ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນຕ່າງໆ ທີ່ພະແນກ ຍທຂ

ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນຕ່າງໆ ທີ່ພະແນກ ຍທຂ

 

ວັນທີ 14 ສິງຫາ 2024 ນີ້ ຢູ່ຫ້ອງປະຊຸມ ຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງສາລະວັນ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມ 3 ເອກະສານ ທີ່ສໍາຄັນຂອງພັກຂອງຊາດ ເຊັ່ນ: ເອກະສານຜັນຂະຫຍາຍຜົນສໍາເລັດກອງປະຊຸມແນວໂຮມ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5, ມະຕິວ່າດ້ວຍ: ການສ້າງເສດຖະກິດເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ (​ສະບັບປັບປຸງ ) . ໃນພິທີດັ່ງກ່າວ, ໃຫ້ກຽດເຜີຍແຜ່ ຂອງສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີທະນົນໄຊ ນິນສຸຣິຍະວົງ ຮອງພະແນກ ຍທຂ, ສະຫາຍ ສົມຄິດ ວົງສາລີ ຮອງພະແນກ ຍທຂ, ມີບັນດາພະນັກງານ-ຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ພາຍໃນພະແນກ ຍທຂ ເຂົ້າຮ່ວມ.

ໃນພິທີ ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ຮູ້ວ່າ: ໃນວັນທີ 9 ເມສາ 2024, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ  ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມເດັດ ກິຕິຊົງຮັກ ບານດິດ ແມນຊອມອອນ ປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມຣາຊາອະນາຈັກ ກຳປູເຈຍ, ທ່ານ ໂດ້ ວັນ ຈຽນ ປະທານແນວໂຮມປະເທດຊາດຫວຽດນາມ ແລະ ທ່ານ ປອ.ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ.

ບົນຈິດໃຈຄວາມສາມັກຄີ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນເປັນມູນເຊື້ອ, ສາມຝ່າຍໄດ້ຕີລາຄາ ແລະຊົມເຊີຍຕໍ່ບັນດາໝາກຜົນແຫ່ງການຈັດຕັ້ງປະຕິບັດບົດບັນທຶກຮ່ວມມື ໃນໄລຍະຜ່ານມາ ລະຫວ່າງ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊາອະນາຈັກກຳປູເຈຍ, ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ທີ່ໄດ້ລົງນາມເມື່ອວັນທີ 26 ພະຈິກ 2020 (ກອງປະຊຸມທາງໄກ), ສາມຝ່າຍໄດ້ເປັນເອກະພາບຕໍ່ກັບເນື້ອໃນແຜນການຮ່ວມມື ລະຫວ່າງ ສາມອົງການໃນໄລຍະ 2024-2027 ຕາມບັນດາເນື້ອໃນ ດັ່ງນີ້:

  1. ສືບຕໍ່ຜູ້ແຮງວຽກງານຂ່າວສານ, ໂຄສະນາເຜີຍແຜ່ບັນດາເນື້ອໃນ.
  2. ຊຸກຍູ້ ແລະ ສົ່ງເສີມການຮ່ວມມືລະຫວ່າງແນວໂຮມແຕ່ລະຂັ້ນ ຂອງສາມປະເທດ.
  3. ຈັດຕັ້ງບັນດາກິດຈະກໍາ ຂອງວັນສໍາຄັນຂອງພັກ ຂອງ 3 ປະເທດ.
  4. ເພີ່ມທະວີການແລກປ່ຽນຄະນະຜູ້ແທນລະດັບສູງ ແລະ ຄະນະຜູ້ແທນວິຊາການ ແລະ ເນື້ອໃນທີ່ສໍາຄັນອື່ນໆ .

