ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ພ້ອມຄະນະ ແລະ ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ຄົບຮອບ 161 ປີ.

ໃນວັນທີ 14 ມິຖຸນາ 2024 ນີ້, ອົງການກາແດງແຂວງສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ຄົບຮອບ 161 ປີ (8 ພຶດສະພາ 1863-8 ພຶດສະພາ 2024),  ພິທີດັ່ງກ່າວ ໄດ້ຈັດຂື້ນທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສິີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ຂົງເຂດວຽກພັກ-ພະນັກງານ, ມີທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າ

ຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ກົງສິດ ອຸ່ນຈິດ ຫົວໜ້າອົງການກາແດງແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຮອງເຈົ້າເມືອງສາລະວັນ, ຫົວໜ້າ ແລະ ຮອງຫົວໜ້າພະແນການອ້ອມຂ້າງແຂວງ, ແຂກຖືກແຂກຈາກອົງການກາແດງແຂວງເຊກອງ, ຄູ-ອາຈານ,​ ນັກຮຽນ-ນັກສຶກສາຈາກ

ໂຮງຮຽນການເມືອງ-ການປົກຄອງ ແຂວງອັດຕະປື, ພະນັກງານ-ບຳນານ, , ພະນັກງານ-ລັດຖະກອນ, ພະນັກງານ-ແພດໝໍ ແລະ ຄູ-ອາຈານ, ນັກສຶກສາ ຈາກວິທະຍາໄລຄູແຂວງສາລະວັນ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ປະທານອົງການກາແດງປະຈໍາແຂວງ ໄດ້ໃຫ້ກຽດຜ່ານປະຫວັດຄວາມເປັນມາຂອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ຄົບຮອບ 161 ປີ (8 ພຶດສະພາ 1863-8 ພຶດສະພາ 2024), ທ່ານກ່າວວ່າ: ໃນວັນທີ 14 ມິຖຸນາ 1859, ທ່ານ ອັງຣີດຸຍນັງ (Henry Dunant) ນັກທຸລະກິດຊາວສະວິດ ໄດ້ເດີນທາງຜ່ານທົ່ງຫຍ້າໂຊນເຟຣີໂນ ທາງພາກເໜືອຂອງປະເທດອີຕາລີ, ຊຶ່ງເປັນສະໝໍລະພູມ ລະຫວ່າງກອງທັບຝຣັ່ງ ແລະ ໂອຕຣິດ ທີ່ມີທະຫານບາດເຈັບ ແລະ ລົ້ມຕາຍຫລາຍກວ່າ 4 ໝື່ນຄົນ, ຈາກເຫດການອັນໜ້າສະເທືອນຂວັນດັ່ງກ່າວ ທ່ານເກີດແນວຄວາມຄິດດ້ານມະນຸດສະທຳ ແລະ ໃຫ້ການຊ່ວຍເຫລືອສິ່ງຈໍາເປັນອັນຮີບດ່ວນ, ຈິ່ງຕັດສິນໃຈໃຊ້ໂບດທີ່ຢູ່ໃກ້ເຂດສົງຄາມ ເປັນໂຮງໝໍຊົ່ວຄາວ ເພື່ອຊ່ວຍເຫລືອ ແລະ ປິ່ນປົວທະຫານຝຣັ່ງ ແລະ ໂອຕຣິດ ຢ່າງສະເໝີພາບກັນ, ລວມທັງການຮັບຝາກຂໍ້ມູນຂ່າວສານຂອງທະຫານທັງສອງຝ່າຍ. ຕໍ່ມາ ທ່ານໄດ້ກັບຄືນປະເທດສະວິດ ແລະ ຂຽນປຶ້ມຫົວໜຶ່ງທີ່ໃສ່ຊື່ວ່າ: ຄວາມຊົງຈໍາແຫ່ງເມືອງໂຊນເຟຣີໂນ (The memory of Solferino), ຊຶ່ງທ່ານໄດ້ພັນລະນາສິ່ງທີ່ພົບເຫັນ ແລະ ພ້ອມທັງໄດ້ສະເໜີສອງແນວຄວາມຄິດຄື: ທຸກໆປະເທດ ຕ້ອງມີອາສາສະໝັກ ເພື່ອໃຫ້ການຊ່ວຍເຫລືອເວລາມີການປະທະກັນ ດ້ວຍອາວຸດ ແລະ ທຸກໆປະເທດ ຕ້ອງຮັບຜິດຊອບຕໍ່ທະຫານຂອງຕົນ, ຈຶ່ງເປັນທີ່ມາຂອງກົດໝາຍມະນຸດສະທຳສາກົນ (International Humanitarian Law). ຈົນມາຮອດວັນທີ 23 ຕຸລາ 1863 ທ່ານ ອັງຣີດຸຍນັງ ກັບເພື່ອນອີກ 4 ຄົນ ໄດ້ສ້າງຕັ້ງຄະນະກໍາມະການກາແດງສາກົນຂຶ້ນ ເພື່ອຈາລຶກຄຸນງາມຄວາມດີ ຂອງທ່ານ ອັງຣີດູນັງ ຈຶ່ງກຳນົດເອົາວັນທີ 8 ພຶດສະພາ ເປັນວັນສ້າງຕັ້ງກາແດງ ແລະ ຊິກວົງເດືອນແດງສາກົນ.

ສໍາລັບ ຄຳຂວັນປຸກລະດົມນໍ້າໃຈນັກເຄື່ອນໄຫວມະນຸດສະທຳ ປີ 2024 ແມ່ນ “ ຮັກສາຫຼັກມະນຸດສະທໍາໃຫ້ຄົງຢູ່ ’’ ແລະ ວັນຜູ້ບໍລິຈາກເລືອກໂລກ 14 ມິຖຸນາ ພາຍໃຕ້ຄໍາຂວັນ ‘‘ 20 ປີ ແຫ່ງການສະເຫຼີມສະຫຼອງການໃຫ້ : ໃຫ້ເລືອດໃຫ້ຊີວິດ, ຂອບໃຈຜູ້ບໍລິຈາກເລືອດທຸກໆທ່ານ! 14 ມິຖຸນາ 2024 ’’

ນອກຈາກນັ້ນ, ທ່ານ ຍັງໃຫ້ຮູ້ຕື່ມກ່ຽວກັບ: ສໍາລັບອົງການກາແດງແຫ່ງຊາດລາວ ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955, ຖືກຮັບຮູ້ຈາກຄະນະກຳມະການກາແດງສາກົນ ໃນວັນທີ 23 ພຶດສະພາ 1957 ແລະ ເຂົ້າເປັນສະມາຊິກຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFCR) ໃນວັນທີ 25 ຕຸລາ 1957 ເປັນອົງການຈັດຕັ້ງທາງສັງຄົມ ຂອງສປປລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳຢ່າງເປັນເອກະລາດຢູ່ ພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ 7 ຫຼັກການພື້ນຖານຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ; ໂດຍມີ 9 ວຽກງານສຳຄັນ ພ້ອມແລ້ວທີ່ຈະເຮັດວຽກງານມະນຸດສະທຳ ຕາມພາລະບົດບາດຂອງຕົນ ເພື່ອສ້າງ ແລະ ສົງເສີມຄຸນຄ່າດ້ານມະນຸດສະທຳ ໂດຍບໍ່ຈຳແນກການປະຕິບັດຢູ່ສັງຄົມລາວ, ເປັນຂົວຕໍ່ນຳເອົາຄວາມເມດຕາ, ນໍ້າໃຈຈາກຜູ້ໃຈບຸນທັງຫຼາຍສົ່ງໄປຮອດໄປເຖິງຜູ້ທີ່ຂາດແຄນ,ອ່ອນນ້ອຍ ແລະ ດ້ອຍໂອກາດໃນທົ່ວປະເທດ. ຈາກນັ້ນ, ທ່ານ ຍັງໄດ້ໃຫ້ຮູ້ ກ່ຽວກັບວັນຜູ້ບໍລິຈາກເລືອກໂລກ 14 ມິຖຸນາ ຕື່ມອີກ.

 

ໃນພິທີດັ່ງກ່າວ, ຍັງໄດ້ສ້າງຂະບວນການຮ້ອງເພງ, ຈັດກິດຈະກໍາຮັບບໍລິຈາກເລືອດ, ມອບໃບຍ້ອງຍໍໃຫ້ແກ່ຜູ້ບໍລິຈາກເລືອດ ແລະ ມອບໃບຂອບໃຈໃຫ້ແກ່ຜູ້ອຸປະຖໍາໃນພິທີດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa