ອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ ເຄື່ອນໄຫວຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ທີ່ຄະນະພັກກອງບັນຊາການທະຫານແຂວງສາລະວັນ

ອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ ເຄື່ອນໄຫວຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ທີ່ຄະນະພັກກອງບັນຊາການທະຫານແຂວງສາລະວັນ

ວັນທີ 7 ສິງຫາ 2024 ນີ້ ອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ ກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ການກະກຽມດໍາເດີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ທີ່ຄະນະພັກກອງບັນຊາການທະຫານແຂວງສາລະວັນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນສະໜອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາ-ອົບຣົມແຂວງສາລະວັນ, ຮອງຫົວໜ້າອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ ກະກຽມດໍາເນີນກອງປະຊຸມໃຫ່ຍ ຄັ້ງທີ x ຂອງອົງຄະນະພັກແຂວງສາລະວັນ, ມີສະຫາຍ  ສໍາລີ ແກ້ວວົງສອງ, ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ ແລະ ມີບັນດາສະຫາຍໃນອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ບັນດາສະຫາຍໃນຄະນະພັກຮາກຖານ, ເລຂາໜ່ວຍພັກ  ແລະ ສະມາຊິກພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ສະຫາຍ  ສໍາລີ ແກ້ວວົງສອງ, ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານ ເຊິ່ງມີຫຼາຍດ້ານສໍາເລັດ. ພ້ອມດຽວກັນນີ້, ບັນດາອະນຸກໍາມະການຂັ້ນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມ, ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ, ສົນທະນາແລກປ່ຽນແນວຄວາມຄິດ, ເພື່ອວາງແຜນໃນຕໍ່ໜ້າ, ເຮັດໃຫ້ວຽກງານການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ຄືໜ່ວຍພັກຮາກຖານ ທີ່ຂື້ນກັບຄະນະພັກດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດພື້ນ.

ໃນຕອນທ້າຍ  ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ມີທິດຊີ້ນໍາເນັ້ນໜັກຄື:

  1. ໃຫ້ໜ່ວຍພັກຕ່າງໆ ທີ່ຂື້ນກັບຄະນະພັກກອງບັນຊາການທະຫານແຂວງສາລະວັນ ຈົ່ງເອົາໃຈໃສ່ໃນຫຼາຍວຽກທີ່ສໍາຄັນ ເນັ້ນໜັກການເຮັດເປັນຈຸດສຸມ, ເປັນຂະບວນ ແລະ ຕໍ່ເນື່ອງ, ມີແຜນການລະອຽດ, ພ້ອມລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ສໍາຄັນຕ້ອງເອົາໃຈໃສ່ວຽກງານໂຄສະນາໃຫ້ກ້ວາງຂວາງ, ເຊື່ອມຊືມເອກະສານ-ມະຕິຄໍາສັ່ງຕ່າງໆ ໃຫ້ເລິກເຊີ່ງໜັກແໜ້ນ.
  2. ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມວຽກການເມືອງ-ແນວຄິດ ພາຍໃນຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບພະແນກ ໃຫ້ຕໍ່ເນື່ອງ.
  3. ສືບຕໍ່ຕິດປ້າຍຢາຍຄໍາຂັວນ ຕາມເນື້ອໃນທີ່ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa