ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ແຂວງສາລະວັນ ປະຊຸມປຶກສາຫາລື ແລະ ລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງອະນຸໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງໃຫ້ແກ່ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ແຂວງສາລະວັນ ປະຊຸມປຶກສາຫາລື ແລະ ລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງອະນຸໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງໃຫ້ແກ່ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ແຂວງສາລະວັນ ປະຊຸມປຶກສາຫາລື ແລະ ລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງອະນຸໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງ ຍໍ ຂັ້ນແຂວງ ໃຫ້ແກ່ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຂອງກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ;

ໃຫ້ກຽດເຂົ້າຮ່ວມມີສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ແລະ ມີບັນດາສະຫາຍ ພາຍໃນອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ສະຫາຍ ຈັນສະໝອນ ພົມມະແສງ ໄດ້ໃຫ້ກຽດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ  ແລະ ວາງທິດທາງແຜນການ ໃນຕໍ່ໜ້າ ເຊິ່ງສະຫາຍໃຫ້ຮູ້ວ່າ: ຜົນສໍາເລັດວຽກງານທີ່ໄດ້ເຄື່ອນໄຫວ ໃນໜື່ງເດືອນຜ່ານມາມີດັ່ງນີ້: ໄດ້ສໍາເລັດຈັດຕັ້ງພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ວັນການທູດລາວ ຄົບຮອບ 79 ປີ, ວັນປະກາດເອກະລາດ ຄົບຮອບ 79 ປີ, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ຂອງ ສປປ ລາວ ຄົບຮອບ 37 ປີ ແລະ 21 ປີ ເຊິ່ງມີຈໍານວນພົນເຂົ້າຮ່ວມ 385 ທ່ານ, ຍີງ 150 ທ່ານ; ໄດ້ເຄື່ອນໄຫວຊຸກຍູ້ ຕິດຕາມການເຊື່ອມຊືມເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ແລະ ການຈັດຕັ້ງປາຖະກະຖາວັນສໍາຄັນ ຂອງຊາດ ຂອງພັກ ຢູ່ບັນດາເມືອງ ແລະ ບັນດາພະແນກການອ້ອມຂ້າງແຂວງ; ໄດ້ເອົາໃຈໃສ່ສ້າງຂະບວນການຕິດຕາມການຕິດປ້າຍຢາຍຄໍາຂັວນ, ເຄື່ອນໄຫວຕິດປ້າຍຄໍາຂວັນ ຕິດຕັ້ງຢູ່ເສົາໄຟຟ້າເຍືອງທາງ ຕາມເທດສະບານເມືອງສາລະວັນ; ໄດ້ຈັດສົ່ງເອກະສານກ່ຽວກັບການເກັບກໍາຜົນງານການຍ້ອງຍໍ ໃຫ້ບັນດາອະນຸກໍາມະການຕ່າງໆ ແລະ ບັນດາ 8 ຕົວເມືອງ; ໄດ້ຊຸກຍູ້ ຕິດຕາມຢູ່ບັນດາເມືອງ ການສ້າງຂະບວນການຕ່າງໆ ແມ່ນມີຂະບວນການຟົດຟື້ນເປັນຕົ້ນ: ການອອກແຮງງານອານາໄມ ຕັດຫຍ້າ, ສອມແປງທາງບາງຈຸດ, ສ້າງຂະບວນການແຂ່ງຂັນກິລານັກຮຽນມັດທະຍົມ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ ຈາກນັ້ນ ສະຫາຍ ກໍ່ຍັງໄດ້ຜ່ານທິດທາງແຜນການເຄື່ອນໄຫວ ປະຈໍາເດືອນ ທັນວາ 2024 ຈາກນັ້ນ, ບັນດາສະຫາຍພາຍໃນອະນຸ ກໍ່ໄດ້ມີຄໍາເຫັນແລກປ່ຽນ ຢ່າງເປັນຂະບວນການຟົດຟື້ນ.

ໃນຕອນທ້າຍ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ມີທິດຊີ້ນໍາຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa