ເມືອງຄົງເຊໂດນ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສາລະວັນຄັ້ງທີX

ເມືອງຄົງເຊໂດນ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສາລະວັນຄັ້ງທີX

 

ພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສາລະວັນ ຄັ້ງທີ X ໄດ້ຈັດຂື້ນຢູ່ສະໂມສອນ ເມືອງຄົງເຊໂດນ ວັນທີ 10 ກັນຍາ 2025 ນີ້, ໂດຍການເຂົ້າຮ່ວມເປັນປະທານພ້ອມທັງໃຫ້ກຽດເຜີຍແຜ່ເອກະສານ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ເຂົ້າຮ່ວມຮັບຟັງມີບັນດາທ່ານ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ຮອງ ຫ້ອງການ, ຫົວໜ້າຈຸດສຸມ, ພະນັກງານອາດິດການນໍາຂອງເມືອງ ຕະຫຼອດຮອດເລຂາພັກນາຍບ້ານເຂົ້າຮ່ວມ.

ໃນພິທີທ່ານ ນາງ ບັງອອນ ອາສາພິພັກ ຄະນະປະຈໍາພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຕາງໜ້າການນໍາຂອງເມືອງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ພາຍຫຼັງສຳເລັດເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄົງເຊໂດນ ໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ານຕ່າງໆຂອງເມືອງ, ຈາກນັ້ນ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ກໍ່ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນ ແຂວງສາລະວັນ ຄັ້ງທີ X ທີ່ໄດ້ໄຂຂື້ນຢ່າງເປັນທາງການ ເຊີ່ງໄດ້ດໍາເນີນແຕ່ວັນທີ 6-7 ສິງຫາ 2025, ຢູ່ສະໂມສອນຂອງແຂວງ, ໂດຍເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ສາລະວັນ, ກອງປະຊຸມຮູ້ສຶກເປັນກຽດຕ້ອນຮັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 447 ສະຫາຍ, ຍິງ 58 ສະຫາຍ, ໃນນັ້ນຜູ້ແທນສົມບູນ 363 ສະຫາຍ, ຍິງ 54 ສະຫາຍ, ມາຈາກຂະເເໜງການ, ກົມກອງອ້ອມຂ້າງແຂວງ ແລະ 8 ເມືອງ, ທີ່ເປັນຕົວແທນໃຫ້ແກ່ສໍາມະຊິກພັກທັງໝົດໃນທົ່ວແຂວງສາລະວັນ,ຈໍານວນ 16.839 ສະຫາຍ, ຍິງ 4.051 ສະຫາຍ, ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 84 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ເເຂວງສາລະວັນ ຄັ້ງທີ X ໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະປະຈໍາພັກແຂວງຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ, ປະຊາມະຕິເອົາເລຂາ,ຮອງເລຂາຄະນະບໍລິຫານພັກແຂວງ ແລະ ເລືອກຕັ້ງເອົາປະທານ, ຮອງປະທານຄະນະກວດກາພັກແຂວງ ພ້ອມທັງກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ເຊີ່ງມີຜູ້ສະມັກທັງໝົດຈໍານວນ 31 ສະຫາຍ, ຍິງ 3 ສະຫາຍ, ເລືອກໄດ້ຈໍານວນ 26 ສະຫາຍ, ຍິງ 3 ສະຫາຍ, ອີກ 5 ສະຫາຍ ເປັນຜູ້ແທນສໍາຮອງ.

ຈາກນັ້ນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ກໍໄດ້ເນັ້ນໜັກຕື່ມອີກວ່າ:ຄະນະບໍລິຫານງານພັກເມືອງ ທຸກສະຫາຍ ຈົ່ງຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ,ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນເຮົາ ພວມບຸກບືນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ຕິດພັນກັບການສ້າງຜົນງານ ຂໍານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສຳຄັນຂອງພັກ ແລະ ຂອງຊາດ ໃນປີ 2025 ພ້ອມທັງຕັ້ງໜ້າກະກຽມ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ເພື່ອເປັນການທົບທວນຄືນ ກໍ່ຄືເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ໃຫ້ແກ່ຄະນະບໍລິຫານງານພັກເມືອງ ພາຍຫຼັງດຳເນີນກອງປະຊຸມໃຫຍ່ຂອງຕົນສຳເລັດ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ກ່ຽວກັບ: ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກເມືອງ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ.

ສະນັ້ນ ໃນຕໍ່ໜ້ານີ້ ຄະນະບໍລິຫານງານພັກເມືອງ ຕ້ອງໄດ້ຍົກສູງຄວາມສາມາດນຳພາ ເປັນຕົ້ນແມ່ນ:ຍົກສູງຄວາມສາມາດໃນການກຳນົດແນວທາງ ບົນພື້ນຖານກຳແໜ້ນທິດສະດີມາກ-ເລນິນ ແລະ ທິດສະດີກ້າວໜ້າອື່ນໆ ແລະ ຍົກສູງຄວາມສາມາດຊີ້ນຳ-ນໍາພາ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກໃຫ້ເປັນຈິງ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa