ແຂວງສາລະວັນ ສປປລາວ ແລະ ແຂວງກວາງຫງ໊າຍສສ ຫວຽດນາມ ສືບຕໍ່ຮ່ວມືໃນຂົງເຂດການສືກສາແລະຂົງເຂດກະສີກຳ.

ຄະນະກໍາມະການປົກຄອງແຂວງສາລະວັນ ສປປລາວ ແລະ ຄະນະກໍາມະການປະຊາຊົນແຂວງກວາງຫງ໊າຍ ສສ ຫວຽດນາມ ເຊັນບົດບັນທຶກວ່າດ້ວຍການຮ່ວມມື ໄລຍະ 2022-2027, ກ່ອນເຊັນສັນຍາທັງສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການດຳເນີນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະປະຈຸບັນ ສປປລາວ ແມ່ນໄດ້ສຸມໃສ່ການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ V ທີ່ຈະຈັດຂື້ນໃນວັນອາທິດທີ 22 ກຸມພາ 2026, ພ້ອມໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງແຂວງທີ່ເຄີຍມີມູນເຊື້ອອັນສະໜິດແໜ້ນ, ສອງຝ່າຍໄດ້ພົບປະຢ້ຽນມຢາມ ແລະ ເຮັດວຽກຮ່ວມກັນໃນຜ່ານມາ ໂດຍສະເພາະ ການປະສານສົມທົບຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໄລຍະ 2022-2027 ໃນຂົງເຂດສຶກສາ-ບໍາລຸງສ້າງບຸກຄະລາກອນ ແຂວງກວາງຫງ໊າຍ ໄດ້ສະໜັບສະໜຸນທຶນການສຶກສາໃຫ້ກັບແຂວງສາລະວັນ, ຂົງເຂດກະສິກໍາ ໄດ້ສົ່ງຊ່ຽວຊານໄປແນະນໍາດ້ານເຕັກນິກການປູກ, ການບົວລະບັດຮັກສາກາເຟ ຢູ່ເມືອງເລົ່າງາມ, ໃນເນື້ອທີ່ 05 ເຮັກຕາ ແລະ ເພື່ອເຮັດໃຫ້ການຜັນຂະຫຍາຍ ທິດທາງແຜນການຮ່ວມມື ໄລຍະ 2022-2027 ໂດຍສະເພາະໃນ 02 ປີສຸດທ້າຍ (2026-2027) ສາມາດຍາດໄດ້ຜົນສໍາເລັດຕາມຄາດໝາຍ ສອງຝ່າຍໄດ້ເຫັນດີເປັນເອກະພາບເຊັນບົດບັນທຶກຮ່ວມກັນສືບຕໍ່ໃນຫຼາຍດ້ານເຊັ່ນ: ແຂວງສາລະວັນ ສະເໜີການນໍາແຂວງກວາງຫງ໊າຍ ຊີ້ນໍາພາກສ່ວນກ່ຽວຂ້ອງຂອງແຂວງ ໃນການຜັນຂະຫຍາຍບົດບັນທຶກໃຫ້ມີຜົນສໍາເລັດໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ສະເໜີໃຫ້ພິຈາລະນາຄົ້ນຄວ້າ, ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ໃຫ້ແກ່ພະນັກງານ – ສະມາຊິກພັກປະຊາຊົນປະຕິວັດລາວຂອງແຂວງສາລະວັນ ແລະ ເປີດຊຸດອົບຮົມໄລຍະສັ້ນດ້ານການເມືອງ, ການປົກຄອງ ແລະ ວິຊາສະເພາະ ໃຫ້ແກ່ພະນັກງານຂັ້ນຕ່າງໆ ຕາມເງື່ອນໄຂ, ທ່າແຮງ, ຄວາມອາດສາມາດຕົວຈິງ, ສະເໜີໃຫ້ການນໍາແຂວງກວາງຫງ໊າຍ ຊີ້ນໍາພາກສ່ວນກ່ຽວຂ້ອງຂອງແຂວງ ໃນການຮັບສະໝັກຄັດເລືອກ ແລະ ນໍາສົ່ງພະນັກງານ, ນັກຮຽນຂອງແຂວງ ໄປຮຽນພາສາລາວຢູ່ສະຖາບັນການສຶກສາແຫ່ງຕ່າງໆໃນລາວ ໃຫ້ທ່ວງທັນຕາມກໍານົດເວລາ ແລະ ໂຄງການຫຼັກສູດການຮຽນ-ການສອນ.

ໃນໂອກາດດັ່ງກ່າວ ສະຫາຍ ປະເດີມພອນ ສົນທະນີ ຕາງໜ້າຄະນະນຳ ກໍ່ຄືປະຊາຊົນແຂວງສາລະວັນ ໄດ້ອວຍພອນແດ່ການນຳພັກ-ລັດ ທຸກຂັ້ນ ກໍ່ຄືປະຊາຊົນແຂວງ ກວາງຫງາຍ ເນື່ອງໃນໂອກາດປີໃໝ່ປະຈຳຊາດຫວຽດນາມ 2026 ແລະ ວັນສ້າງຕັ້ງພັກກອມມຸຍນິດຫວຽດນາມ ຄົບຮອບ 96 ປີ (03 ກຸມພາ 1930 – 03 ກຸມພາ 2026), ຂໍໃຫ້ພົບແຕ່ຄວາມສຸກກາຍສຸກໃຈ, ອວຍພອນແດ່ ສະຫາຍ ຫງວຽນ ຮວ່າງ ຢາງ ພ້ອມຄະນະ ແລະ ຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ປະສົບຜົນສຳເລັດໃນ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັບແຂວງສາລະວັນໃຫ້ໄດ້ຮັບໄຊຊະນະໃໝ່, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ, ມິດຕະພາບອັນດີງາມ, ສະໜິດສະໜົມຮັກແພງ ລະຫວ່າງແຂວງສາລະວັນ ກັບ ແຂວງກວາງຫງ໊າຍ ຈົ່ງໝັ້ນຄົງທະນົງແກ່ນ ຕະຫຼອດກາລະນານ.ໃນຕອນທ້າຍຂອງພິທີທັງສອງຝາຍກໍໄດ້ເຊັນບົດບັນທຶກຮ່ວມກັນຝາວແຂວງສາລະວັນ ສປປລາວໂດຍ ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສາລະວັນ, ຝ່າຍແຂວງກວາງຫງາຍ ສສຫວຽດນາມ ເຊັນໂດຍ ສະຫຍ ຫງວຽນ ຮວ່າງ ຢາງ ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປະຊາຊົນ ແຂວງກວາງຫງ໊າຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.ພິທີໄດ້ຈັດຂື້ນທີ່ແຂວງກວາງຫງາຍ ສສ ຫວຽດນາມ ໃນວັນທີ 10 ກຸມພາ 2026.

ພາບ-ຂ່າວ: ທອງດຳ ວົງວຽງໄຊ