ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ແກ່ 2 ຄະນະພັກຮາກຖານ ທີ່ ຄະນະພັກຮາກຖານພະແນກ ຮສສຂ

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ແກ່ 2 ຄະນະພັກຮາກຖານ ທີ່ ຄະນະພັກຮາກຖານພະແນກ  ຮສສຂ

 

ໃນຕອນບ່າຍຂອງວັນທີ 15 ສິງຫາ 2024 ນີ້, ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ແກ່ 2 ຄະນະພັກຮາກຖານຄື: ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ຄະນະພັກຮາກຖານພະແນກແຮງງານ-ສະຫວັນດີການສັງຄົມແຂວງ ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຂອງຫ້ອງການແຮງງານ-ສະຫວັດດີການສັງຄົມ  ໂດຍພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຂອງກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ; ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດຣ ບົວໄລ ແສນແກ້ວມີກໍ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຮງງານ-ສະຫວັນດີການສັງຄົມແຂວງ, ສະຫາຍ ມະໄລວອນ ສີປະເສີດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ມີບັນດາສະຫາຍອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ມີເລຂາ ແລະ ຮອງເລຂາໜ່ວຍພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ທີ່ຂື້ນກັບ 2 ຄະນະພັກຮາກຖານ  ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ສະຫາຍ ດຣ ບົວໄລ ແສນແກ້ວມີກໍ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຮງງານ-ສະຫວັນດີການສັງຄົມແຂວງ ແລະ ສະຫາຍ ມະໄລວອນ ສີປະເສີດ ເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານ ພາຍໃນຄະນະພັກຮາກຖານ ຂອງຕົນ ເຊິ່ງມີຫຼາຍດ້ານສໍາເລັດ. ພ້ອມດຽວກັນນີ້, ບັນດາອະນຸກໍາມະການຂັ້ນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມ, ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ, ສົນທະນາແລກປ່ຽນແນວຄວາມຄິດ, ເພື່ອວາງແຜນໃນຕໍ່ໜ້າ, ເຮັດໃຫ້ວຽກງານການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ຄື ໜ່ວຍພັກຮາກຖານ ທີ່ຂື້ນກັບ 2 ຄະນະພັກຮາກຖານພະແນກດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດພື້ນ.

ໃນຕອນທ້າຍ  ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ມີທິດຊີ້ນໍາເນັ້ນໜັກຄື:

  1. ໃຫ້ໜ່ວຍພັກຕ່າງໆ ທີ່ຂື້ນກັບ 2 ຄະນະພັກຮາກຖານ ຈົ່ງເອົາໃຈໃສ່ໃນຫຼາຍວຽກທີ່ສໍາຄັນ ເນັ້ນໜັກການເຮັດເປັນຈຸດສຸມ, ເປັນຂະບວນ ແລະ ຕໍ່ເນື່ອງ, ມີແຜນການລະອຽດ, ພ້ອມລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ສໍາຄັນຕ້ອງເອົາໃຈໃສ່ວຽກງານໂຄສະນາໃຫ້ກ້ວາງຂວາງ, ເຊື່ອມຊືມເອກະສານ-ມະຕິຄໍາສັ່ງຕ່າງໆ ໃຫ້ເລິກເຊີ່ງໜັກແໜ້ນ.
  2. ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມວຽກການເມືອງ-ແນວຄິດ ພາຍໃນ 2ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບ ໃຫ້ຕໍ່ເນື່ອງ.
  3. ສືບຕໍ່ຕິດປ້າຍຢາຍຄໍາຂັວນ ຕາມເນື້ອໃນທີ່ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa