ແຂວງສາລະວັນເປີດສະໜາມກໍ່ສ້າງເສັ້ນທາງ 2 ໂຄງການ

ແຂວງສາລະວັນເປີດສະໜາມກໍ່ສ້າງເສັ້ນທາງ 2 ໂຄງການ
ວັນທີ 18 ຕຸລາ 2025 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ ຮ່ວມກັບບໍລິສັດ ລາວມຸງຄຸນ ກໍ່ສ້າງ ຂົວ-ທາງ ຈໍາກັດ ຈັດພິທີເປີດສະໜາມກໍ່ສ້າງເສັ້ນທາງ ຈໍານວນ 2 ໂຄງການຄື: ເສັ້ນທາງແຕ່ແຍກເລກ 20 ບ້ານຫໍກອງ ເມືອງເລົ່າງາມ ຫາ ເມືອງຄົງເຊໂດນ, ຈັດຂຶ້ນທີ່ບ້ານຫໍກອງ ເມືອງເລົ່າງາມ ໂດຍການເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ທ່ານ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ຫົວໜ້າພະແນກການ,ມີທ່ານ ເລຂາພັກເມືອງເລົ່າງາມ,ເມືອງຄົງເຊໂດນ, ມີປະທານບໍລິສັດ ລາວມຸງຄຸນ ກໍ່ສ້າງ ຂົວ-ທາງ ຈໍາກັດ, ພ້ອມດ້ວຍ ຂະ ແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ນາຍບ້ານ ລຽບຕາມເສັ້ນທາງ 2 ເສັ້ນເຂົ້າຮ່ວມ.

ທ່ານ ບົວແພງເພັດ ໂພໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ ຕ່າງໜ້າເຈົ້າຂອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ເສັ້ນທາງເລກທີ 2.6902 ແມ່ນເສັ້ນທາງຫຼວງຂອງແຂວງ ທີ່ເຊື່ອມຕໍ່ ລະຫວ່າງ ສອງຕົວເມືອງ ຄື: ເມືອງເລົ່າງາມ ແລະ ເມືອງຄົງເຊໂດນ ແລະ ເຊື່ອມຕໍ່ທາງຫລວງແຫ່ງຊາດສອງເສັ້ນ ຄື: ທາງເລກ 13 ໃຕ້ ກັບ ທາງເລກ 20, ມີຈຸດເລີ່ມຕົ້ນແຕ່ສາມແຍກ ທາງ 13 ໃຕ້ (ເທດສະບານເມືອງຄົງເຊໂດນ) ຫາ ສາມແຍກທາງເລກ 20 (ບ້ານຫໍກອງ ເມືອງເລົ່າງາມ), ເສັ້ນທາງດັ່ງກ່າວຜ່ານ 21 ບ້ານ, ໃນນັ້ນ: ເຂດເມືອງເລົ່າງາມ ຜ່ານ 10 ບ້ານ, ເຂດເມືອງຄົງເຊໂດນຜ່ານ 7 ບ້ານ ແລະ ບ້ານທີ່ຂື້ນກັບແຂວງຈຳປາສັກ 4 ບ້ານ, ສ່ວນເສັ້ນທາງເລກທີ 3.6946 ແມ່ນເສັ້ນທາງຫຼວງເມືອງເຊື່ອມຕໍ່ ລະຫວ່າງ ທາງຫຼວງແຫ່ງຊາດ ເລກ 20 (ເຂດບ້ານອົ້ນແບ່ງ) ກັບ ເສັ້ນທາງຫຼວງແຂວງ ທາງເລກທີ 2.6912 (ເຂດບ້ານໜອງຈົວ), ເສັ້ນທາງດັ່ງກ່າວຜ່ານ 7 ບ້ານ ເປັນເສັ້ນທາງທີ່ຢູ່ໃນເຂດພື້ນທີເມືອງເລົ່າງາມ. ໃນນັ້ນ ໂຄງການກໍ່ສ້າງທາງ ແຕ່ແຍກທາງ ເລກ 20 ບ້ານຫໍກອງ ຫາ ເມືອງຄົງເຊໂດນ ມີລວງຍາວ 42 ກວ່າກິໂລແມັດ, ກວ້າງ 7 ແມັດ, ມູນຄ່າກໍ່ສ້າງ 171 ຕື້ກວ່າກີບ, ໄລຍະເວລາກໍ່ສ້າງ 4 ປີ, ສ່ວນໂຄງການກໍ່ສ້າງທາງ ແຕ່ແຍກທາງເລກ 20 ບ້ານອົ້ນແບ່ງ ຫາ ບ້ານໜອງຈົວ ເມືອງເລົ່າງາມ ມີລວງຍາວ 16 ກວ່າກິໂລແມັດ, ກວ້າງ 7 ແມັດ, ກໍ່ສ້າງຂົວແຜ່ນ ຍາວ 20 ແມັດ, ມູນຄ່າກໍ່ສ້າງ 38 ຕື້ກວ່າກີບ, ໄລຍະເວລາກໍ່ສ້າງ 2 ປີ, ເປັນທາງປູດິນປະສົມຫີນຂົບ, ພ້ອມລະບົບລະບາຍນໍ້າ ແລະ ສິ່ງປະກອບທາງ.
ທ່ານ ແກ້ວສົມບູນ ດວງໂພທິສານ ຮອງປະທານບໍລິສັດ ລາວມຸງຄຸນ ກໍ່ສ້າງ ຂົວ-ທາງ ຈໍາກັດ ໄດ້ລາຍງານແຜນການກໍ່ສ້າງເສັ້ນທາງ 2 ເສັ້ນນີ້ວ່າ: ປະຈຸບັນ ທາງບໍລິສັດ ມີຄວາມພ້ອມດ້ານບຸກຄະລາກອນ, ດ້ານກົນຈັກຕ່າງໆ ໂດຍຈະດໍາເນີນການກໍ່ສ້າງໄປພ້ອມໆກັນທັງສອງເສັ້ນ ໂດຍຈະເລີ່ມລົງມືຈັດຕັ້ງປະຕິບັດແຕ່ທ້າຍເດືອນ ຕຸລາ 2025 ນີ້ ເປັນຕົ້ນໄປ, ໜ້າວຽກເບື້ອງຕົ້ນ ແມ່ນສຸມໃສ່ແກ້ໄຂສິ່ງກີດຂວາງ, ວາງໂຄງສ້າງທາງ ເຊັ່ນ: ວາງທໍ່, ຮ່ອງລະບາຍນ້ຳ, ປັບໜ້າທາງ ແລະ ອື່ນໆ
ໃນໂອກາດນີ້ ທ່ານ ດາວວົງພອນແກ້ວ ເລຂາພັກແຂວງ, ປະທານບໍລິສັດ ລາວມຸງຄຸນ ກໍ່ສ້າງ ຂົວ-ທາງ ຈໍາກັດ ຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍ ຄະນະນໍາແຕ່ລະຂັ້ນ ໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ ເພື່ອເປີດສະ ໜາມກໍ່ສ້າງເສັ້ນທາງ ຈໍານວນ 2 ໂຄງການ ຢ່າງເປັນທາງການ.
#ພາບ-ຂ່າວ: ຄຳສອນ ແກ້ວບຸນທະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa