ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ແກ່ 3 ຄະນະພັກຮາກຖານ

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ແກ່ 3 ຄະນະພັກຮາກຖານ

 

ໃນວັນທີ 15 ສິງຫາ 2024 ນີ້, ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ແກ່ 3 ຄະນະພັກຮາກຖານຄື: ຄະນະພັກຮາກຖານຫ້ອງວ່າການແຂວງ, ຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ແລະ ຄະນະພັກຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຂອງກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ; ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສັກດາ ແກ້ວດວງສີ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີສະຫາຍ ບຸນລົມ ອິນສຸທາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີສະຫາຍ ອູ່ທອງ ມູນລາສີ ຮອງຄະນະພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ມີເລຂາ ແລະ ຮອງເລຂາໜ່ວຍພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ທີ່ຂື້ນກັບ 3 ຄະນະພັກຮາກຖານ  ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ສະຫາຍ ສັກດາ ແກ້ວດວງສີ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານ ພາຍໃນ 3 ຄະນະພັກຮາກຖານ ເຊິ່ງມີຫຼາຍດ້ານສໍາເລັດ. ຈາກນັ້ນ, ຕ່າງໜ້າ 2 ຄະນະພັກຮາກຖານ ກໍ່ມີຄໍາເຫັນແລກປ່ຽນ ພ້ອມດຽວກັນນີ້, ບັນດາອະນຸກໍາມະການຂັ້ນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມ, ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ, ສົນທະນາແລກປ່ຽນແນວຄວາມຄິດ, ເພື່ອວາງແຜນໃນຕໍ່ໜ້າ, ເຮັດໃຫ້ວຽກງານການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ຄື ໜ່ວຍພັກຮາກຖານ ທີ່ຂື້ນກັບ 3 ຄະນະພັກຮາກຖານພະແນກດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດພື້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa