ຮອງເລຂາພັກ ແຂວງສາລະວັນ ຕ້ອນຮັບຄະນະຜູ້ແທນ ແຂວງກວາງຈິ

ຮອງເລຂາພັກ ແຂວງສາລະວັນ ຕ້ອນຮັບຄະນະຜູ້ແທນ ແຂວງກວາງຈິ

  

ໃນຕອນເຊົ້າ  24 ຕຸລາ 2025 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບການມາພົບປະຂອງ ທ່ານ ເຈິ່ນ ຟັອງ,ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປະຊາຊົນ ແຂວງກວາງຈິ ພ້ອມຄະນະ,ມີບັນດາທ່ານຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ,ພະແນກການທີ່ກ່ຽວຂ້ອງອ້ອມຂ້າງເຂົ້າຮ່ວມ.

ທ່ານ  ປະເດີມພອນ ສົນທະນີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງກວາງຈິ ຄັ້ງທີ I ທີ່ດໍາເນີນໃນລະຫວ່າງ ວັນທີ 04-05 ຕຸລາ 2025 ທີ່ຜ່ານມານີ້. ພິເສດ ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສະຫາຍ ເຈິ່ນ ຟັອງ ພ້ອມດ້ວຍຄະນະທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກກົມການເມືອງສູນກາງພັກກອມມຸຍນິດຫວຽດນາມ ກໍ່ຄືລັດຖະບານ ແລະ ສະພາແຫ່ງຊາດ ສສ ຫວຽດນາມ ສືບຕໍ່ຖືກແຕ່ງຕັ້ງເປັນກໍາມະການຄະນະບໍລິຫານງານພັກແຂວງ, ກໍາມະການປະຈໍາພັກແຂວງ ແລະ ດໍາລົງຕໍາແໜ່ງເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກວາງຈິ ສະໄໝ 2025-2030.ຜ່ານມາແຂວງສາລະວັນກັບແຂວງຈິໄດ້ມີມູນເຊື້ອພົວພັນຮ່ວມມືດ້ານການສຶກສາ,ບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ: ປີ 2023-2025, ໂຮງຮຽນການເມືອງເລຢວນ ໄດ້ຈັດຕັ້ງການຮຽນ-ການສອນທິດສະດີຂັ້ນກາງ ທັງໝົດ 03 ຊຸດ (ຊຸດທີ 12, 13 ແລະ 14) ໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະນັກງານນໍາພາ-ຄຸ້ມຄອງ ຂອງແຂວງສາລະວັນ ເຊິ່ງມີຈຳນວນ 75 ສະຫາຍ ແລະໃນປີ 2024 ໄດ້ເປີດຊຸດຝຶກອົບຮົມວຽກງານນຳພາ-ຄຸ້ມຄອງ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ຂັ້ນພະແນກການ ແລະຂັ້ນເມືອງ ຂອງແຂວງສາລະວັນ ເຊິ່ງມີຈຳນວນ 20 ສະຫາຍ. ນອກນັ້ນ, ບັນດາສະຖາບັນການສຶກສາຂອງແຂວງກວາງຈິ ແລະ ແຂວງກວາງບິງ ຍັງໄດ້ຮັບເອົາພະນັກງານ, ນັກຮຽນ, ນັກສຶກສາຈາກແຂວງສາລະວັນ ໄປຮຽນພາສາຫວຽດນາມ ແລະ ວິຊາສະເພາະອີກດ້ວຍ. ສ່ວນແຂວງສາລະວັນ ກໍ່ໄດ້ຮັບເອົານັກສຶກສາແຂວງກວາງຈິ ມາຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ທັງໝົດ 01 ຄົນ.ນອກນັ້ນກໍ່ຍັງມີ ການຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ, ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານຊາຍແດນ, ການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ການຮ່ວມມືດ້ານການສຶກສາ ທັງນີ້, ກໍ່ເພື່ອສືບຕໍ່ທີ່ສະໜິດແໜ້ນ ແລະ ຮ່ວມມືຮອບດ້ານ,ຮັກສາ,ເສີມຂະຫຍາຍ,ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ຈະເລີນງອກງາມ.

#ພາບ – ຂ່າວ ແກ້ວວິໄລ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa