ເມືອງເລົ່າງາມ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສາລະວັນຄັ້ງທີX.
ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ,ໃຫ້ກຽດເປັນປະທານພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກແຂວງ ສາລະວັນ ຄັ້ງທີ X ຢູ່ສະໂມສອນ ເມືອງເລົ່າງາມ ໃນຕອນເຊົ້າຂອງວັນທີ 15 ກັນຍາ 2025, ເຂົ້າຮ່ວມມີ ສະຫາຍ ໂພສີ ຫຼວງສຸລິວັນ ກຳມະການພັກແຂວງ ເລຂາພັກເມືອງເລົ່າງາມ, ມີຄະນະປະຈໍາ, ກຳມະການພັກເມືອງ, ຫົວໜ້າຫ້ອງການຮອງຫ້ອງການຕະຫຼອດຮອດເລຂາພັກນາຍບ້ານ ເຂົ້າຮ່ວມ.
ສະຫາຍ ໂພສີ ຫຼວງສຸລິວັນ ກຳມະການພັກແຂວງ ພັກເມືອງເລົ່າງາມໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ພາຍຫຼັງສຳເລັດເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເລົ່າງາມໂດຍສັງເຂບ.
ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ກໍ່ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນ ແຂວງສາລະວັນ ຄັ້ງທີ X ທີ່ໄດ້ໄຂຂື້ນຢ່າງເປັນທາງການ ເຊີ່ງໄດ້ດໍາເນີນແຕ່ວັນທີ 6-7 ສິງຫາ 2025, ຢູ່ສະໂມສອນຂອງແຂວງ, ໂດຍເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ສາລະວັນ, ກອງປະຊຸມຮູ້ສຶກເປັນກຽດຕ້ອນຮັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 447 ສະຫາຍ, ຍິງ 58 ສະຫາຍ, ໃນນັ້ນຜູ້ແທນສົມບູນ 363 ສະຫາຍ, ຍິງ 54 ສະຫາຍ, ມາຈາກຂະເເໜງການ, ກົມກອງອ້ອມຂ້າງແຂວງ ແລະ 8 ເມືອງ, ທີ່ເປັນຕົວແທນໃຫ້ແກ່ສໍາມະຊິກພັກທັງໝົດໃນທົ່ວແຂວງສາລະວັນ, ຈໍານວນ 16.839 ສະຫາຍ, ຍິງ 4.051 ສະຫາຍ, ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 84 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ເເຂວງສາລະວັນ ຄັ້ງທີ X ໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະປະຈໍາພັກແຂວງຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ, ປະຊາມະຕິເອົາເລຂາ,ຮອງເລຂາຄະນະບໍລິຫານພັກແຂວງ ແລະ ເລືອກຕັ້ງເອົາປະທານ,ຮອງປະທານຄະນະກວດກາພັກແຂວງ ພ້ອມທັງກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ເຊີ່ງມີຜູ້ສະມັກທັງໝົດຈໍານວນ 31 ສະຫາຍ, ຍິງ 3 ສະຫາຍ, ເລືອກໄດ້ຈໍານວນ 26 ສະຫາຍ, ຍິງ 3 ສະຫາຍ, ອີກ 5 ສະຫາຍ ເປັນຜູ້ແທນສໍາຮອງ.
ສະຫາຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ກໍໄດ້ເນັ້ນໜັກຕື່ມອີກວ່າ:ຄະນະບໍລິຫານງານພັກເມືອງ ທຸກສະຫາຍ ຈົ່ງ ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ,ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນເຮົາ ພວມບຸກບືນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ຕິດພັນກັບການສ້າງຜົນງານ ຂໍານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສຳຄັນຂອງພັກ ແລະ ຂອງຊາດ ໃນປີ 2025 ພ້ອມທັງຕັ້ງໜ້າກະກຽມ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ເພື່ອເປັນການທົບທວນຄືນ ກໍ່ຄືເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ໃຫ້ແກ່ຄະນະບໍລິຫານງານພັກເມືອງ ພາຍຫຼັງດຳເນີນກອງປະຊຸມໃຫຍ່ຂອງຕົນສຳເລັດ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ກ່ຽວກັບ: ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກເມືອງ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ.
ສະນັ້ນ ໃນຕໍ່ໜ້ານີ້ ຄະນະບໍລິຫານງານພັກເມືອງ ຕ້ອງໄດ້ຍົກສູງຄວາມສາມາດນຳພາ ເປັນຕົ້ນແມ່ນ:ຍົກສູງຄວາມສາມາດໃນການກຳນົດແນວທາງ ບົນພື້ນຖານກຳແໜ້ນທິດສະດີມາກ-ເລນິນ ແລະ ທິດສະດີກ້າວໜ້າອື່ນໆ, ຮັບຮູ້ບັນດາກົດເກນ ແລະ ໝູນໃຊ້ຢ່າງສອດຄ່ອງ, ເພີ່ມທະວີການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳ ແລະ ໃຫ້ຄໍາຕອບຕໍ່ບັນຫາຕ່າງໆ ທີ່ພຶດຕິກຳການປະຕິວັດຕັ້ງຂຶ້ນຢ່າງທັນການ.ຍົກສູງຄວາມສາມາດໃນການຫັນແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ກາຍເປັນທິດທາງ, ແຜນການ ແລະ ລະບຽບກົດໝາຍຕ່າງໆ ທີ່ສ່ອງແສງເຖິງຜົນປະໂຫຍດ, ເຈດຈຳນົງ ແລະ ຄວາມມຸງມາດປາດຖະໜາ ຂອງປະຊາຊົນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ຊີ້ນຳການຈັດຕັ້ງປະຕິບັດໃຫ້ເປັນຈິງ.ຍົກສູງຄວາມສາມາດຊີ້ນຳ-ນໍາພາ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກໃຫ້ເປັນຈິງ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ.ຍົກສູງຄວາມສາມາດໃນການຕິດຕາມ, ກວດກາ, ກະຕຸກຊຸກຍູ້ ການເຄື່ອນໄຫວຂອງທົ່ວລະບົບການເມືອງ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ.ເພີ່ມຄວາມສາມາດໃນການຄົ້ນເຫັນ ແລະ ຕໍ່ສູ້ຕ້ານ, ກຳຈັດປັດເປົ່າປະກົດການຫຍໍ້ທໍ້ພາຍໃນພັກຢ່າງທັນການ ແລະ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ.
ບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ຕ້ອງໄດ້ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ດັ່ງຄໍາເວົ້າທີ່ວ່າ: ການນຳພາທີ່ດີ ແມ່ນການເປັນແບບຢ່າງທີ່ດີ, ບໍ່ແມ່ນມີແຕ່ສຶກສາອົບຮົມໝູ່, ໂຕເອງພັດບໍ່ເປັນແບບຢ່າງ, ອັນນີ້ມັນສະທ້ອນ ເຖິງບົດບາດການນຳພາຂອງພັກ, ເຮັດໃຫ້ປະຊາຊົນປະຕິເສດບົດບາດການນຳພາຂອງພັກ ຖ້າຫາກພວກເຮົາຫາກບໍ່ເປັນແບບຢ່າງໃນການປະຕິບັດແນວທາງຂອງພັກ, ກົດໝາຍ ແລະ ລະບຽບການອື່ນໆທີ່ວາງອອກ. ໃນຕໍ່ໜ້ານີ້ພວກສະຫາຍ ຕ້ອງໄດ້ເອົາໃຈໃສ່ດັ່ງນີ້:ເປັນແບບຢ່າງ ໃນການປັບປຸງບູລະນະແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງ ແລະ ການປ່ຽນແປງ ຂອງສະພາບແວດລ້ອມພາຍນອກ.ເປັນແບບຢ່າງນຳໜ້າ ໃນການຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແນວທາງໃຫ້ມີຜົນສຳເລັດ ໂດຍຖືເອົາ ການຕອບສະໜອງຜົນປະໂຫຍດຂອງປະຊາຊົນເປັນຈຸດເລີ່ມຕົ້ນ.ເປັນແບບຢ່າງນຳໜ້າໃນການກຳຈັດ ແລະ ແກ້ໄຂຂໍ້ບົກຜ່ອງຂອງຕົນ, ກໍ່ສ້າງປັບປຸງພັກດ້ວຍຄວາມເປັນເຈົ້າການ.ເປັນແບບຢ່າງໃນການເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ມີຄວາມເຂັ້ມງວດ ໃນການປະຕິບັດກົດລະບຽບ ແລະ ຂໍ້ຫ້າມຕ່າງໆ ຂອງພັກ.
ການຍົກສູງຄວາມສາມາດ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ແມ່ນວຽກງານທີ່ສຳຄັນ ແລະ ແມ່ນບັນຫາ ທີ່ມີລັກສະນະເປັນຕາຍຂອງພັກກຳອຳນາດ ຢາກນຳພາປະເທດຊາດ ໄປສູ່ຄວາມວັດທະນະຖາວອນໄດ້, ກ່ອນອື່ນໝົດ ພັກຕ້ອງມີຄວາມເຂັ້ມແຂງ, ຢາກມີຄວາມເຂັ້ມແຂງຕ້ອງຮູ້ກໍ່ສ້າງ ແລະ ປັບປຸງຕົນເອງຢ່າງຮອບດ້ານ ແລະ ເປັນປະຈຳ ເປັນຕົ້ນແມ່ນ ຍົກສູງຄວາມສາມາດນຳພາຂອງພັກ ຕ້ອງເຂົ້າໃຈວ່າ ແມ່ນການເພີ່ມທະວີຄວາມສາມາດນຳພາຂອງພັກ ໃຫ້ດີກວ່າເກົ່າ ໂດຍສະເພາະແມ່ນກະໂຕສະມາຊິກພັກ ໃຫ້ໄດ້ດີຂຶ້ນລື່ນແຕ່ກ່ອນ ແລະ ມີແຕ່ຍົກສູງຄວາມສາມາດນຳພາຂອງພັກສູງຂຶ້ນເທົ່ານັ້ນ, ພັກຈຶ່ງມີຄວາມເຂັ້ມແຂງ ແລະ ຄວາມສາມາດກຳອຳນາດ ໄດ້ຢ່າງໝັ້ນຄົງຍາວນານ ແລະ ນຳພາປວງຊົນລາວທັງຊາດ ສ້າງສາພັດທະນາປະເທດຊາດ ໃຫ້ປະສົບຜົນສຳເລັດຕາມອຸດົມການ ທີ່ກຳນົດໄວ້: “ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”
ພາບ-ຂ່າວ: ໂຄສະນາອົບຮົມແຂວງ.