ເມືອງສາລະວັນເປີດຂະບວນການຜະລິດລະດູແລ້ງປະຈຳປີ2025-2026 ‎

ເມືອງສາລະວັນເປີດຂະບວນການຜະລິດລະດູແລ້ງປະຈຳປີ2025-2026 ‎

 

‎ ໃນວັນທີ 14 ພະຈິກ 2025 ເມືອງສາລະວັນ ເປີດຂະບວນການຜະລິດລະດູແລ້ງ ປະຈຳສົກປີ 2025-2026, ຄຽງຄູ່ກັບ 4 ວັນສຳຄັນຂອງວຽກງານກະສິກຳເຊີ່ງຈັດຂື້ນຢູ່ທີ່ສະໂມສອນໂຮງຮຽນປະຖົມບ້ານນາໂພເລີນ ເມືອງສາລະວັນ,ແຂວງສາລະວັນໂດຍແມ່ນຫ້ອງການກະສິກໍາ ແລະ ສີ່ງແວດລ້ອມເມືອງ ສົມທົບກັບອຳນາດການປົກຄອງບ້ານ, ກຸ່ມຊາວກະສິກອນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສະໃໜ ໂພທີສານ ເລຂາຄະນະບໍລິຫານພັກເມືອງສາລະວັນ,ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ມະໂນຫວັງ ພົງອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ,ມີບັນທ່ານການນຳເມືອງ,ອຳນາດການປົກຄອງບ້ານ ແລະ ປະຊາຊົນບ້ານ ເຂົ້າຮ່ວມ

.
‎ ໃນໂອກາດນີ້ ທ່ານ ນາງ ຄຳສຸກ ສຸບັນດິດ ຮອງຫົວໜ້າຫ້ອງການກະສິກຳແລະສີ່ງແວດລ້ວມເມືອງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນເປີດຂະບວນການຜະລິດລະດູແລ້ງ ຄຽງຄູ່ກັບ 4 ວັນສຳຄັນຂອງວຽກງານກະສິກຳ ຄື: ວັນເປີດລະດູການຜະລິດແຫ່ງຊາດ,ວັນເປີດນ້ຳຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ແລະ ວັນໄຖກົບຕໍເຟືອງ ໃຫ້ເປັນຂະບວນການຟົດຟື້ນ ເພື່ອປູກຈິດສຳນຶກໃຫ້ປະຊາຊົນ ຫັນມາການປູກພຶດລະດູແລ້ງ ເພື່ອທົດແທນການນຳເຂົ້າ, ສະໜອງການບໍລິໂພກພາຍໃນກຸ້ມຕົນເອງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງແລະເພື່ອບັນລຸຕາມ3ເສົ້າຄ້ຳ,4ແຜນງານທີ່ວາງໄວ້ຫ້ອງກະສີກຳແລະສິງແວດລ້ອມເມືອງສາລະວັນ ໄດ້ຫັນເອົາພະນັກງານນຳພາ.ແລະວິຊາການລົງຊຸກຍູ້ເພື່ອສົ່ງເສີມໃຫ້ປະຊາຊົນສຸມໃສ່ການຜະລິດກະສີກຳແບບຈຸດສຸມ,ເປັນກຸ່ມເຊີ່ງທົ່ວເມືອງມີແຜນສູ້ຊົນທັງໝົດ40.922ເຮັກຕາ,ໃນການປູກເຂົ້າ30.654ເຮັກດຕາ(ນາແຊງ5.054ເຮັກຕາ,ນາປີ25.600ເຮັກຕາ),ການປູກພືດ10.268ເຮັກຕາ(ພືດລະດູແລ້ງ834,8ເຮັກຕາ;ພືດລະດູຝົນ9.433,2ເຮັກຕາ .
‎ ຈາກນັ້ນໃນຕອນທ້າຍຂອງພິທີ ຜູ້ເຂົ້າຮ່ວມ ກໍ່ໄດ້ຮ່ວມກັນເປີດຂະບວນການຜະລິດລະດູແລ້ງ ຢ່າງເປັນທາງການ ພ້ອມທັງມີກິດຈະກຳສັກຢາປ້ອງກັນພະຍາດສັດລ້ຽງ,ໄຂປະຕູນ້ຳ, ຫວ່ານກ້າ ແລະ ອື່ນໆຕື່ມອີກ.
#ໂດຍ:ຄຳສອນ ແກ້ວບຸນທະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa