ສາລະວັນ ມອບ-ຮັບ ປະທານອົງການແນວລາວສ້າງຊາດແຂວງ ແລະ ຫົວໜ້າພະແນກການຕ່າງປະເທດ ຜູ້ໃໝ່
ວັນທີ 3 ຕຸລາ 2025 ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບ ປະທານອົງການແນວລາວສ້າງຊາດແຂວງ (ຜູ້ເກົ່າ) ກັບ ປະທານອົງການແນວລາວສ້າງຊາດແຂວງ (ຜູ້ໃໝ່) ແລະ ຫົວຫນ້າພະແນກການຕ່າງປະເທດແຂວງ (ຜູ້ເກົ່າ) ກັບ ຫົວຫນ້າພະແນກການຕ່າງປະເທດແຂວງ (ຜູ້ໃຫມ່) ຢູ່ທີ່ຫ້ອງປະຊຸມຊັ້ນຫນຶ່ງ ສະໂມສອນແຂວງສາລະວັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ; ມີ ທ່ານ ຄໍາຕາ ໂຮ່ຊົງເຮືອງ ປະທານອົງການແນວລາວສ້າງຊາດແຂວງ (ຜູ້ເກົ່າ); ທ່ານ ທອງດີ ຈັນທະວົງ ປະທານອົງການແນວລາວສ້າງຊາດແຂວງ (ຜູ້ໃຫມ່); ທ່ານ ສັກດາ ແກ້ວດວງສີ ຫົວຫນ້າພະແນກການຕ່າງປະເທດແຂວງ (ຜູ້ໃຫມ່); ທ່ານ ວິເສດ ສຸລິຍະວົງສາ ຮັກສາການຫົວຫນ້າພະແນກການຕ່າງປະເທດແຂວງ; ມີບັນດາທ່ານຄະນະອົງການແນວລາວສ້າງຊາດ, ຄະນະພະແນກ, ຫົວຫນ້າ-ຮອງຫົວຫນ້າຂະແຫນງການ, ພະນັກງານ-ລັດຖະກອນ ຈາກ 2 ພາກສ່ວນ ແລະ ແຂກຖືເຊີນອ້ອມຂ້າງເຂົ້າຮ່ວມ.
ທ່ານ ຄໍາເບົາ ໄຊຍະສິດ ຮອງຄະນະຈັດຕັ້ງແຂວງ ກໍ່ໄດ້ຂື້້ນຜ່ານມະຕິຕົກລົງຄະນະປະຈໍາພັກແຂວງ ສະບັບເລກທີ 1437/ຄຈພຂ, ລົງວັນທີ 23 ກັນຍາ 2025 ວ່າດ້ວຍ: ການແຕ່ງຕັ້ງ ສະຫາຍ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ເປັນປະທານອົງການແນວລາວສ້າງຊາດແຂວງ; ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1349/ຈຂ, ລົງວັນທີ 1 ຕຸລາ 2025 ວ່າດ້ວຍ: ການແຕ່ງຕັ້ງ ທ່ານ ສັກດາ ແກ້ວດວງສີ ກໍາມະການພັກແຂວງ ເປັນຫົວໜ້າພະແນກການຕ່າງປະເທດແຂວງ; ໃນນັ້ນຍັງໄດ້ຜ່ານຂໍ້ຕົກລົງເຈົ້າແຂວງ ສະບັບເລກທີ 1340/ຈຂ, ລົງວັນທີ 29 ກັນຍາ 2025 ວ່າດ້ວຍ: ແຕ່ງຕັ້ງ ທ່ານ ວິເສດ ສຸລິຍະວົງສາ ເປັນຮອງຫົວໜ້າພະແນກການຕ່າງປະເທດແຂວງ.
ໃນພິທີຍັງໄດ້ມອບມະຕິຕົກລົງຄະນະປະຈໍາພັກແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆສາລະວັນ ໃຫ້ຜູ້ທີ່ຖືກແຕ່ງຕັ້ງໃຫມ່ ຈາກນັ້ນຍັງໄດ້ມີພິທີເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ຄໍາຕາ ໂຮຊົງເຮືອງ ປະທານອົງການແນວລາວສ້າງຊາດແຂວງ (ຜູ້ເກົ່າ) ກັບ ທ່ານ ທອງດີ ຈັນທະວົງ ປະທານອົງການແນວລາວສ້າງຊາດແຂວງ (ຜູ້ໃຫມ່) ແລະ ທ່ານ ວິເສດ ສຸລິຍະວົງສາ ຮັກສາການຫົວຫນ້າພະແນກການຕ່າງປະເທດແຂວງ (ຜູ້ເກົ່າ) ກັບ ທ່ານ ສັກດາ ແກ້ວດວງສີ ຫົວຫນ້າພະແນກການຕ່າງປະເທດແຂວງ (ຜູ້ໃຫມ່); ເຊີ່ງໃຫ້ກຽດມອບຂໍ້ຕົກລົງ ແລະ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ; ຊ້ອງໜ້າບັນດາທ່ານຄະນະອົງການແນວລາວສ້າງຊາດ, ຄະນະພະແນກ, ຫົວຫນ້າ-ຮອງຫົວຫນ້າຂະແຫນງການ, ພະນັກງານ-ລັດຖະກອນ ຈາກ 2 ພາກສ່ວນ ແລະ ແຂກຖືເຊີນເຂົ້າຮ່ວມເປັນສັກຂິພິຍານ, ພ້ອມທັງໄດ້ຮັບຟັງຄໍາໂອ້ລົມຈາກ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຕື່ມອີກ.
ພາບ-ຂ່າວ: ສ.ພະຈັນ