ໂອກາດດຽວກັນນີ້ ສະຫາຍ ຈັນສະໝອນ ພົມມະແສງ ຍັງໄດ້ເຜີຍແຜ່ມະຕິວ່າດ້ວຍ: ການສ້າງເສດຖະກິດເປັນເຈົ້າຕົນເອງ ໃນໄລຍະໃໝ່, ໃນນັ້ນ ສະຫາຍ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນວ່າ: ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າ ຂອງການນໍາໃຊ້ຄວາມສາມາດບົ່ມຊ້ອນຂອງຊັບພະຍາກອນທີ່ມີ ເພື່ອຕອບສະໜອງໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ; ແມ່ນການສ້າງຄວາມເປັນເຈົ້າດ້ານຄວາມຮັບຮູ້, ເພື່ອຂຸດຄົ້ນນຳໃຊ້ໃນສິ່ງທີ່ມີຢູ່ ຂອງປະເທດຊາດ ແລະ ສັງຄົມລາວ, ໃນສິ່ງທີ່ເຮົາສາມາດເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ວາງແຜນໃນການຂຸດຄົ້ນ, ຄຸ້ມຄອງ, ນຳໃຊ້ຊັບພະຍາກອນຂອງຊາດ ໃຫ້ອອກມາເປັນທຶນຮອນຢ່າງມີປະສິດທິຜົນ, ສ້າງໃຫ້ຄົນລາວເປັນເຈົ້າການຫຼາຍຂຶ້ນ ໃນການຮູ້ຫາເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນຳໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການຄິດໄລ່, ໄຕ່ຕອງ ການນໍາເຂົ້າຜະລິດຕະພັນ ຈາກພາຍນອກ ມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ; ເປັນເຈົ້າການໃນການພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫຼາກຫຼາຍ, ພັດທະນາລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ເປັນເຈົ້າການຜະລິດພາຍໃນເພື່ອສົ່ງອອກ, ປຸງແຕ່ງຊັບພະຍາກອນ ທີ່ເປັນທ່າແຮງຂອງປະເທດ ໂດຍນຳໃຊ້ເຕັກນິກ ເຕັກໂນໂລຊີທີ່ທັນສະໄໝ, ເປັນເຈົ້າການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຫຼາຍເທົ່າ ທີ່ຈະຫຼາຍໄດ້, ສ້າງລາຍຮັບໃໝ່ໃຫ້ຫຼາຍ ແລະ ໜັກແໜ້ນ; ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກບັ່ນສູ້ຊົນສູງສຸດຂອງຕົນເອງ ເປັນສິ່ງຕັດສິນຕົ້ນຕໍໃນການຮັບປະກັນ ຄວາມເປັນເອະລາດ, ເປັນເຈົ້າຕົນເອງ ໃຫ້ສະແດງອອກຢ່າງເປັນຮູບປະທຳທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບພາຍນອກ ແລະ ການເຊື່ອມໂຍງສາກົນ, ຍາດແຍ່ງເອົາການສະໜັບສະໜູນຈາກເພື່ອນມິດສາກົນ.

ສະຫາຍ ຍັງໃຫ້ຮູ້ວ່າ: ການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນການເຮັດໃຫ້ຄົນລາວ, ສັງຄົມລາວ ຍົກລະດັບວິຖີຊີວິດ ແລະ ວິທີການທຳມາຫາກິນແບບໃໝ່, ສາມາດເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບການທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ແມ່ນການພັດທະນາດ້ວຍສະຕິປັນຍາ ແລະ ເດີນໜ້າດ້ວຍລຳຂາຂອງຕົນເອງຢ່າງເປັນເຈົ້າການ, ນອກນີ້ ກໍເປັນເຈົ້າການສ້າງຄ່ານິຍົມສິນຄ້າລາວໃຫ້ຫຼາຍຂຶ້ນ. ພ້ອມນີ້, ກໍໄດ້ເນັ້ນໃຫ້ກຳແໜ້ນເນື້ອໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ກໍຄືທິດທາງລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍບາຍ ແລະ ວິທີການຈັດຕັ້ງປະຕິບັດ. ຊຶ່ງແມ່ນອັນສໍາຄັນໃນການເຮັດຕົວຈິງ ໂດຍສະເພາະແມ່ນທົ່ວ ພະແນກ ຍທຂ ຕ້ອງໄດ້ຫັນເຂົ້າສູ່ວຽກງານຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້.

ໃນຕອນທ້າຍ ສະຫາຍ ຍັງໄດ້ເຜີຍແຜ່ກົດໝາຍວ່າດ້ວຍ: ການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ,ສະບັບເລກທີ 27/ສພຊ, ນະຄອນຫຼວງວຽງຈັນ, ລົງວັນທີ 18 ທັນວາ 2012 ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa