ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ແຂວງ

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ແຂວງ

ໃນວັນທີ 6 ສິງຫາ 2024 ນີ້, ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຂອງກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ; ໃຫ້ກຽດເຂົ້າຮ່ວມຂອງທ່ານ ອະນຸສັກ ຈໍາປາຄໍາ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີບັນດາທ່ານອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ເລຂາໜ່ວຍພັກຮາກຖານ ທີ່ຂື້ນກັບຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ອະນຸສັກ ຈໍາປາຄໍາ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານ ເຊິ່ງມີຫຼາຍດ້ານສໍາເລັດ. ພ້ອມດຽວກັນນີ້, ບັນດາອະນຸກໍາມະການຂັ້ນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມ, ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ, ສົນທະນາແລກປ່ຽນແນວຄວາມຄິດ, ເພື່ອວາງແຜນໃນຕໍ່ໜ້າ, ເຮັດໃຫ້ວຽກງານການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ຄືໜ່ວຍພັກຮາກຖານ ທີ່ຂື້ນກັບຄະນະພັກຮາກຖານພະແນກດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດພື້ນ.

ໃນຕອນທ້າຍ  ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ມີທິດຊີ້ນໍາເນັ້ນໜັກຄື:

  1. ໃຫ້ໜ່ວຍພັກຕ່າງໆ ທີ່ຂື້ນກັບພະແນກພະແນກກະສິກໍາ ແລະ ປ່າໄມ້ແຂວງສາລະວັນ ຈົ່ງເອົາໃຈໃສ່ໃນຫຼາຍວຽກທີ່ສໍາຄັນ ເນັ້ນໜັກການເຮັດເປັນຈຸດສຸມ, ເປັນຂະບວນ ແລະ ຕໍ່ເນື່ອງ, ມີແຜນການລະອຽດ, ພ້ອມລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ສໍາຄັນຕ້ອງເອົາໃຈໃສ່ວຽກງານໂຄສະນາໃຫ້ກ້ວາງຂວາງ, ເຊື່ອມຊືມເອກະສານ-ມະຕິຄໍາສັ່ງຕ່າງໆ ໃຫ້ເລິກເຊີ່ງໜັກແໜ້ນ.
  2. ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມວຽກການເມືອງ-ແນວຄິດ ພາຍໃນຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບພະແນກ ໃຫ້ຕໍ່ເນື່ອງ.
  3. ສືບຕໍ່ຕິດປ້າຍຢາຍຄໍາຂັວນ ຕາມເນື້ອໃນທີ່ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa