ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ຄະນະພັກຮາກຖານທະນາຄານສາຂາແຂວງສາລະວັນ

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ຄະນະພັກຮາກຖານທະນາຄານສາຂາແຂວງສາລະວັນ.

ໃນວັນທີ 27 ສິງຫາ 2024 ນີ້, ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ທີ່ຄະນະພັກຮາກຖານທະນາຄານ ສາຂາແຂວງສາລະວັນ. ພິທີດັ່ງກ່າວໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ຂອງທະນາຄານການຄ້າຕ່າງປະເທດລາວ ມະຊາຊົນສາຂາແຂວງສາລະວັນ ໂດຍພາຍ ໃຕ້ການນໍາພາ ແລະຊີ້ນໍາຂອງສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຂອງກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ; ໃຫ້ກຽດເຂົ້າຮ່ວມມີສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະ ບວນການ ແລະ ຍ້ອງຍໍຂັ້ນແຂວງ ແລະ ສະຫາຍ ຄໍາແພງ ກຸມພົນພັກດີ ເລຂາຄະນະພັກຖານທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງສາລະວັນ, ມີບັນດາສະຫາຍເລຂາ ແລະ ຮອງເລຂາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ ທະນາຄານສາຂາແຂວງສາລະວັນຄື: ໜ່ວຍພັກທະນາຄານພັດທະນາລາວ, ໜ່ວຍພັກທະນາຄານສົ່ງເສີມກະສິກໍາ ແລະ ໜ່ວຍພັກທະນາຄານະໂຍບາຍ. ນອກຈາກນີ້, ຍັງມີ ບັນດາສະຫາຍຕາງໜ້າຈາກໜ່ວຍພັກອົງການກາແດງ, ໜ່ວຍພັກທະນາຄານພົງສະຫວັນ ແລະ  ມີບັນດາສະຫາຍ ພາຍໃນອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ແລະ  ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ສະຫາຍ ຄໍາແພງ ກຸມພົນພັກດີ ເລຂາຄະນະພັກຖານທະນາຄານ ສາຂາແຂວງສາລະວັນ ໃນນາມຕ່າງໜ້າຄະນະພັກຮາກຖານ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ດັ່ງນີ້: ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ທີ່ຂື້ນກັບ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດວຽກງານການເມືອງ- ແນວຄິດ ຖືເອົາການປັບປຸງກໍ່ສ້າງພັກ ເປັນວຽກງານທີ່ສໍາຄັນ, ຍູ້ແຮງຂະບວນການສຶກສາອົບຮົມມການເມືອງ-ແນວຄິດ ໃຫ້ກັບຖັນແຖວສະມາຊິກພັກ-ພະນັກງານ ດ້ວຍຫຼາຍຮູບການ ຕິດພັນກັບການເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນ ຂອງພັກຂອງຊາດເປັນຕົ້ນ: ໄດ້ຈັດຕັ້ງການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ຄັ້ງທີ IX, ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກຕົນ, ຕິດພັນກັບການເຜີຍແຜ່ເຊື່ອມຊືມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານກາງ ສະໄໝຄະນະບໍລິຫານງານສູນກາງພັກສະໄໝທີ XI, ກອງປະຊຸມຄົບຄະນະບໍລິຫານງານກາງສະໄໝອົງຄະນະພັກແຂວງສາລະວັນ ສະໄໝທີ IX, ຕິດພັນກັບການເຜີຍແຜ່ເຊື່ອມຊຶມເອກະສານກະກຽມດໍາເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ. ຈາກນັ້ນ ຍັງໄດ້ສ້າງຂະບວນການຕ່າງໆ ເພື່ອຕ້ອນຮັບກອງປະຊຸມສໍາຄັນຕ່າງໆຂອງພັກຂອງຊາດ, ໄດ້ປູກລະດົມສະມາຊິກພັກ-ພະນັກງານ ພາຍໃນການຈັດຕັ້ງຂອງຕົນ ເຂົ້າຮ່ວມຂະບວນການ ທີ່ອົງການປົກຄອງຈັດຂື້ນເປັນຕົ້ນແມ່ນ: ຂະບວນການອອກແຮງງານລວມຕາມສາຍທາງ ແລະ ສະຖານທີ່ສໍາຄັນຕ່າງໆ, ການສ້າງຂະບວນການດ້ານກິລາ, ລວມທັງແຂ່ງຂັນໃນການປະຕິບັດວຽກງານວິຊາສະເພາະຕ່າງໆ. ສໍາລັບວຽກກໍ່ສ້າງຮາກຖານການເມືອງຢູ່ຂັ້ນຮາກຖານຕາມ 04 ເນື້ອໃນ 04 ຄາດໝາຍ, ໄດ້ຫັນເອົາພະນັກງານນໍາພາຄຸ້ມຄອງ ພາຍໃນອົງການຕົນລົງກໍ່ສ້າງຮາກຖານການເມືອງຈຳນວນ 02 ສະຫາຍ, ຢູ່ ເມືອງສາລະວັນ ບ້ານໜອງບົວນ້ອຍ ແລະ ເມືອງຕະໂອ້ຍ ເຊິ່ງປັດຈຸບັນ ໄດ້ລົງຊ່ວຍບ້ານຈຸດສຸມ ແລະ ຕົວແບບຕ່າງໆໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ໄດ້ມີສ່ວນຮ່ວມໃນການປະເມີນວຽກງານ 03 ສ້າງ ປະຈຳປີ 2024 ແລະ ທິດທາງປີ 2025. ສໍາລັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການເວນຍາມສໍານັກງານ ພ້ອມທັງຕິດຕາມກວດກາ ເພື່ອໃຫ້ມີຄວາມສະຫງົບປອດໄພ ຈາກນັ້ນ, ສະຫາຍ ຍັງໄດ້ສະເໜີທິດທາງແຜນການໃນຕໍ່ໜ້າ ຕື່ມອີກ.

ພ້ອມດຽວກັນນີ້, ບັນດາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານທະນາຄານສາຂາແຂວງສາລະວັນ ແລະ 2 ໜ່ວຍພັກ ທີ່ເຂົ້າຮ່ວມຄື: ໜ່ວຍພັກອົງການກາແດງ ແລະ ໜ່ວຍພັກທະນາຄານພົງສະຫວັນ ໄດ້ລາຍງານ ວຽກງານຂອງຕົນຕື່ມອີກ. ຈາກນັ້ນ, ບັນດາທ່ານ ອະນຸກໍາມະການຂັ້ນແຂວງ ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ, ສົນທະນາແລກປ່ຽນແນວຄວາມຄິດ, ເພື່ອວາງແຜນໃນຕໍ່ໜ້າ. ໃນຕອນທ້າຍ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ມີທິດຊີ້ນໍາເນັ້ນໜັກຄື:

  1. ໃຫ້ຄະນະຮາກຖານພັກ, ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານທະນາຄານສາຂາແຂວງສາລະວັນ ແລະ 2 ໜ່ວຍພັກຄື: ໜ່ວຍພັກອົງການກາແດງ ແລະ ໜ່ວຍພັກທະນາຄານພົງສະຫວັນສາຂາແຂວງສາລະວັນ ຈົ່ງເອົາໃຈໃສ່ ໃນຫຼາຍວຽກທີ່ສໍາຄັນ ເນັ້ນໜັກການເຮັດເປັນຈຸດສຸມ, ເປັນຂະບວນ ແລະ ຕໍ່ເນື່ອງ, ມີແຜນການລະອຽດ, ພ້ອມລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ສໍາຄັນຕ້ອງເອົາໃຈໃສ່ວຽກງານໂຄສະນາໃຫ້ກ້ວາງຂວາງ, ເຊື່ອມຊືມເອກະສານ-ມະຕິຄໍາສັ່ງຕ່າງໆ ໃຫ້ເລິກເຊີ່ງໜັກແໜ້ນ.
  2. ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມວຽກການເມືອວ-ແນວຄິດ ພາຍໃນຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານຕ່າງໆ ໃຫ້ຕໍ່ເນື່ອງ.
  3. ຕິດປ້າຍຢາຍຄໍາຂັວນຕາມເນື້ອໃນທີ່ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa