ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ຄະນະຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ຄະນະຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ

 

ໃນວັນທີ 24 ມິຖຸນາ 2024 ນີ້, ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ທີ່ຫ້ອງປະຊຸມ ຂອງພະແນກລັງງານ ແລະ ບໍ່ແຮ່ແຂວງ ໂດຍພາຍ ໃຕ້ການນໍາພາ ແລະ ຊີ້ນໍາຂອງທ່ານ ຈັນສະ    ໝອມ  ພົມມະແສງ ຄະນະປະຈໍາພັກແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ

ຂອງກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໂພທິຍາ ວົງຈອມສີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ; ມີບັນດາທ່ານອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ເລຂາໜ່ວຍພັກຮາກຖານ ທີ່ຂື້ນກັບຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ໂພທິຍາ ວົງຈອມສີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ເຊິ່ງມີຫຼາຍດ້ານສໍາເລັດ. ພ້ອມດຽວກັນນີ້, ບັນດາອະນຸກໍາມະການຂັ້ນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມ, ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ, ສົນທະນາແລກປ່ຽນແນວຄວາມຄິດ, ເພື່ອວາງແຜນໃນຕໍ່ໜ້າ, ເຮັດໃຫ້ວຽກງານການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ຄືຂັ້ນຄະນະພັກຮາກຖານ ແລະ ຂັ້ນແຂວງ ໄດ້ດໍາເນີນໄປດ້ວຍບັນຍາກາດພົດພື້ນ.

ໃນຕອນທ້າຍຈັນສະໝອມ  ພົມມະແສງ ຄະນະປະຈໍາພັກແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ມີທິດຊີ້ນໍາເນັ້ນໜັກຄື:

  1. ໃຫ້ຄະນະຮາກຖານພັກ, ເລຂາໜ່ວຍພັກ ທີ່ຂຶ້ນກັບພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຈົ່ງເອົາໃຈໃສ່ໃນຫຼາຍວຽກທີ່ສໍາຄັນ ເນັ້ນໜັກການເຮັດເປັນຈຸດສຸມ, ເປັນຂະບວນ ແລະ ຕໍ່ເນື່ອງ, ມີແຜນການລະອຽດ, ພ້ອມລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ສໍາຄັນຕ້ອງເອົາໃຈໃສ່ວຽກງານໂຄສະນາໃຫ້ກ້ວາງຂວາງ, ເຊື່ອມຊືມເອກະສານ-ມະຕິຄໍາສັ່ງຕ່າງໆ ໃຫ້ເລິກເຊີ່ງໜັກແໜ້ນ.
  2. ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີ ພາຍໃນຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບພະແນກ.
  3. ຕິດປ້າຍຢາຍຄໍາຂັວນຕາມເນື້ອໃນທີ່ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa