ສາລະວັນ ເປີດບັ້ນຝຶກອົບຮົມການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໃສທົ່ວປະເທດຄັ້ງທີ V ປີ 2025ໃຫ້ຄູຝຶກຂັ້ນເມືອງ

ສາລະວັນ ເປີດບັ້ນຝຶກອົບຮົມການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໃສທົ່ວປະເທດຄັ້ງທີ V ປີ 2025ໃຫ້ຄູຝຶກຂັ້ນເມືອງ

 

ການຝຶກອົບຮົມການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໃສທົ່ວປະເທດຄັ້ງທີ V ປີ 2025 ໃຫ້ຄູຝຶກຂັ້ນເມືອງ ໄດ້ເປີດຂື້ນໃນຕອນເຊົ້າຂອງວັນທີ 29 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມ ພະແນກການເງິນແຂວງສາລະວັນ ( ຫ້ອງປະຊຸມພະແນກແຜນການຫຼັງເກົ່າ ) ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສາລະວັນ,ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສຂັ້ນແຂວງ.ທ່ານ ຄໍາກິ່ງ ແກ້ວສຸພັນ ຮອງຫົວໜ້າພະແນກການເງິນ ແຂວງ,ຫົວໜ້າຫ້ອງການສຳຫຼວດຂັ້ນແຂວງ ມີບັນດາທ່ານຄະນະຊີ້ນໍາການສໍາຫຼວດພນົລະເມືອງ ແລະ ທີ່ຢູ່ອາໃສຂັ້ນແຂວງ,ຄະນະຄູຝຶກຂັ້ນສູນກາງ-ຂັ້ນແຂວງ ຕະຫຼອດຮອດນັກສໍາມະນາກອນທີ່ມາຈາກ 8ເມືອງທົ່ວແຂວງທີ່ເຂົ້າຮ່ວມ.

ທ່ານ ປອ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງສາລະວັນ,ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສຂັ້ນແຂວງໄດ້ໃຫ້ກຽດກ່າວເປີດການຝຶກອົບຮົມໃນຄັ້ງນີ້: ຈຸດປະສົງຕົ້ນຕໍເພື່ອ:ໃຫ້ຄູຝຶກຂັ້ນເມືອງໄດ້ຮຽນຮູ້, ຄວາມເຂົ້າໃຈກ່ຽວກັບກອບແນວຄວາມຄິດ, ຈຸດປະ ສົງ ແລະ ວິທີການຈົດກ່າຍແບບສອບຖາມ ໃນລະບົບ (CAPI) ໃຫ້ມີຄວາມເປັນເອກະພາບຢ່າງເລິກເຊິ່ງ ຮັບປະກັນສາມາດສືບຕໍ່ຈັດຝຶກອົບຮົມໃຫ້ແກ່ນັກກວດກາ ແລະເດິນສໍາຫຼວດຢູ່ຂັ້ນເມືອງ;ເພື່ອເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງຄູຝຶກ,ນັກກວດກາ ແລະນັກ ເດີນສໍາຫຼວດ ລວມທັງວິທີການ ແລະ ຂັ້ນຕອນ ໃນການເກັບກໍາຂໍ້ມູນພາກສະໜາມ,ເອກະພາບກ່ຽວກັບແຜນຝຶກອົບຮົມໃຫ້ນັກເດີນສໍາຫຼວດຢູ່ຂັ້ນເມືອງ,ຈໍານວນເຂດສໍາຫຼວດ, ຈຳນວນນັກເດີນສໍາຫຼວດ,ນັກກວດກາທີ່ຮັບຜິດຊອບຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມ,ເປັນຜູ້ນໍາເອົາເນື້ອໃນແບບສອບຖາມ ແລະ ກຳແໜ້ນທາງດ້ານນິຍາມ, ຫຼັກການໃນການສໍາຫຼວດ ລວມທັງເນື້ອໃນແບບສອບຖາມຕ່າງໆ ,ການສໍາຫຼວດຄັ້ງນີ້ເປັນຄັ້ງທໍາອິດທີ່ນໍາໃຊ້ເຄື່ອງມືທີ່ທັນສະໃໝເຂົ້າໃນການເກັບກຳຂໍ້ມູນ,ສະນັ້ນຈຶ່ງຮຽກຮ້ອງໃຫ້ບັນດາສຳມະນາກອນທີ່ເຂົ້າຮ່ວມຈົ່ງມີຄວາມອົດທົນຕັ້ງໃຈແລກປ່ຽນບົດຮຽນຊຶ່ງກັນ ແລະກັນຕັ້ງໃຈຟັງຄໍາອະທິບາຍຂອງຄູຝຶກ,ເພື່ອຄວາມເປັນເອກະພາບການຝຶກອົບຮົມການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025,ນອກຈາກນັ້ນຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໃສ,ຫົວໜ່ວຍສໍາຫຼວດ,ຂະບວນການ ແລະຂັ້ນຕອນການສໍາຫຼວດ,ແທັບເລັດ ແລະໂປຼແກຣມແຜນທີ່ແບບສອບຖາມ,ໂປຼແກຣມແຜນທີ່ – ແຜນທີ່ເຂດສໍາຫຼວດ,ໂປຼແກຣມແຜນທີ່ – ແບບສອບຖາມພາກ M ຂໍ້ມູນອາຄານ,ໂປຼແກຣມແບບສອບຖາມ – ແບບສອບຖາມພາກຂໍ້ມູນເອກະລັກ,ແບບສອບຖາມເລີ່ມການສໍາຫຼວດ, ແບບສອບຖາມພາກຂໍ້ມູນຄົວເຮືອນ ແລະທີ່ຢູ່ໃສ,ແບບສອບຖາມພາກຂໍ້ມູນສະມາຊິກຄົວເຮືອນ, ແບບສອບຖາມພາກຂໍ້ມູນບຸກຄົນ,ການສໍາຫຼວດທີ່ອາໄສລວມໝູ່,ໜ້າທີ່ ແລະໂປຼແກຣມສໍາລັບນັກກວດກາ,ການຝຶກອົບຮົມຄັ້ງນີ້ຈະດໍາເນີນໄປເປັນເວລາ 10 ວັນຈິ່ງຈະສໍາເລັດ.

ຂ່າວ ແກ້ວວິໄລ ດວງຄໍາ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa