ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຊຸກຍູ້, ຕິດຕາມ, ກວດກາວຽກງານໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ ຢູ່ເມືອງສາລະວັນ

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຊຸກຍູ້, ຕິດຕາມ, ກວດກາວຽກງານໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍ

ຢູ່ເມືອງສາລະວັນ

ໃນວັນທີ 5 ພຶດສະພາ 2025 ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ລົງເຄື່ອນໄຫວຊຸກຍູ້, ຕິດຕາມ, ກວດກາວຽກງານໂຄສະນາອົບຮົມ, ຂະ ບວນການ ແລະ ຍ້ອງຍໍ ຢູ່ເມືອງສາລະວັນ. ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນທີ່ສະໂມ ສອນໃຫຍ່ຂອງເມືອງສາລະວັນ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ; ມີສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໃຫ້ກຽດເຂົ້າ ຮ່ວມຂອງສະຫາຍ ຈັນສີລອນ ສີສົມບູນ ກໍາມະການພັກແຂວງ, ເລຂາພັກເມືອງສາລະວັນ, ມີສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກ

ເມືອງ, ຫົວໜ້າ ແລະ ຮອງຫ້ອງການ, ເລຂາໜ່ວຍພັກນາຍບ້ານອ້ອມຂ້າງເທດສະບານເມືອງ, ບັນດາສະຫາຍພາຍໃນອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ເມືອງ, ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ຈັນສະໝອນ ພົມມະແສງ ໄດ້ລາຍງານຜົນງານຈັດຕັ້ງປະຕິບັດວຽກງານ ພາຍໃນອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງມີຜົນສໍາເລັດໃນຫຼາຍດ້ານ ຄື: ໄດ້ໂຄສະນາສຶກສາອົບຮົມ, ເຊື່ອມຊືມ, ເຜີຍແຜ່ນິຕິກໍາຕ່າງໆ ໃຫ້ແກ່ພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໄດ້ທັງໝົດ 61,869 ຄົນ, ຍີງ 18.528 ຄົນ; ໄດ້ຈັດຕັ້ງໂຄສະນາປະຖະກະຖາວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນຂັ້ນແຂວງ ທັງໝົດ 8.327 ຄົນ, ຍີງ 3.020 ຄົນ. ໂຄສະນາປາຖະກະຖາວັນສໍາຄັນຕ່າງໆ ຂອງພັກຂອງຊາດ ໄດ້ທັງໝົດ 12.104 ຄົນ, ຍີງ 5.754 ທ່ານ; ໄດ້ເຊື່ອມຊືມ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17 ສະໄໝທີ IX ເຊິ່ງ ມີຈໍານວນພົນເຂົ້າຮ່ວມ ທັງໝົດ 650 ຄົນ, ຍີງ 500 ເຄົນ, ສະມາຊິກພັກ 151 ສະຫາຍ, ຍີງ 71 ສະຫາຍ; ຈັດຕັ້ງເຊື່ອມຊືມເອກະສານສຶກສາອົບຮົມວຽກງານການເມືອງ-ແນວຄິດ ເພື່ອກະກຽມກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຢູ່ບັນດາເມືອງ ແລະອ້ອມຂ້າງແຂວງ ເຊິ່ງມີຈໍາພົນເຂົ້າຮ່ວມທັງໝົດ ໃນທົ່ວແຂວງ ຈໍານວນ 62.062 ຄົນ, ຍີງ 18.507 ຄົນ; ໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊືມເອກະສານສຶກສາອົບຮົມອົບການເມືອງ-ແນວຄິດ ສໍາລັບສະມາຊິກພັກ, ພະນັກງານ ເພື່ອດໍາເນີນຊີວິດການເມືອງ ໃນທົ່ວພັກ ຢູ່ບັນດາເມືອງ, ບັນດາຄະນະພັກຮາກຖານ ແລະ ໜ່ວຍພັກເອກະລາດ ອ້ອມຂ້າງແຂວງ ໄດ້ທັງໝົດ 2.229 ຄົນ, ຍີງ 500 ຄົນ; ວຽກຕິດປ້າຍຄໍາຂັວນຕ່າງໆ, ການໂຄສະນາຜ່ານສື່ຕ່າງໆ ໄດ້ເອົາໃຈໃສ່ຊຸກຍູ້ການສ້າງຂະບວນການ ໃນການຕິດປ້າຍຢາຍຄໍາຂັວນ ຢູ່ເສົາໄຟຟ້າເຍືອງທາງ ຕາມເທດສະບານເມືອງສາລະວັນ ໄດ້ 100 ແຜ່ນ; ວຽກຂະບວນການຮອບດ້ານ ໄດ້ຊຸກຍູ້ບັນດາພະແນກການອ້ອມຂ້າງແຂວງ ສ້າງຂະບວນການອານາໄມ 3 ສະອາດ ເປັນປົກກະຕິ. ວຽກການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ມອບຫຼຽນກາທີ່ລະນືກ 70 ປີ ຕໍ່ຜູ້ທີ່ມີຜົນງານດີເດັ່ນ ໄດ້ທັງໝົດ 835 ທ່ານ ໃນນັ້ນມີ: ສະມາຊິກພັກບໍານານ 682 ທ່ານ, ຍີງ 46 ທ່ານ; ສະມາຊິກພັກປະຈໍາການ ມີຈໍານວນ 153 ທ່ານ, ຍີງ 4 ທ່ານ.

ໃນຕອນທ້າຍ, ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຂອງກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ໄດ້ມີທິດຊີ້ນໍາ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa