວ, ດີເດັ່ນ, ຫ້າວຫັນທີ່ພັກເຮົາໄດ້ມອບໝາຍໃຫ້; ເພື່ອເປັນການປຸກລະດົມນໍ້າໃຈເສຍສະຫຼະອັນສູງສົ່ງຂອງພະນັກງານ-ສະມາຊິກພັກ, ພະນັກງານ ລັດຖະກອນ ໃນການຕື່ນຕົວຈັດຕັ້ງປະຕິບັດພາລະບົດບາດ-ສິດຫນ້າທີ່ ທີພັກ-ລັດມອບໝາຍ ປະກອບສ່ວນຢ່າງຕັ້ງໜ້າໃນຂະບວນການຕ່າງໆຢ່າງກວ້າງຂວາງ ແລະ ມີຜົນສໍາເລັດ.
ການສ້າງຂະບວນແຂ່ງຂັນກິລາ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ໃນເທື່ອນີ້ ປະກອບມີ 2 ປະເພດກິລາ ຄື: ກິລາບານເຕະ ຮຸ່ນປະສົມ 7 ຄົນ ແລະ ກິລາເປຕັງ ໃນນັ້ນ, ກິລາບານເຕະ ມີທິມເຂົ້າຮ່ວມ 25 ທີມ ໃນນີ້ມີທີມນັກກິລາຈາກສະມາຄົມຫວຽດນາມ 1 ທີມ, ນັກທຸລະກິດ 1 ທີມ ແລະ ທິມຈາກພະແນກການອ້ອມຂ້າງແຂວງ 23 ທິມ; ສໍາລັບກິລາເປຕັງ ປະກອບມີ 3 ຮຸ່ນຄື: ຮຸ່ນການນໍາ, ຮຸ້ນຊາຍທົ່ວໄປ ແລະ ຍິງທົ່ວໄປ ເຊິ່ງໃນນີ້ມີທິມເຂົ້າຮ່ວມຕົວຈິງມີ 53 ທີມ ປະກອບມີ : ເປຕັງການນໍາ 17 ທີມ, ເປຕັງຊາຍ 20 ທີມ ແລະ ເປຕັງຍິງມີ 16 ທີມ.
ຜົນສໍາເລັດການແຂ່ງຂັນມີດັ່ງນີ້: ປະເພດບານເຕະ ເຊິ່ງໄດ້ຮັບລາງວັນຊະນະເລີດ ( ອັນດັບ 1 ) ໄດ້ແກ່ທິມ ປກສແຂວງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 4,000,000 ກີບ; ທິມທີໄດ້ຮັບຮອງຊະນະເລີດ ( ອັນດັບ 2 ) ໄດ້ແກ່ທີມ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ຮັບເງິນສົດ 2,500,000 ກີບ ແລະ ທິມໄດ້ ( ອັນທີ 3 ) ໄດ້ແກ່ທີມ ລາວໂທລະຄົມ ໄດ້ຮັບເງິນສົດ 1,500,000 ກີບ.
ສໍາລັບປະເພດກິລາເປຕັງ: ເປຕັງການນໍາ ມີທິມເຂົ້າຮ່ວມທັງໝົດ 17 ທີມ, ທີມທີ່ໄດ້ຊະນະເລີດ ( ອັນດັບ 1 )ໄດ້ແກ່ທີມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3,000,000 ກີບ, ທິມຮອງຊະນະເລີດອັນ ( ດັບທີ 2 ) ໄດ້ແກ່ທີມຫ້ອງວ່າການແຂວງ ໄດ້ຮັບເງິນສົດ 1,500,000 ກີບ, ທິມໄດ້ ( ອັນດັບ 3 ) ໄດ້ແກ່ທີມກຸ່ມປົກປ້ອງກົດໝາຍ ໄດ້ຮັບເງິນສົດ 1,00,000 ກີບ. ເປຕັງຊາຍທົ່ວໄປ: ມີທິມເຂົ້າຮ່ວມທັງໝົດ 20 ທິມ, ທິມທີໄດ້ຊະນະເລີດອັນດັບ 1 ໄດ້ແກ່ທີມພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3,000,000 ກີບ, ທິມໄດ້ຮອງ
ຊະນະເລີດອັນດັບ 2 ໄດ້ແກ່ທີມໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຮັບເງິນສົດ 1,50,000 ກີບ, ທິມທີ່ໄດ້ ( ອັນດັບ 3 ) ໄດ້ແກ່ທີມພະແນກການເງິນແຂວງ ໄດ້ຮັບເງິນສົດ 1,000,000 ກີບ; ເປຕັງຍິງທົ່ວໄປ: ມີທິມເຂົ້າຮ່ວມທັງໝົດ 16 ທິມ ທິມທີ່ໄດ້ລາງວັນຊະນະເລີດ ( ອັນດັບ 1 ) ໄດ້ແກ່ທີມ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3,000,000 ກີບ, ທິມທີ່ໄດ້ຮອງຊະນະເລີດ ( ອັນດັບ 2 ) ໄດ້ແກ່ທີມພະແນກການເງິນແຂວງ ໄດ້ຮັບ ເງິນສົດ 1,500,000 ກີບ ແລະ ທິມທີ່ໄດ້ລາງວັນ ( ອັນດັບ 3 ) ໄດ້ແກ່ທີມລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ໄດ້ຮັບເງິນສົດ 1,00,000 ກີບ.
ໃນການມອບລາງວັນຄັ້ງນີ້, ທິມທີ່ໄດ້ຮັບລາງວັນຊະນະເລີດ ( ອັນດັບ 1 ) ເຊິ່ງໃຫ້ກຽດມອບລາງວັນ ໂດຍທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ທິມທີ່ໄດ້ຮັບຮອງຊະນະເລີດ ( ອັນດັບ 2 ) ເຊິ່ງໃຫ້ກຽດມອບລາງວັນ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສໍາລັບທິມທີ່ໄດ້ຮັບລາງວັນ ( ອັນດັບ 3 ) ເຊິ່ງໃຫ້ກຽດມອບລາງວັນ ຂອງທ່ານ ໂພສີ ແກ້ວສີພັນດອນ ຄະນະປະຈໍາພັກແຂວງ.
ພິທີດັ່ງກ່າວ, ໄດ້ດໍາເນີນໄປ ແຕ່ເວລາ 14:00-17:00 ໂມງ ຈິ່ງປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.