ສາລະວັນ ມອບ-ຮັບຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ຜູ້ເກົ່າ ແລະ ຜູ້ໃຫມ່ ຕິດພັນກັບການປະກາດຮອງພະແນກ
ວັນທີ 2 ຕຸລາ 2025 ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ (ຜູ້ເກົ່າ) ແລະ ຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ (ຜູ້ໃຫມ່) ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈໍາພັກແຂວງ ປະທານກວດກາແຂວງ; ມີ ທ່ານ ມະໄລວອນ ສີປະເສີດ ຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ (ຜູ້ເກົ່າ); ທ່ານ ນາງ ສູນໄຖ ໄຊຍະແສງ ຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ (ຜູ້ໃຫມ່); ມີບັນດາທ່ານຄະນະພະແນກ, ຫົວຫນ້າ-ຮອງຫົວຫນ້າຂະແຫນງ, ຫົວຫນ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ 8 ເມືອງ; ແຂກຖືກເຊີນອ້ອມຂ້າງ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.
ໃນພິທີກໍ່ໄດ້ຜ່ານຂໍ້ຕົກລົງ ເຈົ້າແຂວງໆສາລະວັນ ສະບັບເລກທີ 1347/ຈຂ, ລົງວັນທີ 1 ຕຸລາ 2025 ວ່າດ້ວຍ: ການຍົກຍ້າຍ ທ່ານ ມະໄລວອນ ສີປະເສີດ
ກໍາມະການພັກແຂວງ ຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ໄປຮັບຫນ້າທີ່ໃຫມ່ຢູ່ຄະນະໂຄສະນາອົບຮົມແຂວງ; ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1348/ຈຂ ລົງວັນທີ 1 ຕຸລາ 2025 ວ່າດ່ວຍ: ການແຕ່ງຕັ້ງ ທ່ານ ນາງ ສູນໄຖ ໄຊຍະແສງ ກໍາມະການພັກແຂວງ ເປັນຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ; ນອກຈາກນີ້ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1339/ຈຂ ລົງວັນທີ 29 ກັນຍາ 2025 ວ່າດ້ວຍ: ການແຕ່ງຕັ້ງ ທ່ານ ໂພໄຊ ແກ້ວວິຈິດ ແລະ ທ່ານ ນາງ ແສງສຸກ ບຸນພາສີ ເປັນຮອງຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ.
ພ້ອມນີ້ ໃນພິທີຍັງໄດ້ມອບຂໍ້ຕົກລົງຂອງທ່ານເຈົ້າແຂວງໆສາລະວັນ ໃຫ້ຜູ້ທີ່ຖືກຍົກຍ້າຍ ແລະ ຜູ້ທີ່ຖືກແຕ່ງຕັ້ງໃຫມ່ ຈາກນັ້ນຍັງໄດ້ມີພິທີເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ມະໄລວອນ ສີປະເສີດ ຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ (ຜູ້ເກົ່າ) ແລະ ທ່ານ ນາງ ສູນໄຖ ໄຊຍະແສງ ຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ (ຜູ້ໃຫມ່); ເຊີ່ງໃຫ້ກຽດມອບຂໍ້ຕົກລົງ ແລະ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈໍາພັກແຂວງ ປະທານກວດກາແຂວງ; ຊ່ອງໜ້າມີບັນດາທ່ານຄະນະພະແນກ, ຫົວຫນ້າ-ຮອງຫົວຫນ້າຂະແຫນງ, ຫົວຫນ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ 8 ເມືອງ; ແຂກຖືກເຊີນອ້ອມຂ້າງ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກ.
ພາບ-ຂ່າວ: ສ.ພະຈັນ