ສາລະວັນ ອົບຮົມພະສົງ-ສາມະເນນ
ມາໃນວັນທີ 13 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບແນວລາວສ້າງຊາດແຂວງ ແລະ ພະແນກພາຍໃນແຂວງສາລະວັນ ຈັດພິທິອົບຮົມພະສົງ-ສາມະເນນ ໃຫ້ແກ່ 15 ວັດຢູ່ອ້ອມຂ້າງແຂວງສາລະວັນ. ໃນພິທີດັ່ງກ່າວ ໄດ້ຈັດຂື້ນທີ່ສະໂມສອນໃຫຍ່ ຂອງແຂວງ ຫ້ອງ VIP ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານ ຄະນະໂຄສະນາອົບຮົມແຂວງ, ຮອງປະທານແນວລາວສ້າງຊາດແຂວງ, ຮອງພະແນກພາຍໃນແຂວງ ໃຫ້ກຽດເຂົ້າຮ່ວມຂອງພະອາຈານ ດ໋ອງ ດາວວະດີງ ຄະນະປະຈໍາ ອພສ ແຂວງສາລະວັນ, ຫົວໜ້າກັມມາທິການສາທາລະນຸປະການ, ປະທານ ອພສ ເມືອງສາລະວັນ, ມີບັນດາເຈົ້າອະທິການວັດ, ພະສົງ-ສາມະເນນ ຈາກວັດບ້ານເທດສະບານເມືອງສາລະວັນ ເຂົ້າຮ່ວມ.
ໃນພິທີ ທ່ານ ຈັນສະໝອນ ພົມມະແສງ ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານ ໃຫ້ຮູ້ວ່າ: ການຈັດອົບຮົມຄັ້ງນີ້ ແມ່ນມີຈຸດປະສົງ: ເພື່ອເຮັດໃຫ້ພະສົງ-ສາມະເນນ ມີຄວາມເຂົ້າໃຈເລິກເຊິ່ງ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເຄື່ອນໄຫວ ໄດ້ຢ່າງຖືກຕ້ອງແທດເໝາະກັບສະພາບສັງຄົມໃນໄລຍະໃໝ່; ເພື່ອເຮັດໃຫ້ພະສົງ-ສາມະເນນ ມີຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບການເສີມຂະຫຍາຍມູນເຊື້ອຂອງຊາດ, ບົດບາດຂອງສາສະໜາພຸດຕໍ່ສັງຄົມລາວ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດຕໍ່ການເຊື່ອຖືສາສະໜາ ແລະ ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຂອງສັດຕູໃນການສວຍໃຊ້ສາສະໜາ; ເພື່ອເຮັດໃຫ້ພະສົງ-ສາມະເນນ ມີການເຄື່ອນໄຫວເທດສະໜາທໍາມະ ໃຫ້ມວນຊົນໄດ້ຖືກຕ້ອງຕາມຫຼັກທໍາຄໍາສອນຂອງສາສະໜາພຸດ, ຕາມລະບຽບກົດໝາຍຂອງລັດຖະທຳມະນູນສົງລາວ ໂດຍສະເພາະແມ່ນດຳລັດກ່ຽວກັບການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ.
ການອົບຮົມ ເທື່ອນີ້ ມີຜູ້ຂື້ນເຜີຍແຜ່ເອກະສານ 4 ທ່ານ ຄື: ມາຈາກຄະນະໂຄສະນາອົບຮົມແຂວງ 2 ທ່ານ, ມາຈາກແນວລາວສ້າງຊາດແຂວງ 1 ທ່ານ ແລະ ມາຈາກພະແນກພາຍໃນ 1 ທ່ານ ເຊິ່ງນໍາໃຊ້ເອກະສານ 4 ບົດຄື: ບົດທີ 1: ເສີມຂະຫຍາຍມູນເຊື້ອຂອງຊາດລາວ; ບົດທີ 2: ບົດບາດຂອງສາສະໜາພຸດຕໍ່ສັງຄົມລາວ; ບົດທີ 3: ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດຕໍ່ສາສະໜາ; ບົດທີ 4: ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູໃນການສວຍໃຊ້ສາສະໜາ ມີພະສົງ-ສາມະເນນ ເຂົ້າຮ່ວມອົບຮົມ 50 ອົງ ໃນການອົບຮົມ ມີບັນດາພະສົງ ມີຄໍາເຫັນ ຢ່າງມີບັນຍາກາດ ເປັນຢ່າງດີ
ໃນຕອນທ້າຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານ ໄດ້ເນັ້ນໜັກວ່າ:
- ພາຍຫຼັງອົບຮົມແລ້ວ, ໃນເວລາຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ຢາກໃຫ້ພະເຖລານຸເຖລະ ສືບຕໍ່ອ່ານ ແລະ ຄົ້ນຄ້ວາເນື້ອໃນ ເພື່ອກໍາແໜ້ນຕໍ່ແນວທາງໃຫ້ເລິກເຊິ່ງ ແນ່ໃສ່ສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ການເອົາໃຈໃສ່ອົບຮົມອອກຕົນຍາດໂຍມ ໃຫ້ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ.
- ໃຫ້ອະນຸເຖລະ ມີທັດສະນະຂອງພັກ ແລະ ນະໂຍບາຍຂອງລັດ ຕໍ່ການເຊື່ອຖືສາສະໜາ ແລະ ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຂອງສັດຕູໃນການສວຍໃຊ້ສາສະໜາ.
- ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເພື່ອເຮັດໃຫ້ອະນຸເຖລະ ມີການເຄື່ອນໄຫວເທດສະໜາທຳມະໃຫ້ມວນຊົນໄດ້ຖືກຕ້ອງຕາມຫຼັກທໍາຄໍາສອນຂອງສາສະໜາພຸດ, ຕາມລະບຽບກົດໝາຍຂອງລັດຖະທຳມະນູນສົງລາວໂດຍສະເພາະແມ່ນດຳລັດກ່ຽວກັບການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ.
ການອົບຮົມຄັ້ງນີ້ ແມ່ນຈະໃຊ້ເວລາ 1 ວັນຈິ່ງຈະສໍາເລັດ.