ແຂວງສາລະວັນ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໃໝທີ XII ຮອບທີ I.

ແຂວງສາລະວັນ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໃໝທີ XII ຮອບທີ I.

ກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໃໝທີ XII ຮອບທີ I.ໄດ້ຈັດຂື້ນໃນຕອນເຊົ້າວັນທີ 12 ກັນຍາ 2025 ນີ້ ຢູ່ທີ່ສະໂມສອນຂອງ ແຂວງ.ໂດຍພາຍໄຕ້ການເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງສາລະວັນ,ມີບັນດາສະຫາຍ ຮອງເລຂາພັກແຂວງ,ຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ,ເລຂາພັກເມືອງ,ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ – ຮອງພະແນກ ,ອົງການທຽບເທົ່າຕະຫຼອດຮອດອະດິດເລຂາພັກແຂວງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 20/ກມສພ,ລົງວັນທີ26 ກັນຍາ 2024 ວ່າດ້ວຍ: ມາດຕະຖານເງື່ອນໄຂ ຄະນະບໍລິຫານງານສູນກາງພັກສະໃໝທີ XII.ເຊີ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ໄຂຂຶ້ນ ໃນຕົ້ນປີ 2026, ເຊິ່ງເປັນບາດລ້ຽວສໍາຄັນໃນການນໍາພາຂອງພັກ ເພື່ອສ້າງລະບອບປະຊາທິປະໄຕ ປະຊາຊົນໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ກ້າວສູ່ຈຸດໝາຍ ທີ່ພັກເຮົາໄດ້ກຳນົດໄວ້.ໃນກອງປະຊຸມຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຢ່າງມີປະຊາທິປະໄຕ ເພື່ອຮັດແໜ້ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນພັກ, ຮັບປະກັນມາດຕະຖານ, ເງື່ອນໄຂຖືກຕ້ອງຄົບຖ້ວນ ແລະ ມີລັກສະນະສືບທອດຕໍ່ເນື່ອງ ເພື່ອສືບທອດພາລະໜ້າທີ່ອັນໜັກໜ່ວງທີ່ພັກ

ແລະ ປະເທດຊາດໄດ້ມອບໝາຍໃຫ້; ໃນສະພາບແວດລ້ອມ ສາກົນ ແລະ ພາກພື້ນ ທີ່ພວມຜັນແປໄປຢ່າງສັບສົນ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ, ຊຶ່ງສົ່ງ ຜົນກະທົບຢ່າງໜັກໜ່ວງຕໍ່ຄວາມໝັ້ນຄົງ ແລະ ສະພາບເສດຖະກິດຂອງໂລກ ເວົ້າລວມ, ເວົ້າສະເພາະ ຢູ່ໃນປະເທດພວກເຮົາ ກໍ່ພວມປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ການຮັກສາຄວາມໝັ້ນຄົງຂອງຊາດ ມັນເລັ່ງທວງໃຫ້ພັກເຮົາຕ້ອງເພີ່ມ ທະວີບົດບາດ ແລະ ຄວາມສາມາດນໍາພາຂອງຕົນໃຫ້ສູງຂຶ້ນ ໂດຍສະເພາະແມ່ນບັນດາສະຫາຍ ກຳມະການຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຕ້ອງເປັນໃຈກາງແຫ່ງການນໍາພາ ຮອບດ້ານໃຫ້ເຂົ້າສູ່ລວງເລິກ, ແທດຕົວຈິງໃນທົ່ວພັກ, ທົ່ວປວງຊົນ, ມີຄວາມເຂັ້ມແຂງເດັດຂາດ, ຍຶດໝັ້ນຫຼັກການນໍາພາຂອງພັກຢ່າງເຂັ້ມງວດ ແລະ ເພີ່ມຄວາມສະດຸ້ງໄວ, ມີຄວາມເສຍສະຫຼະ, ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ, ມີຄວາມຈິງໃຈ, ເຮັດແທ້ທຳຈິງ, ເປັນແບບຢ່າງ ນໍາໜ້າ, ມີຄວາມສາມັກຄີເປັນປຶກແຜ່ນໃນພັກໃນລະດັບສູງ ເພື່ອນໍາພາປະເທດຊາດ ຜ່ານຜ່າໃຫ້ໄດ້ ຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ກ້າວເດີນຕາມອຸດົມການຂອງພັກ, ນໍາພາປະຊາຊົນກ້າວໄປ ສູ່ຄວາມຈະເລີນຜາສຸກ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.ຈາກນັ້ນໃນພິທີຍັງໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໃໝທີ XII ຮອບທີ I.

ພາບ-ຂ່າວ : ແກ້ວວິໄລ ດວງຄໍາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa