ຫ້ອງການສຶກສາທິການ ແລະ ກິລາເມືອງ ສາລະວັນ ຈັດພິທີ ໄຂສົກຮຽນໄໝ່ 2025-2026

ຫ້ອງການສຶກສາທິການ ແລະ ກິລາເມືອງ ສາລະວັນ ຈັດພິທີ ໄຂສົກຮຽນໄໝ່ 2025-2026

    

ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ສາລະວັນ ໄດ້ຈັດພິທີໄຂສົກຮຽນໄໝ່ ໃນຕອນເຊົ້າຂອງວັນທີ 01 ກັນຍາ 2025 ທີ່ຫ້ອງປະຊຸມສະໂມສອນເມືອງສາລະວັນ ໃຫກຽດເປັນປະທານຂອງທ່ານ ຈັນສີລອນ ສີສົມບູນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຂາວ ໂພໄຊ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳ ວັດທະນະທຳສັງຄົມ ແລະ ທ່ານ ຄຳເຟືອງ ອິນທິສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ມີພະນັກງານອ້ອມຂ້າງເມືອງ, ຫົວໜ້າ-ຮອງຫົວໜ້າ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ຜູ້ບໍລິຫານການສຶກສາ, ນາຍບ້ານ, ພະນັກງານ ແລະ ນ້ອງນັກຮຽນ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ສຸກສັນ ສຸເທບມະນີ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານ ການຫ້າງຫາກະກຽມ ການໄຂສົກຮຽນໄໝ່ ປະຈຳສົກ 2025-2026 ເມື່ອຫວນຄືນການສຶກສາຂອງເມືອງ ສາລະວັນແລ້ວ ພວກເຮົາເຫັນວ່າການສຶກສາບໍ່ເຄີຍຢຸດນິ້ງ, ນັກຮຽນ-ນັກສຶກສາ ກໍ່ຕ້ອງໄດ້ຮັບການສຶກສາຢ່າງຕໍ່ເນື່ອງ, ສາມາດດຳເນີນການຮຽນ-ການສອນປົກກະຕິ ສາມາດຮັບປະກັນການຮຽນຮູ້ຂອງລູກຫຼານປະຊາຊົນບັນດາເຜົ່າ. ໃນສົກຮຽນ 2024-2025 ທົ່ວເມືອງສາລະວັນ ມີໂຮງຮຽນອະນຸບານ 22 ແຫ່ງ (ເອກະຊົນ 3 ແຫ່ງ), ມີຫ້ອງຮຽນທັງໝົດ 54 ຫ້ອງ, ມີຫ້ອງກຽມປະຖົມ 69 ຫ້ອງ ແລະ ກຸ່ມຮຽນຜ່ານການຫຼີ້ນ 22 ແຫ່ງ, ມີນັກຮຽນ 3.269 ຄົນ, ຍິງ 1.644 ຄົນ, ເດັກອາຍຸ 0-2ປີ ມີ 192 ຄົນ, ຍິງ 80 ຄົນ, ອະນຸບານ 1.272 ຄົນ, ຍິງ 647 ຄົນ, ນັກຮຽນກຽມປະຖົມ 1.408 ຄົນ, ຍິງ 705 ຄົນ ແລະ ກຸ່ມຮຽນຜ່ານການຫຼີ້ນ 397 ຄົນ,ຍິງ 212 ຄົນ ແລະ ຄູສອນ 168 ຄົນ. ໂຮງຮຽນປະຖົມ 145 ແຫ່ງ, ໃນນັ້ນ ປະຖົມສົມບູນ 107 ແຫ່ງ, ມີຫ້ອງຮຽນທັງໝົດ 703 ຫ້ອງ, ຫ້ອງຄວບ 191 ຫ້ອງ, ນັກຮຽນ 11.047 ຄົນ, ຍິງ 5.634 ຄົນ, ຄູສອນ 462 ຄົນ, ຍິງ 256ຄົນ. ມັດທະຍົມຕົ້ນທັງໝົດ 13 ແຫ່ງ, ມີຫ້ອງຮຽນ 141 ຫ້ອງ, ມີນັກຮຽນທັງໝົດ 3.868 ຄົນ, ຍິງ 1.933 ຄົນ, ຄູສອນ 251 ຄົນ, ຍິງ 151 ຄົນ, ມັດທະຍົມສົມບູນທັງໝົດ 10 ແຫ່ງ, ມີຫ້ອງຮຽນ 47 ຫ້ອງ, ມີນັກຮຽນ 1198 ຄົນ, ຍິງ 593 ຄົນ, ມີຄູສອນ 116 ຄົນ, ຍິງ 60 ຄົນ. ພະນັກງານລັດຖະກອນຄູທັງໝົດ 865 ຄົນ, ຍິງ 523 ຄົນ. ໃນນັ້ນ ພະນັກງານບໍລິຫານ 43 ຄົນ,ຍິງ 17 ຄົນ, ຄູສອນ 822 ຄົນ, ຍິງ 506 ຄົນ. ປະຈຸບັນທົ່ວເມືອງມີຄູອາສາສະໝັກ 68 ຄົນ, ຍິງ 48 ຄົນ.

ຜ່ານການຈັດຕັ້ງປະຕິບັດ ໃນສົກ 2024-2025 ທີ່ຜ່ານມາ ສະພາບແວດລ້ອມທີ່ມີທັງກາລະໂອກາດເອື້ອອຳນວຍ, ມີທັງສິ່ງທ້າທາຍ ທົດສອບ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ ທີ່ສົ່ງຜົນກະທົບໂດຍກົງ ເຖິງຊີວິດການເປັນຢູ່ຂອງຖັນແຖວພະນັກງານ, ຄູ-ອາຈານ, ນ້ອງນ້ອຍນັກຮຽນ ລວມທັງການກະທົບເຖິງ ການບໍລິຫານການຄຸ້ມຄອງການສຶກສາ ແລະ ກິລາ ໂດຍສະເພາະແມ່ນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ມີຜົນກະທົບໂດຍກົງຕໍ່ການຈັດຕັ້ງປະຕິບັດການຮຽນ-ການສອນ ໃນສົກຜ່ານມາ

ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ໂຮງຮຽນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານກິລາ ແລະ ສິລະປະ ຈຳນວນໂຮງຮຽນ 8 ແຫ່ງ ແລະ ໃບຍ້ອງຍໍນັກຮຽນ ທີ່ມີຜົນການຮຽນດີຮຽນເກັ່ງ ຈຳນວນ 12 ຄົນ, ຍິງ 12 ຄົນ ເພື່ອເປັນການສັນລະເສີນຜົນງານ ແລະ ຈາລຶກໄວ້ໃນຫ້ອງການສຶກສາທິການ ແລະ ກິລາເມືອງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa