ເມືອງວາປີ ເກັບກ່ຽວເຂົ້ານາປີ ມາຮອດປັດຈຸບັນສຳເລັດ 40%

ເມືອງວາປີກ່ຽວເຂົ້ານາປີສໍາເລັດ ໃນເນື້້ອທີ່ 4,825 ເຮັກເທົ່າກັບ 40% ສະເລ່ຍສະມັດຕະພາບ 3,5 ໂຕນຕໍ່ເຮັກຕາ, ຜົນຜະລິດໄດ້ 16,000 ກວ່າໂຕນ; ທ່ານ ກົງຈັກ ດາດີວົງ ຫົວໜ້າຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງວາປີ ໄດ້ສຳພາດວ່າ: ຕາມແຜນການທີ່ກຳນົດໄວ້ເນື້ອທີ່ທັງໝົດ13,000 ເຮັກຕາ ແຕ່ປະຕິບັດຕົວຈິງໄດ້ 12,063 ເຮັກຕາ, ຄຽງຄູ່ກັນນັ້ນຊາວກະສີກອນຫຼາຍທ້ອງຖີ່ນທີ່ມີເງື່ອນໄຂສຸມໃສ່ເກັບກູ້ພືດປະເພດຕ່າງໆ ປະຈຸບັນໄດ້ແລ້ວ 568 ເຮັກຕາ

ເທົ່າກັບ10% ໃນເນື້ອທີ່ 5,610 ເຮັກຕາ, ຜົນຜະລິດໄດ້ 3,540 ໂຕນ ໂດຍສະເພາະປະເພດໜາກແຕງ, ໝາກຖົວ ແລະ ພືດຜັກສະນິດອື່ນໆ, ສຳລັບແຜນໃນລະດູແລ້ງໃນປີ 2026 ທັງໝົດ 3,198 ເຮັກຕາ ໃນນັ້ນຜະລິດເຂົ້ານາແຊງ 2,825 ເຮັກຕາ; ປະເພດພືດ 373 ເຮັກຕາ ສະເພາະໃນເຂດຊົນລະ ປະທານ120 ເຮັກຕາ ແລະ ນອກຊົນລະປະທານ 253 ເຮັດຕາ; ເຖີງໃດກໍ່ຕາມຖ້າທຽບໃສ່ກັບແຜນເຫັນວ່າ: ຫຼຸດຄາດໝາຍເນື່ອງຈາກວ່າ: ສະພາບອາກາດປີນີ້ບໍ່ອຳນວຍ ຝົນຕົກຕໍ່ເນື່ອງ ເຂົ້າບາງບ່ອນຖືກນ້ຳຖ້ວມ, ເຂົ້າເປື່ອຍຖືກຝົນ, ການເກັບກູ້ມີຄວາມຫຍຸ້ງຍາກ ດັ່ງນັ້ນຈຶ່ງໃຫ້ເຮັດຜົນຜະລິດບໍ່ໄດ້ຕາມຄາດໝາຍ ແລະ ອື່ນໆ.

ຂຽນໂດຍ: ຄຳສອນ ແກ້ວບຸນທະວົງ