ເມືອງສາລະວັນ ຈັດພິີທີປ່ອຍປາ ລົງສູ່ແມ່ນໍ້າເຊໂດນ ເນື່ອງໃນໂອກາດວັນອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ 13 ກໍລະກົດ.
ວັນທີ 11 ກໍລະກົດ 2025 ເມືອງສາລະວັນ ໄດ້ຈັດພິທີປ່ອຍປາ ເນື່ອງໃນວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ຄົບຮອບ 28 ປີ ( 13-ກໍລະກົດ 1997-13 ກໍລະກົດ2025 ) ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ບັນດາທ່ານຄະນະນໍາຂອງແຂວງ, ເມືອງສາລະວັນ.
ສໍາລັບຄະນະໂຄສະນາອົບຮົມແຂວງສາລະວັນ ເຊິ່ງນໍາໂດຍທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນບ້ານໃກ້ຄຽງ ເຂົ້າຮ່ວມປ່ອຍປາຈໍານວນ 301,550 ໂຕ ໃນນັ້ນ ປາປາກ 161,300 ໂຕ,
ປານວນຈັນ 140,250 ໂຕ. ເຊິ່ງພິທີໄດ້ຈັດຂື້ນຢູ່ທີ່ຈຸດຜາມໄຊ ( ບ້ານເຕົາປູນ ເມືອງ ແລະ ແຂວງສາລະວັນ )