ສາລະວັນ ຫວນຄືນມູນເຊື້ອວັນຊາດຫວຽດນາມ ຄົບຮອບ 80 ປີ

ສາລະວັນ ຫວນຄືນມູນເຊື້ອວັນຊາດຫວຽດນາມ ຄົບຮອບ 80 ປີ

  

ແຂວງສາລະວັນ ຈັດພິທີປາຖະກະຖາເພື່ອທົບທວນຫວນຄືນມູນເຊື້ອວັນຊາດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ ( 02 ກັນຍາ 1945-02ກັນຍາ 2025 ) ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າແລະແບບໃໝ່ເພື່ອຍາດເອົາເອກະລາດແລະຜືນແຜ່ນດິນອັນຄົບຖ້ວນຈາກກຳມືຈັກກະພັດຜູ້ຮຸກຮານ. ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2025 ທີ່ສະໂມສອນແຂວງ, ໂດຍເປັນກຽດປາຖະກະຖາຂອງ ທ່ານ ຂັນໄຊ ລັດຖະເຮົ້າ ຮອງປະທານສະພາປະຊາຊົນແຂວງ, ມີທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ສະມາຄົມປະຊາຊົນຫວຽດນາມເຂົ້າຮ່ວມ.

ທ່ານ ຂັນໄຊ ລັດຖະເຮົ້າ ໄດ້ຫວນຄືນມູນເຊື້ອຜົນງານ 80 ປີ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະພັດທະນາປະເທດຊາດຫວຽດນາມ ໃນໄລຍະ 1945-1946 ພັກ ແລະລຸງໂຮ່ ຈິມິນໄດ້ນຳພາທົ່ວປວງຊົນພ້ອມກັນປະຕິບັດ 2 ໜ້າທີ່ຄື: ກໍ່ສ້າງອຳນາດການປົກຄອງປະຕິວັດ ແລະປົກປັກຮັກສາບັນດາໝາກຜົນຂອງການປະຕິວັດເດືອນສິງຫາ. ພັກໄດ້ນຳພາປະຊາຊົນຫວຽດນາມ ຍາດເອົາໄຊຊະນະທາງຍຸດທະສາດຂອງພວກລ່າເມືອງຂຶ້ນຝຣັ່ງເທື່ອລະກ້າວ. ພົ້ນເດັ່ນແມ່ນບັ້ນຮົບໄຊຊະນະດ້ຽນບຽນຝູ ປີ 1954 ເປັນວິລະກຳວິລະຊົນອັນຍິ່ງໃຫຍ່ ມີສື່ສຽງໂດ່ງດັງໄປທົ່ວ 5 ທະວີບ, ສັ່ນທະເທືອນໄປທົ່ວໂລກເຊິ່ງບັງຄັບໃຫ້ລັດຖະບານຝຣັ່ງຕ້ອງລົງນາມໃນສົນທິສັນຍາເຊີແນວ, ຮັບຮູ້ສິດພື້ນຖານແຫ່ງຊາດຂອງປະຊາຊົນຫວຽດນາມ ແລະໄດ້ສິ້ນສຸດສົງຄາມຕໍ່ຕ້ານລະບອບລ່າເມືອງຂຶ້ນຝຣັ່ງເປັນເວລາ 9 ປີ ແລະການແຊກແຊງຂອງອາເມຣິກາ. ພາຍຫຼັງຈາກໄຊຊະນະຂອງການປະຕິວັດເດືອນສິງຫາ 1945, ພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ໄດ້ຫັນການສ້າງສໍາເລັດແນວທາງການຕ່າງປະເທດ ທີ່ເປັນເອກະລາດ, ມີອະທິປະໄຕ, ເພື່ອປຸກລະດົມການສະໜັບສະໜູນ ໃຫ້ໄດ້ຫຼາຍທີ່ສຸດຈາກເພື່ອນມິດສາກົນ ໃນການປົກປ້ອງລັດຖະບານປະຕິວັດ ທີ່ຫາກໍເກີດໃໝ່. ຫຼັງຈາກໄຊຊະນະຂອງການປະຕິວັດເດືອນສິງຫາ 1945, ໃນວັນທີ 2 ກັນຍາ 1945, ປະທານ ໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ, ສະຖາປານາປະເທດ ຫວຽດນາມ ປະຊາທິປະໄຕສາທາລະນະລັດ (ປັດຈຸບັນ ແມ່ນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ).

ສຳລັບຜົນງານການຮ່ວມມືຮອບດ້ານຂອງສອງພັກ ແລະສອງປະເທດລາວ-ຫວຽດນາມ ໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງ, ການຮ່ວມມືນັບມື້ນັບມີຄວາມໝາຍ, ເລິກເຊິ່ງ, ມີປະສິດທິຜົນຫຼາຍຂຶ້ນ, ພ້ອມກັນນັ້ນກໍ່ໄດ້ພັດທະນາຢ່າງຮອບດ້ານໃນທຸກຂະແໜງ, ການພົວພັນດ້ານການເມືອງທີ່ໄວ້ໃຈກັນ ໄດ້ຖືກສ້າງຄວາມໝັ້ນຄົງຂຶ້ນຢ່າງເຂັ້ມແຂງ ແລະ ເປັນພາກສ່ວນຫຼັກແຫຼ່ງກຳນົດທິດໃນການພົວພັນຮອບດ້ານ ລາວ-ຫວຽດນາມ. ການຮ່ວມມືດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ຮັບການເພີ່ມທະວີ, ນັບມື້ນັບຢ່າງແໜ້ນແຟ້ນ ແລະເຂົ້າສູ່ເນື້ອໃນກາຍເປັນເສົາຄ້ຳໃນການພົວພັນຂອງສອງປະເທດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໄດ້ມີການປ່ຽນແປງຢ່າງຕັ້ງໜ້າ ແລະ ກາຍເປັນພື້ນຖານທີ່ໝັ້ນຄົງໃນການພົວພັນຂອງສອງປະເທດ, ການຮ່ວມມືດ້ານການສຶກສາ, ວັດທະນະທຳ, ຂ່າວສານ, ກິລາ ແລະ ສາທາລະນະສຸກກ . ທັງນີ້ກໍ່ເພື່ອເປັນການໂຄສະນາສຶກສາອົບຮົມບັນດາຊັ້ນຄົນຕ່າງໆ ໃຫ້ຮັບຮູ້ເຂົ້າໃຈຕໍ່ແນວທາງການຕ່າງປະເທດຂອງພັກ-ລັດຢ່າງເລິກເຊີ່ງ, ເພື່ອພ້ອມກັນເປັນເຈົ້າການເສີມຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈເສຍສະຫຼະ, ຄວາມສາມັກຄີພິເສດໃນການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມເຊິ່ງເປັນປັດໃຈຕັດສິນໄຊຊະນະຂອງການປະຕິວັດລາວ-ຫວຽດນາມໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍ່ຄືການສ້າງສາພັດທະນາປະເທດຊາດໃນປະຈຸບັນ.

ໃນໂອກາດຽວກັນນີ້ ທ່ານ ນາງ ເລ ທີ້ ຈ໋ຽນ ຄູສອນຢູ່ສູນພາສາຫວຽດນາມ ຕາງໜ້າໃຫ້ແກ່ສະມາຄົມປະຊາຊົນຫວຽດແຂວງສາລະວັນ ກໍ່ໄດ້ສະແດງຄວາມຮູ້ສຶກດີ ແລະ ພາກພູມໃຈ ແລະ ຂໍຂອບໃຈການນໍາພັກ-ລັດ ໂດຍສະເພາະແຂວງສາລະວັນ ທີ່ໃຫ້ຕົນໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້ອວັນຊາດຫວຽດນາມ ຄົບຮອບ 80 ປີໃນຄັ້ງນີ້ ເປັນການເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະພາບລາວ-ຫວຽດນາມໃຫ້ມັນຄົງທະນົງແກ່ນ ໃນໄລຍະ 80 ປີຜ່ານມາ ສາທາລະນະສັງຄົມນິຍົມຫວຽດນາມກໍ່ມີຫຼາຍດ້ານທີ່ພັດທະນາຈະເລີນຮຸ່ງເຮືອງ, ແລະ ສອງພັກສອງລັດ ສອງຊາດ ປະຊາຊົນຂອງຊາດລາວ – ຫວຽດນາມ ໄດ້ມີຄວາມສາມັກຄີ ນັບແຕ່ໄລຍະຕໍ່ສູ້ກູ້ຊາດ ທີ່ໄດ້ພ້ອມກັນຕໍ່ສູ້ຄຽງບ່າຄຽງໄລ່ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ມາຮອດປະຈຸບັນນີ້ ບັນດາແຂວງທີ່ແຮກສ່ຽວກັນ ກໍ່ຄື ສປປ ລາວ ແລະສາທາລະນະລັດສັງຄົມນິຍົມຫວຽດນາມ ກໍ່ໄດ້ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ຊ່ວຍເຫຼືອເຊີ່ງກັນແລະ ກັນຕະຫຼອດມາ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa