ເມືອງສາລະວັນ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນຄັ້ງທີ X.

ເມືອງສາລະວັນ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນຄັ້ງທີ X.

  

ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ,ໃຫ້ກຽດເປັນປະທານເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສາລະວັນ ຄັ້ງທີ X ຢູ່ສະໂມສອນ ເມືອງສາລະວັນ ໃນຕອນເຊົ້າຂອງວັນທີ 16 ກັນຍາ 2025, ເຂົ້າຮ່ວມມີບັນດາສະສາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,ຫົວໜ້າຫ້ອງການ – ຮອງຫ້ອງການ,ອົງການທຽບເທົ່າ,ພະນັກງານສະມາຊິກພັກ,ນາຍ ແລະພົນທະຫານ,ນາຍ ແລະພົນຕໍາຫຼວດ ແລະເລຂາພັກ – ນາຍບ້ານ 15 ບ້ານເທດສະບານເຂົ້າຮ່ວມ.

ສະຫາຍ ນາງ ບຸນຖັນ ແກ້ວມາລາ ຄະນະປະຈໍາພັກເມືອງ,ຫົວໜ້າຄະນະໂຄສະນາອົບເມືອງສາລະວັນໄດ້ຂື້ນລາຍງານການຈັດຕັ້ງປະຕິບັດພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສາລະວັນໂດຍສັງເຂບ.

ຈາກນັ້ນສະຫາຍ ຈັນສະໝອນ ພົມມະແສງ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງສາລະວັນ ຄັ້ງທີ X ທີ່ໄດ້ໄຂຂື້ນຢ່າງເປັນທາງການ ແຕ່ວັນທີ 6-7 ສິງຫາ 2025, ຢູ່ສະໂມສອນຂອງແຂວງ, ໂດຍເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ສາລະວັນ, ກອງປະຊຸມຮູ້ສຶກເປັນກຽດຕ້ອນຮັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 447 ສະຫາຍ, ຍິງ 58 ສະຫາຍ, ໃນນັ້ນຜູ້ແທນສົມບູນ 363 ສະຫາຍ, ຍິງ 54 ສະຫາຍ, ມາຈາກຂະເເໜງການ, ກົມກອງອ້ອມຂ້າງແຂວງ ແລະ 8 ເມືອງ, ທີ່ເປັນຕົວແທນໃຫ້ແກ່ສໍາມະຊິກພັກທັງໝົດໃນທົ່ວແຂວງສາລະວັນ, ຈໍານວນ 16.839 ສະຫາຍ, ຍິງ 4.051 ສະຫາຍ, ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 84 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ເເຂວງສາລະວັນ ຄັ້ງທີ X ໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະປະຈໍາພັກແຂວງຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ, ປະຊາມະຕິເອົາເລຂາ,ຮອງເລຂາຄະນະບໍລິຫານພັກແຂວງ ແລະ ເລືອກຕັ້ງເອົາປະທານ,ຮອງປະທານຄະນະກວດກາພັກແຂວງ ພ້ອມທັງກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ເຊີ່ງມີຜູ້ສະມັກທັງໝົດຈໍານວນ 31 ສະຫາຍ, ຍິງ 3 ສະຫາຍ, ເລືອກໄດ້ຈໍານວນ 26 ສະຫາຍ, ຍິງ 3 ສະຫາຍ, ອີກ 5 ສະຫາຍ ເປັນຜູ້ແທນສໍາຮອງ.

ໃນຕອນທ້າຍຂອງພິທີໄດ້ເນັ້ນໜັກຕື່ມອີກວ່າຄະນະບໍລິຫານງານພັກເມືອງ ທຸກສະຫາຍ ຈົ່ງ ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກຍົກສູງຄວາມສາມາດໃນການກໍານົດແນວທາງ ບົນພື້ນຖານກຳແໜ້ນທິດສະດີມາກ-ເລນິນ ແລະ ທິດສະດີກ້າວໜ້າອື່ນໆ, ຮັບຮູ້ບັນດາກົດເກນ ແລະ ໝູນໃຊ້ຢ່າງສອດຄ່ອງ, ເພີ່ມທະວີການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳ ແລະ ໃຫ້ຄໍາຕອບຕໍ່ບັນຫາຕ່າງໆ ທີ່ພຶດຕິກໍາການປະຕິວັດຕັ້ງຂຶ້ນຢ່າງທັນການ.ຍົກສູງຄວາມສາມາດໃນການຫັນແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ກາຍເປັນທິດທາງ, ແຜນການ ແລະ ລະບຽບກົດໝາຍຕ່າງໆ ທີ່ສ່ອງແສງເຖິງຜົນປະໂຫຍດ, ເຈດຈຳນົງ ແລະ ຄວາມມຸງມາດປາດຖະໜາ ຂອງປະຊາຊົນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ຊີ້ນໍາການຈັດຕັ້ງປະຕິບັດໃຫ້ເປັນຈິງ.

ພາບຂ່າວ ໂດຍ ແກ້ວວິໄລ ດວງຄໍາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa