ແຂວງສາລະວັນ ຈັດພິທີໂອນວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ ໄປຂື້ນກັບຄະນະໂຄສະນາອົບຮົມແຂວງ

ແຂວງສາລະວັນ ຈັດພິທີໂອນວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ ໄປຂື້ນກັບຄະນະໂຄສະນາອົບຮົມແຂວງ

ພິທີມອບໂອນວຽກຖະແຫຼງຂ່າວ– ສື່ມວນຊົນ ຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ໄດ້ຈັດຂື້ນໃນວັນທີ 15 ສິງຫາ ປີ 2025 ທີ່ຫ້ອງປະຊຸມຊັ້ນ 2 ຂອງສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມສັກ ທົງຄໍາຫານ ຄະນະປະຈໍາພັກແຂວງ, ປະທານກວດກາແຂວງ, ມີ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ໃຫ້ກຽດເຂົ້າຮ່ວມມີການນໍາຂອງແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການຖະແຫຼງຂ່າວເມືອງ, ຕະຫຼອດຮອດ

ພະນັກງານ-ຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ຈາກຄະນະໂຄສະນາອົບຮົມແຂວງ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ມະໄລວອນ ສີປະເສີດ ໄດ້ຂຶ້ນລາຍງານກ່ຽວກັບການກະກຽມມອບໂອນວຽກຖະແຫຼງຂ່າວ-ສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ

ຫຼັງຈາກນັ້ນ, ຈາກນັ້ນຄະນະປັບປຸງກົງຈັກຂັ້ນແຂວງ ໄດ້ຂື້ນຜ່ານແຈ້ງການ ເລກທີ 09/ຄຈພຂ, ລົງວັນທີ 31 ກໍລະກົດ 2025 ກ່ຽວກັບການຊັບຊ້ອນຈັດວາງການຈັດຕັ້ງ ແລະ ບຸກຄະລາກອນ ( ວຽກຖະແຫຼງຂ່າວ, ສື່ມວນຊົນ ) ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ແລະ ຂໍ້ຕົກລົງຂອງເຈົ້າແຂວງ ເລກທີ 1136/ຈສ.ສວ, ລົງວັນທີ 31 ກໍລະກົດ 2025 ວ່າດ້ວຍ: ການໂອນວຽກຖະແຫຼງຂ່າວ-ສື່ມວນຊົນ ພ້ອມທັງຍົກຍ້າຍບຸກຄະລາກອນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ເຊິ່ງມີເນື້ອໃນດັ່ງນີ້: ເຈົ້າແຂວງສາລະວັນ ຕົກລົງໂອນວຽກຖະແຫຼງຂ່າວ, ຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ມີບັນດາຂະແໜງການ ແລະ ທຽບເທົ່າ ດັ່ງນີ້: ຂະແໜງສື່ມວນຊົນ; ກອງວິຊາການສື່ສິງພິມ ແລະ ກອງວິຊາການວິທະຍຸ-ໂທລະພາບ ພ້ອມທັງໂອນພະນັກງານ-ລັດຖະກອນ ຈໍານວນ 26 ທ່ານ, ຍິງ 10 ທ່ານ. ໃນນັ້ນ, ມີຮອງຫົວໜ້າພະແນກ, ຜູ້ຊີ້ນຳວຽກງານຖະແຫຼງຂ່າວ-ສື່ມວນຊົນ 1 ທ່ານ; ກົງຈັກພັກປະກອບ ມີ 1 ໜ່ວຍພັກຮາກຖານໜ່ວຍພັກຖະແຫຼ່ງຂ່າວ-ສື່ມວນຊົນ, ມີສະມາຊິກພັກທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ, ໃນນັ້ນ ມີສະມາຊິກພັກສົມບູນ 18 ສະຫາຍ ຍິງ 7 ສະຫາຍ, ສຳຮອງ 2 ສະຫາຍ, ຍິງ 0 ສະຫາຍ, ມອບໂອນອຸປະກອນຮັບໃຊ້ເຄື່ອງຫ້ອງການ ແລະ ພາຫະນະ ທີ່ຈະໂອນມອບໃຫ້ຄະນະໂຄສະນາອົບຮົມແຂວງ ເປັນຕົ້ນ: ທີ່ດິນ-ຕຶກອາຄານສະຖານີວິທະຍຸ-ໂທລະພາບ, ລົດໃຫຍ່ (ລົດຕູ້), ຄອມພິວເຕີຕັ້ງໂຕະ, ຄອມພິວເຕີໂນດບຸກ, ເຄື່ອງປິ່ນເຕີ, ກ້ອງຖ່າຍ, ໂທລະສັບ-ແຟັກ, ເຄື່ອງອັດສຽງ, ເຄື່ອງສົ່ງວິທະຍຸ-ໂທລະພາບ, ໂຕະ-ຕັ່ງ, ຕູ້ໃສ່ເອກະສານ. ຫຼັງຈາກໂອນວຽກງານ ແລະ ບຸຄະລາກອນແລ້ວ ຄະນະໂຄສະນາອົບຮົມແຂວງ ຈະປະກອບ ມີ 5 ຂະແໜງ ແລະ 2 ກອງວິຊາການ ຄື: ຂະແໜງບໍລິຫານ, ຂະແໜງອົບຮົມ, ຂະແໜງໂຄສະນາ-ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່, ຂະແໜງຄົ້ນຄ້ວາສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ, ຂະແໜງຖະແຫຼ່ງຂ່າວ; 2 ກອງວິຊາການ ຄື: ກອງວິຊາການສື່ສີງພິມ ກອງວິຊາການວິທະຍຸ-ໂທລະພາບ ແລະ ຈະມີພະນັກງານ-ລັດຖະກອນ ທັງໝົດ 48 ທ່ານ, ຍິງ 18 ທ່ານ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບປັບປຸງກົງຈັກຂັ້ນແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການ ປ່ຽນຊື່ພະແພກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ມາເປັນພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຕື່ມອີກ.

ໃນພິທີ ທັງ 2 ພາກສ່ວນ ກໍ່ໄດ້ເຊັນບົດບັນທຶກມອບໂອນວຽກຖະແຫຼງຂ່າວ-ສື່ມວນຊົນ ໄປຂື້້ນກັບຄະນະໂຄສະນາອົບຮົມແຂວງ ຕ່າງໜ້າຄະນະໂຄສະນາອົບຮົມແຂວງ ໂດຍແມ່ນທ່ານ ຈັນສະໝອນ ພົມມະແສງ ແລະ ຕ່າງໜ້າພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໂດຍແມ່ນທ່ານ ມະໄລວອນ ສີປະເສີດ ແລະ ມີຄະນະນໍາຂອງແຂວງ, ແຂກຈາກພາກສ່ວນຕ່າງໆ ເຂົ້າຮ່ວມເປັນສັກຂີພິຍານ.

ໃນຕອນທ້າຍ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈໍາພັກແຂວງ, ປະທານກວດກາແຂວງ ໃນນາມຕ່າງໜ້າຄະນະນໍາຂອງແຂວງ ໄດ້ໃຫ້ກຽດໂອລົມ ທ່ານ ກ່າວວ່າ:

  1. ການປັບປຸງກົງຈັກການຈັດຕັ້ງ ມີຄວາມຈຳເປັນພາວະວິໄສ, ການແຍກອອກ, ໂຮມເຂົ້າກັນ ແມ່ນເປັນຫຼັກການນຳພາຂອງພັກ, ນີ້ແມ່ນເພື່ອເຮັດໃຫ້ການບໍລິຫານຄຸ້ມຄອງ ມີຄວາມກະທັດຮັດ.
  2. ຫຼັງຈາກມອບໂອນແລ້ວ, ໃຫ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ຂອງຄະນະໂຄສະນາອົບຮົມແຂວງ ແລະ ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃຫ້ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ເຖິງເຫດຜົນ, ຄວາມຈຳເປັນໃນການປັບປຸງການຈັດຕັ້ງ ແລະ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໜັ້ນຕໍ່ການນຳພາຂອງພັກ ແລະການຄຸ້ມຄອງຂອງລັດ.
  3. ໃຫ້ທັງ 2 ພາກສ່ວນ ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ຂຽນພາລະບົດບາດ, ສິດ ແລະ ໜ້າທີ່, ຂຽນຂໍ້ກຳນົດຕຳແໜ່ງງານຄືນໃໝ່ ຂອງຄະນະໂຄສະນາອົບຮົມແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ວຽກໃດທີ່ຊໍ້າຊ້ອນ, ຄ້າຍຄືກັນ ແມ່ນໃຫ້ບັນດາສະຫາຍຄົ້ນຄວ້າສັບຊ້ອນໂຮມເຂົ້າກັນ.
  4. ໃຫ້ເອົາໃຈໃສ່ປັບປຸງສັບຊ້ອນ, ຈັດວາງບຸກຄະລາກອນຄືນໃໝ່ແຕ່ລະຕຳແໜ່ງງານ ໃຫ້ຖືກຕ້ອງ ສອດຄ່ອງກັບຄວາມຮູ້-ຄວາມສາມາດ ແລະ ປະສົບການ.
  5. ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງພັກ, ຄົ້ນຄວ້າສະເໜີການສ້າງຕັ້ງຄະນະພັກຮາກຖານ, ສ້າງຕັ້ງໜ່ວຍພັກ ແລະ ສືບຕໍ່ນຳພາ-ຊີ້ນຳເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa