ສາລະວັນ ມອບ-ຮັບໜ້າທີ່ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມແຂວງ
ວັນທີ 25 ກັນຍາຜ່ານມານີ້, ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງຂອງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 1424, 1425 ວ່າດ້ວຍ: ການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ ໄປຮັບໜ້າທີ່ໃໝ່ ຄື: ຍົກຍ້າຍ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄປປະຈໍາການຢູ່ຫ້ອງວ່າການແຂວງ, ຍົກຍ້າຍ ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄປຮັບໜ້າທີ່ ຢູ່ສະພາປະຊາຊົນແຂວງ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 1436, 1435 ວ່າດ້ວຍ: ການແຕ່ງຕັ້ງ ສະຫາຍ ຈັນສີລອນ ສີສົມບູນ ຄະນະປະຈຳພັກແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ ຜູ້ໃໝ່, ແຕ່ງຕັ້ງ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ໃໝ່ ແລະ ມະຕິຕົກລົງ ເລກທີ 1426 ວ່າດ້ວຍການຍົກຍ້າຍ ສະຫາຍ ຈັນທະວອນ ສີຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄປຮັບໜ້າທີ່ໃໝ່ຢູ່ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ.
ໃນໂອກາດນີ້, ສະຫາຍ ປະເດີມພອນ ສົນທະນີ ກໍໄດ້ໃຫ້ກຽດມອບມະຕິຕົກລົງ ພ້ອມທັງເປັນສັກຂິພິຍານໃນການເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ຫົວໜ້າຄະນະຈັດຕັ້ງແຂວງ ລະຫວ່າງ ສະຫາຍ ແຫວນເພັດ ລັດດາວົງ (ຜູ້ເກົ່າ) ກັບສະຫາຍ ຈັນສີລອນ ສີສົມບູນ (ຜູ້ໃໝ່), ມອບ-ຮັບ ໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ລະຫວ່າງ ສະຫາຍ ຈັນສະໝອນ ພົມມະແສງ (ຜູ້ເກົ່າ) ກັບ ສະຫາຍ ມະໄລວອນ ສີປະເສີດ (ຜູ້ໃໝ່).
(ພາບ-ຂ່າວ: ວິໄລວອນ ສິດທິໄຊ)