ສາລະວັນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງພັກຂອງຊາດ.

ສາລະວັນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງພັກຂອງຊາດ.

  

 

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2025 ນີ້,ຢູ່ທີ່ສະໂມສອນແຂວງສາລະວັນໄດ້ຫວນຄືນມູນເຊື້ອ ວັນສື່ມວນຊົນ ແລະການພິມຈໍາໜ່າຍຄົບຮອບ 75 ປີ ( 13 – ສິງຫາ 1950 – 13 ສິງຫາ 2025 ) ໂດຍການໃຫ້ກຽດເລົ່າມູນເຊື້ອ ແລະ ບັນລະຍາຍຂອງ ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງສາລະວັນ, ເປັນກຽດເຂົ້າຮ່ວມຮັບຟັງຄັ້ງນີ້ມີ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົມຮົມແຂວງ, ມີບັນດາທ່ານ ໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງພະແນກ, ອົງການທຽບເທົ່າ, ກໍາລັງປ້ອງກັນຊາດ, ກໍາລັງປ້ອງກັນຄວາມສະຫົບງ ແລະພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງສາລະວັນໄດ້ຍົກໃຫ້ເຫັນຕະຫຼອດໄລຍະແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດ ສະຫຼະພາບມາສູ່ປະຊາຊົນ ກໍຄືໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນລະບອບ ປະຊາທິປະໄຕ ປະຊາຊົນ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍຖືວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີປະຕິວັດອັນໜຶ່ງ, ໃນນັ້ນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ເວົ້າລວມ, ເວົ້າສະເພາະ ແມ່ນໜັງສືພິມຂອງພັກ, ສິ່ງພິມ ແລະ ສື່ຕ່າງໆ ໄດ້ກາຍເປັນອາວຸດອັນຄົມແຫຼມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມ ຂອງການປະຕິວັດ.

ຕະຫຼອດໄລຍະ 75 ປີຜ່ານມາ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາກົມສື່ມວນຊົນ, ກົມວັນນະຄະດີ ແລະ ພິມຈຳໜ່າຍ ເປັນອົງການຈັດຕັ້ງຄຸ້ມຄອງລັດ ທາງດ້ານວິຊາການ ເຊິ່ງມີພາລະບົດບາດ ໃນການກຳນົດຍຸດທະສາດ, ແຜນງານ, ໂຄງການ, ສ້າງບັນດານິຕິກຳ, ເຜີຍແຜ່ສຶກສາອົບຮົມ, ບຳລຸງສ້າງພະນັກງານລັດຖະກອນ ຢູ່ພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານສື່ມວນຊົນ. ວຽກງານວັນນະຄະດີ ແລະ ພິມຈໍາໜ່າຍ ຜ່ານມາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການສ້າງແຜນພັດທະນາ, ຄົ້ນຄວ້າ, ສ້າງ ແລະ ເຜີຍແຜ່ກົດໝາຍ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ; ຈັດຕັ້ງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ວິຊາສະເພາະໃຫ້ແກ່ພະນັກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ສູນກາງ, ແຂວງ ແລະ ເມືອງໃນທົ່ວປະເທດ. ບັນດາສະມາຄົມຕ່າງໆ ເປັນຕົ້ນ: ສະມາຄົມນັກຂ່າວແຫ່ງ ສປປ ລາວ ກໍໄດ້ຮ່ວມມືກັບບັນດາອົງການຈັດຕັ້ງສາກົນຈັດສໍມະນາ ແລະ ຝຶກອົບຮົມໃຫ້ພະນັກງານສື່ມວນຊົນລາວຫຼາຍຄັ້ງ; ສະມາຄົມນັກປະພັນລາວ; ສະມາຄົມການພິມ ສປປ ລາວ ແລະ ສະມາຄົມຫໍສະມຸດລາວ ກໍໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ. ພາຍຫຼັງພັກ ປປ ລາວ ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ, ວຽກງານສື່ມວນຊົນ ຍິ່ງມີບົດບາດສຳຄັນໃນການເຜີຍແຜ່ ແນວທາງປ່ຽນແປງໃໝ່ຂອງພັກ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນ ແລະ ເປີດກວ້າງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ແລະ ໃນໂລກ.

ອັນພົ້ນເດັ່ນ ແມ່ນໄດ້ໂຄສະນາ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກ ໃນແຕ່ລະຄັ້ງ ເຊິ່ງປັດຈຸບັນແມ່ນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະທ້າຍສະໄໝ, ໃນນັ້ນ ແມ່ນໄດ້ສຸມໃສ່ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ວຽກງານຊັບຊ້ອນປັບປຸງກົງຈັກການຈັດຕັ້ງ ຢູ່ສູນກາງ ແລະ ທ້ອງຖິ່ນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານຈຸດສຸມຂອງສະພາແຫ່ງຊາດ ແລະ ການປັບປຸງ ແລະ ຮັບຮອງລັດຖະທໍາມະນູນ ສະບັບປັບປຸງປີ 2025, ການເຄື່ອນໄຫວວຽກງານຈຸດສຸມຂອງລັດຖະບານ ທັງສູນກາງ ແລະ ທ້ອງຖິ່ນ; ວຽກງານການຕ່າງປະເທດ ແລະ ການພົວພັນການທູດກັບບັນດາປະເທດເພື່ອນມິດ, ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ກໍຄືວຽກດີຄົນເດັ່ນ ແລະ ການສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນປະເທດ; ສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ຕໍ່ເນື່ອງ ໂດຍສະເພາະແມ່ນຂະບວນການສະເຫຼີມສະຫຼອງສາມວັນປະຫວັດສາດ ເຊັ່ນ: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ກະກຽມສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.

ທັງນີ້ກໍ່ເພື່ອເປັນການປູກຈິດສຳນຶກໃຫ້ພະນັກງານລັດຖະກອນໄດ້ ຮັບຮູ້-ເຂົ້າໃຈເຫັນໄດ້ຄວາມໝາຍຄວາມສໍາຄັນຂອງ 2 ວັນປະຫັວດສາດສໍາຄັນດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa